ກ​ວາງ​ບິ່ງ ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ

15:15 | 10/02/2022

ຍ​ສ​ໝ - ບັນ​ດາ​ສະ​ຖານ​ທີ່​ນັດພົບ​ດຶງ​ດູ​ດ​ແຂກ​ທ່ອງ​ທ່ຽວ​ຂອງ ກ໋​ວາງ​ບິ່ງ​ແມ່ນ ຖ້ຳ ​ຟອງ​ຍາ, ຖ້ຳ ທຽນ​ເດືອງ, ວັດ ຮວ່າງ​ຟຸກ, ວິ​ຫານພະ​ແມ່ສັກສິດ ​ລຽວ​ແຮ້ງ, ວັດ​ ດ້າຍ​ຢາກ, ພູ​ເທິ່ນ​ດຽງ, ສະ​ໜາມຫຼວງ​ໂຮ່​ຈີ​ມິນ...

ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ
ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ
ກ​ວາງ​ບິ່ງ ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ
ພາບ​ປະ​ກອບ: TTXVN

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ການ​ທ່ອງ​ທ່ຽວ​ແຂວງ​ກ໋​ວາງ​ບິ່ງ ແລ້ວ, ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ຂານ 2022, ກາ​ນ​ທ່ອງ​ທ່ຽວ​ແຂວງ​ກ໋​ວາງ​ບິ່ງ ໄດ້​ຕອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ກ່​ວາ 35.000 ເທື່ອຄົນ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໃນ​ແຕ່​ລະ​ວັນ​ເພີ່ມ​ຂຶ້ນ ເກືອບ 16% ເມື່ອ​ທຽບ​ໃສ່​ກັບ​ວັນ​ບຸນ​ເຕັດ​ປີ​ສະຫຼຸ 2021.

ບັນ​ດາ​ຈຸດຕົ້ນຕໍທີ່​ດຶງ​ດູດ​ໄດ້​ແຂກ​ທ່ອງ​ທ່ຽວ​ແມ່ນ ຖ້ຳ ​ຟອງ​ຍາ, ຖ້ຳ ທຽນ​ເດືອງ, ວັດ ຮວ່າງ​ຟຸກ, ວິ​ຫານພະ​ແມ່ສັກສິດ ​ລຽວ​ແຮ້ງ, ວັດ​ ດ້າຍ​ຢາກ, ພູ​ເທິ່ນ​ດຽງ, ສະ​ໜາມຫຼວງ​ໂຮ່​ຈີ​ມິນ...

ທ່ານ ດັ້ງ​ດົງ​ຮ່າ, ຮອງ​ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ​ກ໋​ວາງ​ບິ່ງ ໃຫ້​ຮູ້​ວ່າ ວຽກ​ງານ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ໄດ້​ປະ​ຕິ​ບັດ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນ ແລະ ຫຼັງ​ໂອ​ກາດ​ບຸນ​ເຕັດ ປີ​ຂານ 2022. ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​, ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ເກືອບ​ທັງ​ໝົດ ໃນ​ບໍ​ລິ​ເວນ​ແຂວງ ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂ​ກ​ທ່ອງ​ທ່ຽວ​ພ້ອມ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້​ານ​ໂລກ​ລະ​ບາດ​ໂຄວິດ - 19 ຕາມ​ຂໍ້​ກຳ​ນົດ​ຢ່າງ​ເຂັ້ມ​ງວດ.

ບັນ​ດາ​ໜ່ວຍ​ງານ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ໄດ້​ກຽມ​ພ້ອມ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ພື້ນ​ຖານວັດ​ຖຸ, ບຸກ​ຄະ​ລະ​ກອນ, ປະ​ຕິ​ບັດ​ການ​ຕ້ອນ​ຮັບ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວໃນ​ຕະຫຼອດ​ໄລ​ຍະ​ບຸນ​ເຕັດ ໂດຍ​ນຳ​​ການ​ລົງ​ພຶດ​ຕິ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ກ໋​ວາງ​ບິ່ງ - ສະ​ຖານ​ທີ່​ປອດ​ໄພ ແລະ ແຕກ​ຕ່າງ​ກັນມາ​ໃຫ້​ແຂກ​ທ່ອງ​ທ່ຽວ.

ພິ​ເສດ, ໃນ​ໂອ​ກາດ​ບຸນ​ເຕັດ 2022, ສູນ​ທ່ອງ​ທ່ຽວ ຟອງ​ຍາ - ແກ​ບ່າງ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ລົງ​ພຶດ​ຕິ​ກຳ​ຕິງ​ຈິງ​ທ່ອງ​ທ່ຽວ​ທີ່​ໃໝ່​ອ່ຽມ​. ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ​ແມ່ນ​ລາຍ​ການ “ຄົ້ນ​ຫາ​ຄວາມລຶກ​ລັບ​ຂອງ​ຖ້ຳ​ຟອງ​ຍາ​ໃນ​ຕອນ​ກາງ​ຄືນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.