Satyam Mishra (ອິນເດຍ): ຂ້າ​ພະ​ເຈົ້າ​ຮັກ​ຮີດ​ຄອງ​ປະ​ເພ​ນີບຸນເຕັດຢູ່ຫວຽດ​ນາມ

16:30 | 03/02/2022

ຍສໝ - ຫວນຄືນຄັ້ງທໍາອິດທີ່ຕ້ອນຮັບບຸນເຕັດຢູ່ຫວຽດນາມ ເມື່ອມາຮອດຮ່າໂນ້ຍ, ອ້າຍ Satyam Mishra ໄດ້ນຸ່ງຊຸດເສື້ອຍາວ ໄປງານລ້ຽງທ້າຍປີຢູ່ເຮືອນສາດສະດາຈານ ມະຫາວິທະຍາໄລ ແລະ ໄດ້ຮັບອັງເບົາຈາກສາດສະດາຈານ. ອ້າຍໄດ້ກິນອາຫານເຈທີ່ຈັບອົກຈັບໃຈຢູ່ທີ່ນີ້ ແລະ ທຸກຄົນໄດ້ແນະນຳໃຫ້ຮ້ານອາຫານເຈຫຼາຍແຫ່ງ ຢູ່ຮ່າໂນ້ຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19 ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ

ອ້າຍ ເລົ່າວ່າ "ຢູ່ອິນເດຍພວກເຮົາບໍ່ມີວັດທະນະທໍາການດື່ມເຫຼົ້າ ແລະ ຖ້າມີ, ພວກຂ້າພະເຈົ້າກໍ່ບໍ່ເຄີຍດື່ມຕໍ່ຫນ້າຜູ້ສູງອາຍຸ. ເມື່ອຂ້າພະເຈົ້າໄປງານລ້ຽງ ໃນມື້ນັ້ນ, ຂ້າພະເຈົ້າພົບໝູ່ເພື່ອນຂອງຕົນພວມດື່ມເຫຼົ້າກັບສາດສະດາຈານ, ເຊິ່ງ ແນ່ນອນວ່າອາຍຸສູງກວ່າພວກຂ້າພະເຈົ້າທຸກຄົນ. ສິ່ງ​ນີ້​ເຮັດ​ໃຫ້​ຂ້າພະເຈົ້າ​ແປກ​ໃຈ ແຕ່​ກໍ່​ຮູ້ສຶກ​ໄດ້ເຖິງຄວາມໃກ້ຊິດສະໜິດສະໜົມ.”

Satyam Mishra (ອິນເດຍ):  ຂ້າ​ພະ​ເຈົ້າ​ຮັກ​ຮີດ​ຄອງ​ປະ​ເພ​ນີບຸນເຕັດຢູ່ຫວຽດ​ນາມ
Satyam Mishra (ອິນເດຍ) ຫຼິ້ນບຸນເຕັດກັບໝູ່ເພື່ອນ.

​ເປັນ​ຄັ້ງ​ທີ 2 ​ທີ່ຕ້ອນຮັບບຸນເຕັດຢູ່​ຫວຽດນາມ, Satyam Mishra ​ໄດ້​ຖືກ​ເຊີນ​ໄປ​ເຮືອນ​ຂອງ​ເພື່ອນຂອງຕົນ ​ແລະ ​ຈັດ​ງານ​ບຸນ​ເຕັດຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ພ້ອມກັບ​ຄູ​ອາຈານ ​ແລະ ໝູ່​ເພື່ອນ.

ສໍາລັບ Satyam Mishran, ຮີດຄອງປະເພນີ ເຊັ່ນ: ການໄຫວ້ບູຊາບັນພະບຸລຸດ, ໄປວັດຕ່າງໆໃນວັນບຸນເຕັດເຮັດໃຫ້ລາວຮູ້ສຶກເຖິງຄວາມຄ້າຍຄືກັນລະຫວ່າງບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ ແລະ ບຸນ Diwali ຂອງອິນເດຍ ບ້ານເກີດເມືອງນອນຂອງຕົນ.

Satyam Mishra ​ໃຫ້​ຮູ້​ວ່າ: ຕົນຮັກຮີດຄອງ​ປະ​ເພນີ​ບຸນເຕັດຂອງ​ຊາວ ຫວຽດນາມ. “ການໄຫວ້ບູຊາບັນພະບຸລຸດ ເຮັດໃຫ້​ເຮົາ​ອວ່າຍໜ້າກັບ​ຄືນ​ກົກເຄົ້າເຫງົ້າກໍຂອງຄອບຄົວ. ໄປວັດ, ພວກເຮົາ ຂໍພອນໄຊອັນປະເສີດ ໃຫ້ແກ່ຄອບຄົວ, ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງ. ​ໃນ​ຊີວິດ​ທີ່ພັດທະນາຢ່າງວ່ອງໄຫວຄື​ໃນ​ປະຈຸ​ບັນ, ​ເດັກນ້ອຍ​ກໍ່​ຕ້ອງການ​ສະພາບ​ແວດ​ລ້ອມ​ແບບ​ນີ້ ​ເພື່ອ​ພັດທະນາ​ຢ່າງຮອບດ້ານ ​ແລະ ຫຼໍ່ລ້ຽງຄຸນຄ່າ​ວັດທະນະທຳດ້ານຈິດ​ໃຈ.”

ບູນມີ

ເຫດການ
302 Found

Found

The document has moved here.