ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

07:50 | 09/02/2022

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025.

ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ
ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ
undefined
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 21-23/6/2021. (ພາບ: baoquocte.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui – yong ແລະ ທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຈະຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ລາຍການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ແຕ່ວັນທີ 9 – 11 ກຸມພາ. ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ເປັນຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຮອບເວລາ 5 ປີຜ່ານມາ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025. ນອກຈາກນັ້ນ, ຕາງໜ້າໃຫ້ຫວຽດນາມ ໃນບົດບາດເປັນປະເທດປະສານງານການຮ່ວມມື ອາຊຽນ - ສ.ເກົາຫຼີ ໄລຍະ 2020 – 2023, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍຈະປຶກສາຫາລືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ກ່ຽວກັບຫົວຂໍ້ນີ້.

vov.world.vn

ເຫດການ
302 Found

Found

The document has moved here.