ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

18:04 | 31/01/2022

ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ
ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ
ມອບຂອງຂວັນບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ (ພາບ: VOV)

ຕອນຄ່ຳວັນທີ 30 ມັງກອນ, ຢູ່ນະຄອນຫຼວງວຽງຈັນໄດ້ດຳເນີນພິທີມອບຂອງຂວັນບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ, ສະມາຄົມໃຫຍ່ຊາວຫວຽດນາມ, ສະມາຄົມນະຄອນວຽງຈັນ ພ້ອມກັບພໍ່ແມ່ປະຊາຊົນເປັນຈຳນວນຫຼວງຫຼາຍ.

ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ. ເອື້ອຍເຟືອງຮວາ ຊາວຫວຽດນາມ ອາໄສຢູ່ລາວແບ່ງປັນວ່າ:

ຂ້າພະເຈົ້າດີໃຈຫຼາຍ ຍ້ອນໄດ້ຮັບຂອງຂວັນທີ່ມີຄວາມໝາຍນີ້, ໂດຍໄດ້ມາສູນວັດທະນະທຳຫວຽດນາມ ຢູ່ນະຄອນ ວຽງຈັນ, ພ້ອມກັບທຸກໆຄົນເຂົ້າຊົມງານວາງສະແດງສິນຄ້າຂອງ ຫວຽດນາມ ແລະ ລາວ. ຂ້າພະເຈົ້າພ້ອມກັບທຸກຄົນຍັງໄດ້ຊິມບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ແລະ ພິເສດແມ່ນໄດ້ຮັບຟັງບັນດາບົດເພງຍ້ອງຍໍຊົມເຊີຍລະດູບານໃໝ່, ຍ້ອງຍໍຊົມເຊີຍບ້ານເກີດເມືອງນອນປະເທດຊາດ.

vovworld.vn

ເຫດການ
302 Found

Found

The document has moved here.