ການ​ທູດ​​ປະ​ຊາ​ຊົນ ປີ 2022: ນຳ​ໜ້າ ແລະ ປ່ຽນ​ແປງ​ໃໝ່

06:29 | 05/02/2022

ຍ​ສ​ໝ - ໜ້າ​ທີ່​ຈຸດ​ສຸມ​ຂອງ​ລະ​ບົບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໃນ​ປີ 2022 ແມ່ນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ເສີມ​ຂະ​ຫຍາຍ​ບົດ​ບາ​ດ​ນຳ​ໜ້າຂອງການ​​​ທູດ​, ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ໜ້າ​ທີ່ນີ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ລະ​ບົບ VUFO ມີ​ຄວາມ​ຮັບ​ຮູ້ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ພາ​ລະ​ກຳຂອງ​ການ​​​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ, ເລິກ​ເຊິ່ງ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ ກໍ່​ຄື​ວິ​ທີ​ການ​ເຄື່ອນ​ໄຫວ…

ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ
ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ
ການ​ທູດ​​ປະ​ຊາ​ຊົນ ປີ 2022: ນຳ​ໜ້າ ແລະ ປ່ຽນ​ແປງ​ໃໝ່
ການ​ທູດ​​ປະ​ຊາ​ຊົນ ປີ 2022: ນຳ​ໜ້າ ແລະ ປ່ຽນ​ແປງ​ໃໝ່

ການ​ທູດ​ປະ​ຊາ​ຊົນ ຕ້ອງ​ກຳ​ແໜ້ນ​ໄດ້​ບັນດາທ່າ​ອ່ຽງ​ໃໝ່ ກ່ຽວ​ກັບ​ການສຸມ​ໃສ່​ກຳ​ລັງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ທີ່​ມີ​ຄູ່​ຮ່ວມ​ມື, ກຳ​ລັງ, ຂົງ​ເຂດ​ການ​ເຄື່ອນ​ໄຫວ, ຊ່ອງ​ທາງ​ສຳ​ຜັດ​ທີ່​ເປັນຫຼາຍ​ຮູບ​ແບບ, ອຸ​ດົມ​ສົມ​ບູນ, ອາດ​ຈະ​ມີ​​ໄຫວ​ພິບ​ກ່ຽວ​ກັບ​ມາດ​ຕະ​ການ, ເປັນ​ເຈົ້າ​ການ​ເປີດກວ້າງ ການ​ພົວ​ພັນ​ທາງ​ການ​ທູດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່​າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ນຳ​ໜ້າ

ການ​ທູດ​ປະ​ຊາ​ຊົນ​ຕ້ອງ​ຕັ້ງ​ໜ້າ​ເຊື່ອມ​ຕໍ່, ຂົນ​ຂວາຍ, ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ, ບັນ​ດາ​ປະ​ເທດ​ອາ​ຊຽນ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານຂອງ ຫວຽດ​ນາມ, ຜ່ານ​ນັ້ນ ກໍສົ່ງຜົນກະທົບ​ເຖິງ​ນະ​ໂຍ​ບາຍ​ຂອງ​ບັນ​ດາ​ລັດ​ຖະ​ບານ, ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​, ກົດ​ລະ​ບຽບ​ສາ​ກົນ, ພາກ​ພື້ນ, ປະ​ກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ສ້າງ​ຄວາມ​ສະ​ດວກ ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ.

ຕ້ອງຕິດ​ພັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ, ມີ​ຄວາມ​ສາ​ມັກ​ຄີ, ມິ​ດ​ຕິ​ພາບ, ການ​ຮ່ວມ​ມື​ປະ​ຊາ​ຊົນ, ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ກັບ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດຢ່າງ​ແໜ້ນ​ແຟ້ນ, ມາ​ນະ​ພະ​ຍາ​ຍາມ​ເປີດ​ຊ່ອງ​ທາງ, ສ້າງ​ເງື່ອນ​ໄຂ, ສ້າງ​ຊ່ອງ​ທາງ​ຮ່ວມ​ມື​ກັບ​ວົງ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ, ວິ​ສາ​ຫະ​ກິດ ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ທັງ​ທຶນ, ເຕັກ​ໂນ​ໂລ​ຢີ, ປັນ​ຍາ​ປະ​ດິດ, ບົດ​ຮຽນ​ໃນ​ການ​ຮັບ​ໃຊ້​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ໄວ​ວາ ແລະ ຍືນ​ຍົງ​ຂອງ​ປະ​ເທດ​ຊາດ, ສຸມ​ໃສ່​ເຂົ້າ​ບັນ​ດາ​ຈຸດ​ສຸມ: ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ​ໂລກ​ລະ​ບາດ​ໂຄວິດ - 19, ປົກ​ປັກຮັກສາ​ສິ່ງ​ແວ​ດ​ລ້ອມ, ການ​ຫັນ​ເປັນ​ດີ​ຈ​ີ​ຕອນ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ວົງ​ຄະ​ນະ​ຍາດ, ໜູ​ນ​ຊ່ວຍ​ບັນ​ດາ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງ…

ການປ່ຽນ​ແປງ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ ໄດ້​ຊີ້​ນຳ​ວຽກ​ງານ​ການ​ທູດ ຕ້ອງ “…ມີ​ໄຫວ​ພິບ, ກ້າ​ຄິດ​ກ້າ​ທຳ, ມີ​ຈິດ​ໃຈ​ເປັນ​ເຈົ້າ​ການ​ໃນ​ການ​ບຸກ​ໂຈມ​ຕີ, ກ້າ​ຜ່ານ​ຜ່າ​ໃຫ້ຫຼຸດພົ້ນອອກຈາກຂົງເຂດທີ່​ມີ​ຈິນ​ຕະ​ນາ​ການ​ທີ່​ເກົ່າ​ແກ່, ບັນ​ດາ​ຂົງ​ເຂດ​ທີ່​ລຶ້ງ​ເຄີຍ ເພື່ອ​ມີ​ບັນ​ດາ​ແນວ​ຄວາມ​ຄິດ ແລະ ການ​ກະ​ທຳ​ລະ​ດັບ​ຊາດ, ບືນ​ຕົວ​ຂຶ້ນ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ”.

ການ​ທູດ​ປະ​ຊາ​ຊົນ ຕ້ອງ​ກ້າຫານ​ບຸກ​ທະ​ລຸ, ປະ​ດິດ​ຄິດ​ສ້າງ, ຊອກ​ຫາ​ເສັ້ນ​ທາງເດີນໃໝ່, ມີ​ວິ​ທີ​ການ​ປະ​ຕິ​ບັດ​ງານ​ໃໝ່, ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່, ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມືໃ​ໝ່… ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ກັບເພື່ອນ​ມິດ​ທີ່​ມີມາ​ແຕ່​ດົນ​ນານ ແລະ ເປີດ​ກວ້າງ​ເຄືອ​ຂ່າຍ​ເພື່ອນ​ມິດ​ຄູ່​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ໂລກ. ຕ້ອງ​ຄົ້ນ​ຄ້​ວາ​ຈຸດ​ທີ່​ເປັນ​ລັກສະນະສະເພາະ​ຢ່າງ​ລະ​ອຽດ, ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍດ​ຂອງ ແຕ່​ລະ​ຄົນ ແລະ ບັນ​ດາ​ກຸ່ມ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ເພື່ອ​ມີ​ບັນ​ດາ​ວິ​ທີ​ການ, ລາຍ​ການ​ຮ່ວມ​ມື​ທີ່​ເໝາະ​ສົມ, ຕອບ​ສະ​ໜອງ​ໄດ້​ຜົນ​ປະ​ໂຫຍ​ຂອງ ຫວຽດ​ນາມ ແລະ ປະ​ເທດ​ເພື່ອນ​ມິດ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ - ຊົນ​ຊາດ​ຢ່າງ​ສູງ​ສຸດ​ບົນ​ພື້ນ​ຖານກົດບັນຍັດ ສ​ປ​ຊ ແລະ ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ກົດ​ໝາຍ​ສາ​ກົນ, ມີ​ຄວາມ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນຫຼາຍ​ຝ່າຍ, ໝູນ​ໃຊ້​ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສ​ປະ​ຊາ​ຊົນ​ໃນ​ຂອບ​ເຂດ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ເພີ່ມ​ທະ​ວີ ຄວາມ​ເຂົ້າ​ໃຈ ແລະ ການສະ​ໜັບ​ສະ​ໜູນ​ສາ​ກົນ​ຕໍ່​ຫວຽດ​ນາມ ແລະ ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ ພັກ ແລະ ລັດ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ອະ​ທິ​ປະ​ໄຕ, ສິດທິມະ​ນຸດ​, ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ທະ​ເລ, ໝູ່​ເກາະ. ພ້ອມ​ທັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຂອງ​ປະ​ຊາ​ຄົມ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າຍ​ທາຍ​ລວມ​ຄື​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່, ສິ່ງ​ແວ​ດ​ລ້ອມ, ແຫຼ່ງ​ນ້ຳ, ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ສູ້​ຊົນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັ​ດ​ທະ​ນາ.

ເອົາ​ໃຈ​ໃສ່​ດຶງ​ດູດ​ບັນ​ດາ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ, ໄວ​ໜຸ່ມ, ວົງ​ການປັນຍາ​ຊົນ, ນັກ​ສິ​ລ​ະ​ປິນ, ຜູ້​ທີ່​ມີ​ຊື່​ສຽງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ເຫັນ​ເປັນ​ດີ​ຈີ​ຕອນ ເພືື່ອ​ແນ​ໃສ່​ສ້າງ​ຄວາມ​ດູດ​ດື່ມ, ພະລັງ​ຊີ​ວິດ​ໃໝ່, ເພີ່ມ​ທະ​ວີ​​ແຫຼ່ງ​ກຳ​ລັງດ້ານ​ວັດ​ຖຸ ແລະ ມະ​ນຸດ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ, ເຮັດ​ໃຫ້​ບັນ​ດາກ​ານ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ອຸ​ດົມ​ສົມ​ບູນ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອ​ີກ.

ຍູ້​ແຮງ​ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ ຫວຽດ​ນາມ ອອກ​ສູ່​ສາ​ກົນ ຜ່ານ​ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ ແລະ ການ​ຖະ​ແຫຼງ​ຂ່າວ​ທາງ​ການ​ທູດ ໂດຍ​ມີ​ຄວາມ​ດຶງ​ດູດ​ໃຈ​ກ່ຽວ​ກັບ​ເນື້ອ​ໃນ ແລະ ຮູບ​ແບບ, ເພີ່ມ​ທະ​ວີ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ, ໜູນ​ຊ່ວຍ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ ຂຽນ​​ກ່ຽວ​ກັບ​ຫວຽດ​ນາມ ຫຼາຍຂຶ້ນ. ເພີ່ມ​ທະ​ວີ​ການ​ລະ​ດົມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ ເພື່ອຍ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ນະ​ໂຍ​ບາຍ​ຮັບ​ໃຊ້​ວຽກ​ງານ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ການ​ທູດ ປະ​ຊາ​ຊົນ.

ດ້ວຍ​ການ​ພັດ​ທະ​ນາ​ຂອງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ ແລະ ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນທີ່​ທັນ​ສະ​ໄໝ, ສື່​ສັງ​ຄົມ​ອອນ​ໄລ, ທ່າ​ອ່ຽງ​ຫັນ​ຊີ​ວິດ​ການ​ເປັນ​ຢູ່ໃຫ້ມີປະຊາທິປະໄຕ​ສາ​ກົນ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງປະຊາຄົມສາກົນໃນການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ 2030 ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ບົດ​ບາດ, ສຽງ​ເວົ້າ​ຂອງ​ປະ​ຊາ​ຊົນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປາ​ໄສ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດໄດ້ມີຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ທູດ​ປະ​ຊາ​ຊົນ​ເພື່ອ​ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສັງ​ຄົມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.