Patthida Bunchavalit (ໄທ): ຫວຽດ​ນາມ ຈະຊະນະ​ໂລກ​ລະ​ບາດ​

15:07 | 02/02/2022

ຍສໝ - ເອື້ອຍ Patthida Bunchavalit (ເກີດປີ 1981 ມາຈາກປະເທດໄທ) ມາ ຫວຽດນາມ ເປັນນັກຄົ້ນຄວ້າ ແລະປ້ອງກັນບົດວິທະຍານິພົນປະລິນຍາເອກ ທີ່ ຄະນະພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ຮ່າໂນ້ຍ), ໃຫ້ຮູ້ວ່າ: ຍ້ອນພະຍາດໂຄວິດ-19, ປີ 2021, ເອື້ອຍ​ໄດ້ຢູ່​ຫວຽດນາມ ​​ຕ້ອນຮັບ​ບຸນ​ເຕັດ ​ແລະ ມີ​ຄວາມ​ຊົງ​ຈຳ​ທີ່​ດີງາມຫຼາຍຢ່າງ.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ: ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອ​ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃນ​ປີ 2021 ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ: ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອ​ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃນ​ປີ 2021
ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ

ຕາມ​ເອື້ອຍ​ແລ້ວ, ​ໃນ 2 ປີຜ່ານມາ, ​ໂລກ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ພະຍາດ​ລະບາດ, ​ແຕ່ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດບວກ. ປີກາຍນີ້, ບໍລິສັດ Panasonic ໄດ້ຍ້າຍຖານ ການຜະລິດຈາກປະເທດອື່ນມາຫວຽດນາມ ແລະ ປີນີ້ບໍລິສັດ Lego ກໍ່ຕັ້ງໂຮງ ງານຜະລິດແຫ່ງທີ 6 ຢູ່ຫວຽດນາມ. ສິ່ງ​ດັ່ງກ່າວ​ໄດ້​ຢືນຢັນ​ວ່າ ​ເສດຖະກິດ​ຫວຽດນາມ ​ນັບ​ມື້​ນັບ​ເຂັ້ມແຂງ ​ແລະ ​ໃນ​ອະນາຄົດ ຫວຽດນາມ ຈະ​ແມ່ນ​ປະ​ເທດ​ດຶງ​ດູດ​ການ​ລົງທຶນ​ຈາກ​ວິ​ສາ​ຫະກິດໃຫຍ່​ຂອງຕ່າງປະ​ເທດ​​ຫຼາຍ​ແຫ່ງ.

Patthida Bunchavalit (ໄທ):  ຫວຽດ​ນາມ ຈະຊະນະ​ໂລກ​ລະ​ບາດ​
ເອື້ອຍ Patthida Bunchavalit.

ນັບ​ແຕ່​ເມື່ອເກີດ​ພະຍາດ​ໂຄ​ວິດ-19, ເອື້ອຍໄດ້​ໃຊ້​ເວລາ​ເກືອບ 2 ປີ​ຢູ່​ຫວຽດນາມ ​ແລະ ມີຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້, ນັ້ນ​ແມ່ນ​ພ້ອມກັບປະຊາຊົນ​ຕ້ານ​ພະຍາດ, ປະຕິບັດ​ລະບຽບ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ຂອງ​ລັດຖະບານ ຫວຽດນາມ ຢ່າງ​ເຂັ້ມ​ງວດ.

ທ່ານ​ນາງ Patthida Bunchavalit ແບ່ງປັນ​ວ່າ “ໂລກ​ລະບາດ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້​ເຖິງ​ກຳລັງ​ແຮງ​ຂອງ​ລັດຖະບານ ຫວຽດນາມ ​ແລະ ຄວາມ​ສາມັກຄີ​ຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ຫວັງ​ວ່າ ຫວຽດນາມ ຈະ​ຜ່ານ​ຜ່າ​ໂລກ​ລະບາດ​ນີ້. ເນື່ອງ​ໃນ​ໂອ​ກາດບຸນ​ປີ​ໃຫມ່​ປີຂານ 2022​, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ທຸກຄົນມີຄວາມເບີກບານມ່ວນຊື່ນ​, ມີ​ສຸ​ຂະ​ພາບ​ແຂງ​ແຮງ​, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ..​. ຂ້າພະ​ເຈົ້າ​ຫວັງ​ວ່າ ຫວຽດນາມ ຊະນະໂລກລະບາດ, ທຸກ​ຄົນ​ຈະ​ໄດ້ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ ປຸ້ມລຸມກັນ​ກັບ​ຄອບຄົວ, ພ້ອມກັນຕ້ອນຮັບ​ປີ​ໃໝ່ ​ແລະ ຄວາມມ່ວນຊື່ນໃໝ່”.

ບູນມີ

ເຫດການ
302 Found

Found

The document has moved here.