ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ

07:12 | 10/02/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 8 ກຸມ​ພາ, ​ຄະ​ນະ​ໂຄ​ສະ​ນາສຶກສາ​ສູນ​ກາງ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່ສານ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ, ໜັງ​ສື​ພິມ​ປະ​ຊາ​ຊົນ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້​ງການ​ແລກ​ປ່ຽນ​ວຽກ​ງານ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ປີ​ຂານ​ຢູ່​ຮ່າ​ໂນ້ຍ​.

ສືບ​ຕໍ່​ປະ​ຕິ​ບັດຄວາມ​ໃຝ​່​ຝັນ​ຫັນ​ເປັນ​ດີ​ຈີ​ຕອນ​ ຢູ່ ຫວຽດ​ນ​າມ ໃຫ້​ເປັນ​ຈິງ ສືບ​ຕໍ່​ປະ​ຕິ​ບັດຄວາມ​ໃຝ​່​ຝັນ​ຫັນ​ເປັນ​ດີ​ຈີ​ຕອນ​ ຢູ່ ຫວຽດ​ນ​າມ ໃຫ້​ເປັນ​ຈິງ
ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ
ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວ​ຄຳ​ເຫັ​ນ​ທີ່​ການ​ແລກ​ປ່ຽນ​ວຽກ​ງານ (ພາບ: TTXVN)

ກ່າວຄຳເຫັນທີ່ການແລກປ່ຽນວຽກງານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໂດຍຕາງໜ້າລັດຖະບານ, ນາຍົກລັດຖະມົນຕີ ໄດສະແດງຄວາມຂອບອົກຂອບໃຈໄປຍັງຄະນະໂຄສະນາສຶກສາສູນກາງ, ສະມາຄົມນັກຂ່າຫວຽດນາມ, ບັນດາອົງການສື່ມວນຊົນຍາມໃດກໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ໜູນຊ່ວຍລັດຖະບານ ຜ່ານຜ່າປີໜຶ່ງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດບັນດາເປົ້າໝາຍໃຫຍ່ໃນທຸກດ້ານໂດຍພື້ນຖານ.

ຕາມທ່ານຮອງນາຍົກລັດຖະມົນຕີ, ປີ2021ແມ່ນປີພິເສດ, ມີຫຼາຍເຫດການໃຫຍ່ສຳຄັນຫຼາຍຢ່າງ, ແຕ່ປະເທດເຮົາກໍ່ຖືກເສຍຫາຍຫຼາຍຢ່າງຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນັ້ນ ພະລັງຊີວິດ, ບັນດາຄຸນທາດທີ່ດີງາມຂອງປະຊາຊົນຫວຽດນາມ ແຕ່ຄົນພັດໄດ້ຮັບການປຸລຸກ, ແຜ່ກະຈາຍອອກ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນວ່າ: ສື່ມວນ​ຊົນຄວນສືບຕໍ່ປະຕິບັດໜ້າທີ່ຖະແຫຼງຂ່າວ, ໂຄສະນາໃຫ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນແຕ່ລະຄົນ ຕະຫຼອດຮອດບັນດາວິສາຫະກິດ, ປະຊາຄົມ, ສັງຄົມ ເຫັນດີເຫັນພ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ບົນຈິດໃຈຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ - 19ຢ່າງມີປະສິດທິຜົນໃນນັ້ນຄາດຄະເນ ແລະ ເປັນເຈົ້າການທາງສື່ມວນຊົນກ່ຽວກັບບັນດາຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກໂລກລະບາດໂຄວິດ - 19.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.