ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ

07:41 | 08/02/2022

ສື່ມວນຊົນໃນພາກພື້ນ ອາຊີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ທີ່ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະຍິງຮອບຊີງຊະນະເລີດ World Cup ຍິງ, ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງບັນດານັກກິລາບານເຕະ ຫວຽດນາມ.

ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ກາດ​ໂຄງ​ການ​ແຫ່ງ​ຊາດ​ໃໝ່ ໃຫ້​ແກ່ ຫວຽດ​ນາມ ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ກາດ​ໂຄງ​ການ​ແຫ່ງ​ຊາດ​ໃໝ່ ໃຫ້​ແກ່ ຫວຽດ​ນາມ
ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ ຫວ​ຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊ​າດ ຫວ​ຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ
ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ
ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ. ພາບ: TTXVN

ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ sportstar.thehindu.com ຖືວ່າ ໄຊຊະນະນີ້ ແມ່ນເຫດການທີ່ໜ້າຈົດຈຳໃນໄລຍະຜ່ານຜ່າຄວາມຫຍຸ້ງຍາກຂອງທິມບານເຕະຍິງ ຫວຽດນາມ ໃນຂະນະທີ່ມີສະມາຊິກຄົນໜຶ່ງຂອງທິມຕິດເຊື້ອໂຄວິດ - 19 ພາຍຫຼັງການຝຶກແອບ ແອັດສະປາຍ. ຄຽງຂ້າງນັ້ນ, ເຂົາເຈົ້າກໍຕ້ອງແຂ່ງຂັນກັບຄູ່ແຂ່ງທິມເຂັ້ມແຂງຄື ຍີ່ປຸ່ນ, ສ.ເກົາຫຼີ ແລະ ມຽນມາ.

ໃນເວັບໄຊຂອງ ສະຫະພັນບານເຕະໂລກ (FIFA) ໄດ້ໃຫ້ຂໍ້ສັງເກດວ່າ ນັກເຕະບານຍິງ ຫວຽດນາມ ໄດ້ມີການແຂ່ງຂັນທີ່ດີເລີດເພື່ອສາມາດເຂົ້າແຂ່ງຂັນໃນ World Cup ຍິງ 2023 ຢູ່ ອົດສະຕາລີ ແລະ ນິວຊີແລນ; ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໄຊຊະນະຄັ້ງປະຫວັດສາດຂອງກິລາບານເຕະ ຫວຽດນາມ. FIFA ໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນທິມບານເຕະຍິງທິມທີ 5 ຂອງ ອາຊີ ສາມາດເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ World Cup ຍິງ 2023.

ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ outlookindia.com ໄດ້ເນັ້ນໜັກວ່າ ທິມບານເຕະຍິງ ຫວຽດນາມ ໄດ້ສ້າງປະຫວັດສາດ ເມື່ອສາມາດເຂົ້າແຂ່ງຂັນທີ່ຮອບຊິງຊະນະເລີດ World Cup ຍິງ 2023 ຢູ່ ອົດສະຕາລີ ແລະ ນິວຊີແລນ, ພາຍຫຼັງເອົາໄຊຊະນະຕໍ່ທິມບານເຕະ ໄຕເປ (ຈີນ) 2 ປະຕູຕໍ່ 1 ໃນຮອບຄັດເລືອກຢູ່ນະຄອນ Mumbai, ອິນເດຍ.

vovworld.vn

ເຫດການ
302 Found

Found

The document has moved here.