ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ

06:02 | 03/02/2022

ຍ​ສ​ໝ - ຕາມ​ການ​ຄົ້ນ​ຄ້​ວາ ຄາດ​ຄະ​ເນວ່າ ການ​ທ່ອງ​ທ່ຽວ ປີ 2022 ຂອງ Booking.com ສຳ​ລັບຊາວ​ຫວຽດ​ນາມ ທີ່​ມີ​ແຜນ​ການ​ໄປ​ປະ​ຕິ​ບັດ​ງານ​ ຫຼື ການ​​ລະຫ​ລິ້ນບັນ​ເທິງ​ໃນ​ຮອບ​ເວ​ລາ 12 – 24 ເດືອນ​ຈະ​ມາ​ເຖິງ, ມີ​ຊາວ​ຫວຽດ​ນາມ ຂຶ້ນ​ເຖິງ 76% ຢາກ​ລົງ​ພຶດ​ຕິ​ກຳ​ການ​ດຳ​ລົງ​ຊີ​ວິດ​ແບບ​ໃໝ່, ມີ 70% ຢາກ​ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ໃໝ່ ແລະ ແຕກ​ຕ່າງ​ກັນ​ໃນ​ການ​ເດີນ​ທາງ​ໄປ​ທ່ຽວ​ຂອງ​ເຂົາ​ເຈົ້າ, ພາຍຫຼັງ​ສະ​ພາບ​ການ​ທ່ອງ​ທ່ຽວ​ມີ​ຄວາມ​ປອດ​ໄພ.

ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ
10 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ 10 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ "​ດິນແດນແຫ່ງ​ຊາ" ​ໄທ​ງວຽນ
ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ຕະຫຼາດ​ດ່າ​ລາດ (ພາບ: VOV)

ເວັບ​ໄຊ booking.com ໄດ້ແນະ​ນຳ 5 ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຖວ​ໜ້າ​ຢູ່ ຫວຽດ​ນາມ ເພື່ອ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ອາ​ຫານ​ການ​ກິນ​ເຈ, ໂດຍ​ຜູ້​ນຳ​ໃຊ້​ປະ​ກອບ​ຄຳ​ເຫັນ ຕີລາ​ຄາ​ ແລະ ເຕື້ອງ​ເຖິງຫຼາຍ​ທີ່​ສຸດ. ບັນ​ດາ​ສະ​ຖານ​ທີ່ນີ້ ກໍ່​ຈະ​ເໝາະ​ສົມ​ກັບ​ຄວາມ​ນິ​ຍົມ​ຂອງ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ກ່ຽວ​ກັບ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ການ​ດຳ​ລົງ​ຊີ​ວິດ​ແບບ​ໃໝ່ ແລະ ຊິມ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ເດີນ​ທາງ​ທ່ອງ​ທ່ຽວ.

ດ່າລາດ

ໂດຍ​ແມ່ນ​ເຂດ​ຈຸດ​ສຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ປອດ​ສານ​ພິດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ແຖວ​ໜ້າ​ໃນ​ທົ່ວ​ປະ​ເທດ, ດ່າ​ລາດ ໄດ້​ຮັບ​ນາມ​ມະ​ຍົດ​ແມ່ນ “ອາ​ນາ​ຈັກແຫ່ງ​ຜັກ ແລະ ດອກ​ໄມ້​ຂອງ ຫວຽດ​ນາມ” ຍ້ອນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສະ​ອາດ ແລະ ອົງ​ຄະ​ທາດ ທີ່​ມີ​ຄຸນ​ນະ​ພາບ​ສູງ. ມາ​ດ່າ​ລາດ, ແຂກ​ທ່ອງ​ທ່ຽວ ບໍ່​ອາດ​ພາດ​ຖະ​ໜົນ ຟານ​ດິ່ງ​ຝຸ່ງ ໂດຍ​ແມ່ນ​ຖະ​ໜົນ​ອາ​ຫານ​ການ​ກິນ ທີ່​ສ​ຸດຍອດ ສຳ​ເລັບ​ຜູ້​ກິນ​ເຈ ດ້ວຍ​ຮ້ານ​ອາ​ຫານ ທີ່​ບໍ່​ມີ​ຊີ້ນ - ຈາກ​ບັນ​ດາ​ຮ້ານ​ອາ​ຫານ​ຕາມ​ສັ່ງ, ບັນ​ດາ​ຮ້ານ​ອາ​ຫານ​ທີ່​ອົບ​ອຸ່ນ. ມີ​ສິ່ງໃຫ້​ເລືອກ​ເປັນ​ຈຳ​ນວນຫຼາຍ ເພື່ອ​ໃຫ້​ເພື່ອນ​ສາ​ມາດ​ຮັບ​ປະ​ທານ​ຄາບ​ເຂົ້າ​ທີ່​ປອດ​ໄສ, ຍ້ອນ​ວ່າ ບັນ​ດາ​ຮ້ານ​ອາ​ຫານ​ຢູ່​ທີ່​ນີ້​ລ້ວນ​ແຕ່​ປຸງ​ແຕ່ງເຍື່ອງ​ອາ​ຫານ​ທີ່​ໄດ້​ເຮັດ​ຈາກ​ວັດ​ຖຸ​ດິບ​ທີ່​ແຊບ​, ​ສົດທີ່​ສຸດ ຂອງ ດ່າ​ລາດ.

ນະ​ຄອນ​ໂຮ່​ຈີ​ມິນ

ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ບັນ​ດາ​ຮ້ານ​ອາ​ຫານ​ກິນ​ເຈ ມີ​ຄວາມ​ນິ​ຍົມ​ທີ່​ສຸດ ຍ້ອນ​ຄວາມ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສູງ​ຂອງຊາວ​ທ້ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ. ຄວາມ​ອຸ​ດົມ​ສົມ​ບູນ ແລະ ຄຸນ​ນະ​ພາ​ບ​ຂອງເຍື່ອງ​ອາ​ຫານ​ເຈ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ແນ່ນອນ​ວ່າ ຈະ​ຕອບ​ສ​ະ​ໜອງ​ໄດ້​ຄວາມ​ຕ້ອງ​ການ​ໃນ​ການ​ຄົ້ນຫາອາ​ຫານ​ການ​ກິນ ແລະ ການ​ດຳ​ລົງ​ຊີ​ວິດ​ຢ່າງ​ປອດ​ໃສຂອງແຂກ​ທ່ອງ​ທ່ຽວ.

ເຂົ້າ​ກະ​ດູກຂ້າງ ໄຂ່ ໂດຍ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ແຊບ​ທີ່​ສຸດ ແນ່ນອນ​ວ່າ ຕ້ອງ​ຊີມ​ຢູ່ ໄຊ​ງອນ, ແຕ່​ບໍ່ມີຫຼາຍ​ຄົນທີ່​ຮູ້​ວ່າ ເຍື່ອງ​ອາ​ຫານ​ດັ່ງ​ກ່າວ​ໄດ້​ແຕ່​ງ​ດ້ວຍ​ວັດ​ຖຸ​ເຈ ເຊິ່ງກໍ່​ດຶງ​ດູດ​ໃຈ​ຫຼາຍ​ພໍ​ສົມ​ຄວນ. ເຍື່ອງ ອາ​ຫານ ທີ່​ໄດ້​ປຸງ​ແຕ່ງ​ລວມ​ມີ ກະ​ດູກ​ຂ້າງເຈ ທີ່​ເຮັດ​ມາ​ຈາກ ເຕ​ົ້າ​ຮູ້, ຢໍ່​ເຈ ແລະ ວັດ​ຖຸ​ດິບ​ເຈ​ຕ່າງໆ. ເຍື່ອງ​ອາ​ຫານ​ຕາມ​ຖະ​ໜົນ​ທີ່​ມີ​ຊື່​ສຽງ​ຕ່າງໆ​ຂອງ ໄຊ​ງອນ ແມ່ນ ບັນ​ແຊ່ວ ໂດຍ​ມີ​ເນື້ອ​ແມ່ນ​ຊີ້ນ ແລະ ອາ​ຫານ​ທະ​ເລ, ແຕ່​ແຂກ​ທ່ອງ​ທ່ຽວສາ​ມາດ​ຊີມ​ເຍື່ອງ​ອາ​ຫານນີ້ ດ້ວຍ​ເນື້ອ​ແມ່ນ ຖົ່ວ​ງອກ, ເຕົ້າ​ຮູ້, ເຫັດ ແລະ ກິນ​​ກັບ​ຜັກ​ຫອມ ແຕ່​ຍັງ​ຮູ້​ສຶກ​ໄດ້​ລົດ​ຊາດ​ທີ່​ຄົບ​ຖ້ວນ.

ໂຮ້ຍອານ

ຖະ​ໜົນ​ໂຮ້ຍອານ ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍ​ລຸ້ນ​ຄົນ ດ້ວຍ​ຖະ​ໜົນ​ເກົ່າ​ທີ່​ສວຍ​ງາມ, ບັນ​ດາ​ໂຮງ​ແຮງ “boutique” ​ນ້ອຍໆທີ່​ມີ​ລັກ​ສະ​ນະ​ແບບ​ໂຣ​ແມນຕິກ​ທີ່​ເປັນ​ເອ​ກະ​ສັກ​ສະ​ເພາະ ແລະ ບັນ​ດາ​ຮ້ານ​ຕ​ັດ​ຫຍິບ​ແຖວ​ໜ້າ ໂດຍ​ໄດ້​ນອນ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຮ່​ວາຍ. ໄປ​ຄຽງ​ຄູ່​ກັບ​ຄວາມ​ງາມ​ທີ່​ມີ​ລັກ​ສະ​ນະ​ສັນ​ຍາລັກ ແລະ ຜ່ານ​ຕາມໄລ​ຍະ​ເວ​ລາ, ໂຮ້ຍ​ອານ​ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ຝັນສຳລັບ​ຜູ້​ກິນ​ເຈ ຍ້ອນ​ບັນ​ດາ​ເຍື່ອງ​ອາ​ຫານ​ທ້ອງ​ຖິ່ນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ແຊບ​. ສະ​ຖານ​ທີ່​ແຫ່ງນີ້ ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງອາ​ຫານ​ເຂົ້າ​ຈ້າວ​ໄກ່ ໂຮ້ຍ​ອານ ເຈ ແລະ ໜີ່ກວາງ​ເຈ - ໂດຍ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ພົ້ນ​ເດັ່ນ ແລະ ມີ​ສີ​ສັນ​ທີ່​ອຸ​ດົມ​ສົມ​ບູນ, ດ້ວຍ​ລົດ​ຊາດ​ທີ່ແຊບ​ ແລະ ງ່າຍໆ​ຈາກ​ພຶດ.

ນອກ​ຈາກ​ນັ້ນ, ຜູ້​ໃດ​ຢາກ​ຄົ້ນ​ຫາ​ເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ຕ່າງກໍ່​ສາ​ມາດ​ຊອກ​ຫາ​ເຍື່ອງ​ອາ​ຫານ​ຂອງ ໂຮ້ຍ​ອານ ຄື: ກາ​ວ​ເລົາ​ເຈ ຫຼື ສະ​ລາ​ເປົາເຈ, ເຂົ້າ​ໜົມ​ວາກເຈ. ໃນ​ເວ​ລາ​ທີ່​ຢ້ຽມ​ຊົມ​ເຮືອນ​ຫຼັງ​ຕ່າງໆ​ທີ່​ເກົ່າ​ແກ່ ແລະ ຊື້​ຂອງ​​ທີ່​ລະ​ນຶກ​ຈາກ​ບັນ​ດາ​ຮ້ານ​ຫັດ​ຖະ​ກຳສິ​ລະ​ປະ​ກຳ, ແຕ່​ຢ່າ​ລືມ​ພັກ​ຜ່ອນ ແລະ ກິນ​ນ້ຳ​ດື່ມ​ສະ​ໝູນ​ໄພ​ທີ່​ມີ​ຊື່​ສຽງ “ນ້ຳ​ມອດ” ໂດຍ​ໄດ້​ເຮັດ​ມາ​ຈາກວັດ​ຖຸ​ດິບ​ທຳ​ມະ​ຊາດ​ທີ່​ເຢັນ​ສະ​ບາຍ ແລະ ໄດ້​ປະ​ດັບ​ປະ​ດາ​ດ້ວຍ​ກີບດວກ​ບົວ​ທີ່​ສວຍ​ງາມ.

ເທື່ອທຽນເຫ້ວ

ໂດຍ​ກຳ​ມະ​ສິດ​ພື້ນ​ຖານ​ອາ​ຫານ​ການ​ກິນໃນ​ວັງ, ເມື​ອງ​ເກົ່າ​ເຫ້ວ ໄດ້​ນຳ​ມາ​ເຊິ່ງ​ການ​ເລືອກ​ທີ່​ອຸ​ດົມ​ສົບ​ມູນ ດ້ວຍ​ເຍື່ອງ​ອາ​ຫານ​ເຈ ທີ່​ແຊບ​, ມີຄຸນ​ນະ​ພາບ. ປະ​ຊາ​ຊົນ​ເຫ້ວ ກໍ່​ມີ​ຄວາມ​ຊີ້ນ​ເຄີຍ​ກິນເຈ​ເປັນ​ປະ​ຈຳ, ດັ່ງ​ນັ້ນ ອາ​ຫານ​ການ​ກິນ​ເຈຂອງ ເຫ້ວ​ກໍ່​ອຸ​ດົມ​ສົມ​ບູນ ແລະ ເຕັມ​ໄປ​ດ້ວຍ​ສິ​ລະ​ປະ​ທີ່ພິ​ຖິ​ພິ​ຖັນ.

ເຍື່ອງອາຫານຈຸ່ມເຈແມ່ນ​ເຍື່ອງ​ອາ​ຫານ​ທີ່​ແນ່ນອນ​ວ່າ​ຕ້ອງ​ກິນ​ຢູ່​ເຫ້ວ. ດ້ວຍ​ວັດ​ຖຸ​ດິບ​ທີ່​ສົດແຊບ ປະ​ສົມ​ກັບ​ນ້ຳ​ແກງ​ທີ່​ເຂັ້ມ​ຂົ້ນ ແຕ່​ນຳ້ແກງຍັງໃສ, ເຍື່ອງ​ອາ​ຫານນີ້ ແນ່ນອນ​ວ່າ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ບໍ່​ສາ​ມາດ​ຫຼົງ​ລືມ​ໄດ້. ຖ້າ​ຢາກ​ຊີມ​ບັນ​ດາ​ເຍື່ອງອ​າ​ຫານ​ເບົາ​ຈາກ​ບັນ​ດາ​ຮ້ານ​ອາ​ຫານ​ຕາມ​ຖະ​ໜົນ, ອາ​ຫານ​ທີ່​ມີ​ຊື່​ສຽງ ເຫ້ວ​ຄື: ບັນ​ລອກ, ບັນ​ນ້ຳ​ເຈ ຫຼື ​ບັນ​ກວັນ​ເຈ ດ້ວຍ​ລົດ​ຊາດ​ທີ່​ແຊບ​ ທີ່​ເຮັດ​ຈາກ​ແປ້ງມັນ​ຕົ້ນ​ເຄືອ ແລະ ແປ້ງ​ເຂົ້າ, ປະສົມກັບ​ໄສ້ຜັກ​ໝາກ​ໄມ້, ເຫັດ ທີ່​ໄດ້​ຫໍ່​ດ້ວຍ​ໃບ​ຕອງ ຈະ​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ທີ່​ສຸດ. ຢໍ​່ເຈ ຫຼື ຊີ້ນ​ເຈ ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ, ເພາະ​ສະ​ນັ້ນ ແຂກ​ທ່ອງ​ທ່ຽວ ອາດ​ຈະ​ຊີມ​ເຍື່ອງອ​າ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຫ້ວ​ ໃນແບບ​ກິນ​ເຈ, ຍົກ​ຕົວ​ຢ່າງ​ຄື: ເຂົ້າ​ປຸ້ນ​ເຫ້ວ.

ຮ່າໂນ້ຍ

ຮ່າ​ໂນ້ຍ ແມ່ນ​ສະ​ຖານ​ສຸດຍ​ອດ​ສຳ​ລັບ​ຜູ້​ນິ​ຍົມ​ກິນ​ເຈ ດ້ວຍ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ເປັນ​ຈຳ​ນ​ວນຫຼາຍ ໂດຍ​ໄດ້​ປຸງ​ແຕ່ງ​ມາ​ຈາກ​ຢາ​ສະ​ໝູນ​ໄພທີ່​ສົດ​ ແລະ ໝາກ​ໄມ້​ເຂດ​ຮ້ອນ​ຕ່າງໆ ທີ່ມີ​​ຕະຫຼອດ​ປີ. ຮ່າ​ໂນ້ຍ​ກໍ່​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ຕາມ​ຖະ​ໜົນ ຄື ເຂົ້າ​ຈີ່​ເຈ ຫຼື ເຂົ້າ​ໜົມ​ຫວານ ໂດຍ​ແມ່ນ​ສະ​ຖານ​ທີ່​ທີ່​ເພື່ອນ​ສາ​ມາດ​ເລືອກ​ເອົາໄສ້​ເຖິງ 20 ຊະ​ນິດ ເພື່ອ​ກິນ​ສຸດ​ທ້າຍ​ຫຼັງອາຫານ. ຖ້າ​ຢາກ​ອາ​ຫານ​ຈືນ ຫຼື ຍັງ​ໄດ້​ເອີ້​ນ​ວ່າ KFC ແບບຫວຽດ ເຈົ້າ​ຈົ່ງ​ໄປ​ຍັງ​ຮ້ານ​ອາ​ຫານ​ຕາມ​ສັ່ງທີ່​ມີ​ຊື່​ວ່າ ຮ້ານ​ອາ​ຫານ​​ຕົ້ນ​ໂພ ທີ່ນອນ​ຢູ່​ທາງ​ທິດ​ຕ​າ​ເວັນ​ຕົກ​ຂອງ​ໜອງ​ເຕົ່າ ເຊິ່ງ​ດຶງ​ດູດ​ໄດ້ທັງຊາວ​ທ້ອ​ງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ, ​ຮ້ານ​ອາ​ຫານ​ທີ່​ມີ​ຊື່​ສຽງ​ນີ້ ມີ​​ເຂົ້າ​ໜົມປາເຕໂຊ້​ຈືນ ທີ່​ເຮັດ​ຈາກ​ເຫັດ ແລະ ເຂົ້າ​ປຸ້ນ. ຜູ້​ໃດ​ທີ່​ມັກ​ກິນ​ຫວານ​ກໍ່​ສາ​ມາດ​ລອງ​ເຂົ້າ​ໜົມ​ຈືນ​ໄສ້ຖົ່ວ​ຂຽວດ້ວຍ​ເປືອກ​ທີ່​ເຮັດ​ມາ​ຈາກ ເມັດງາ​ກອບ​ອີຫຼີ.

ຖ້າ​ຫາກ​ຢາກ​ຊີມ​ຄາບ​ເຂົ້າ​ເຈຢ່າງ​ສະ​ບາຍ ໃນ​ບັນ​ຍາ​ກາດ​ທີ່​ມິດ​ງຽບ, ຢ່າ​ຄິດຫຼາຍ ຈົ່ງ​ໄປ​ຍັງ ຮ້ານ​ອາ​ຫານ ອຶວ​ດາມ​ເຈ ທີ່ຫຼູ​ຫຼາ ຢູ່​ໃກ້​ກັບ​ໜອງ​ເຕົ່າ ຫຼື ຮ້ານ​ອາ​ຫານ Aummee ຢູ່ ໜ​ອງ ໄຕ​ໂຮ່. ບາງ​ຄັ້ງ, ເມື່ອ​ໄປ​ເລາະ​ຢູ່​ເຂດ​ຖະ​ໜົນ​ເກົ​່າ, ຄົ້ນ​ຫາ​ວັດ​ໃຫຍ່​ຢູ່ ຮ່າ​ໂນ້ຍ, ແຂກ​ທ່ອງ​ທ່ຽວ ກໍ່​ສາ​ມາດ​ຊອກ​ຫາ​ໄດ້​ບາງ​ຮ້ານ​ອາ​ຫານ​ທີ່​ມີ​ເຍື່ອງ​ອາ​ຫານ​ເຈ​ທີ່​ແຊບ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.