ປ​ຊ​ຊ ທົ່ວ​ປະ​ເທດຫວຽດ​ນາມ ​ຕ້ອນ​ຮັບ​ປີ​ໃໝ່​ດ້ວຍ​ຄວາມ​ປາດ​ຖະ​ໜາຫຼາຍ​ຢ່າງ

11:52 | 03/02/2022

ຢູ່ນະຄອນໂຮ່ຈິມິນ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຫຼາຍຄົນໄດ້ຢູ່ເຮືອນພ້ອມກັບຄອບຄົວ ແລະ ສະແດງຄວາມປາດຖະໜາ ຢາກໃຫ້ໂລກລະບາດໂຄວິດ 19 ໄດ້ສິ້ນສຸດລົງໂດຍໄວ ເພື່ອໃຫ້ທຸກຄົນກັບຄືນສູ່ວຽກງານ, ການຮ່ຳຮຽນ ແລະ ທຳມາຫາກິນ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ

ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ປີຂານ 2022, ປຊຊ ທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມປາດຖະໜາຢາກໃຫ້ມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອຍອຳນວຍ, ປະເທດຊາດພັດທະນາ.

ຢູ່ນະຄອນໂຮ່ຈິມິນ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຫຼາຍຄົນໄດ້ຢູ່ເຮືອນພ້ອມກັບຄອບຄົວ ແລະ ສະແດງຄວາມປາດຖະໜາ ຢາກໃຫ້ໂລກລະບາດໂຄວິດ 19 ໄດ້ສິ້ນສຸດລົງໂດຍໄວ ເພື່ອໃຫ້ທຸກຄົນກັບຄືນສູ່ວຽກງານ, ການຮ່ຳຮຽນ ແລະ ທຳມາຫາກິນ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນເຕັດ
ປະ​ເທດຫວຽດ​ນາມ ​ຕ້ອນ​ຮັບ​ປີ​ໃໝ່​ດ້ວຍ​ຄວາມ​ປາດ​ຖະ​ໜາຫຼາຍ​ຢ່າງ. (ພາບ: VOV)

ຢູ່ຮ່າໂນ້ຍ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຍ້ອນຜົນສະທ້ອນຈາກໂລກລະບາດ, ຮ່າໂນ້ຍ ບໍ່ໄດ້ຍິງບັ້ງໄຟດອກ ແລະ ບໍ່ເສບຕົນຕີ ແຕ່ບັນຍາກາດຍັງມີຄວາມອົບອຸ່ນ ແລະ ຕັ້ງຄວາມຫວັງກ່ຽວກັບເສັ້ນທາງເປີດກ້ວາງໃນອະນາຄົດ. ໃຜໆກໍ່ປາດຖະໜາ ຢາກໃຫ້ທຸກຄົນທຸກຄອບຄົວມີຄວາມສະຫງົບສຸກ, ເສດຖະກິດໄດ້ຮັບການຟື້ນຟູ, ປະເທດຊາດພັດທະນາ.

“ລະດູບານໃຫ່ມອົບອຸ່ນ-ບຸນເຕັດແຫ່ງຄວາມຮັກແພງ” ແມ່ນຫົວເລື່ອງຂອງບັນດາການເຄື່ອນໄຫວ ໂດຍນະຄອນ ໂຮ້ຍອານ ແຂວງ ກວາງນນາມ ຈັດຂຶ້ນໃນໂອກາດບຸນເຕັດປະຈຳຊາດ ປີຂານ 2022. ລາຍການພົບປະແລກປ່ຽນ ຕອບບຸນແທນຄຸນແນວໜ້າໃນການປ້ອງກັນ ຕ້ານໂລກລະບາດ ແມ່ນເຫດການທີ່ມີຄວາມໝາຍ ໂດຍນະຄອນໂຮ້ຍອານ ຈັດຂຶ້ນໃນໂອກາດນີ້ ເພື່ອພ້ອມກັນຫວນຄືນວຽກງານປ້ອງກັນ ຕ້ານໂລກລະບາດ ແລະ ເຊີດຊູບັນດານັກວິລະຊົນກຳລັງການແພດແນວໜ້າ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມແລ້ວທີ່ຈະຮ່ວມເດີນທາງກັບນະຄອນ ໃນໄລຍະຜ່ານມາ.

vov.world.vn

ເຫດການ
302 Found

Found

The document has moved here.