ເສີມສ້າງຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດລາວ

ເສີມສ້າງຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດລາວ

ຍສໝ - ທ່ານພັນເອກ ກູ່ດຶ໊ກເມົ້າ ຜູ້ອໍານວຍການບໍລິສັດຮ່ວມມືເສດຖະກິດ 385 ໃຫ້ຮູ້ວ່າ ການແຂ່ງຂັນແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2023) ແລະ 34 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2023).

ຫວຽດນາມ - ລາວ - ກໍາປູເຈຍ ຈັດການຝຶກຊ້ອມການແພດທະຫານຮ່ວມ

ຫວຽດນາມ - ລາວ - ກໍາປູເຈຍ ຈັດການຝຶກຊ້ອມການແພດທະຫານຮ່ວມ

ຍສໝ - ເພື່ອເປັນເຈົ້າການຮັບມືກັບໄພທຳມະຊາດ, ໄພພິບັດ; ປະຕິບັດຕາມການຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ກຳລັງການແພດທະຫານຂອງ 3 ປະເທດໄດ້ຈັດຕັ້ງການຝຶກຊ້ອມຮ່ວມ, ສົມທົບກັບກຳລັງການແພດທ້ອງຖິ່ນເພື່ອປິ່ນປົວຜູ້ປະສົບເຄາະຮ້າຍຈາກໄພພິບັດແຜ່ນດິນໄຫວແນໃສ່ຍົກລະດັບການຈັດຕັ້ງ, ການປະສານງານ, ການສົມທົບ ແລະກຽມພ້ອມເຂົ້າຮ່ວມການກູ້ຊ່ວຍດ້ານການແພດໃນພາກພື້ນ ແລະໂລກເມື່ອມີຄວາມຮຽກຮ້ອງຕ້ອງການ.

ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

ຍສໝ - ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ, ດ້ວຍການແນະນໍາ ແລະການໜູນຊ່ວຍຢ່າງສຸດຈິດສຸດໃຈຂອງນັກຊ່ຽວຊານຫວຽດນາມ, ບັນດາແພດໝໍຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ໄດ້ ແລະກໍາລັງເປັນເຈົ້າຂອງເຕັກນິກການຜ່າຕັດປູກຖ່າຍໄຂ່ຫຼັງເທື່ອລະກ້າວ.

ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ

ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ

ຍສໝ - ຄະນະຊາວໜຸ່ມສູນກາງ ແລະ Sabeco ຈະມອບຂອງຂວັນ 10.400 ສ່ວນໃຫ້ແກ່ກຳມະກອນ, ຊາວປະມົງ, ທະຫານຊາຍແດນ, ທະຫານເຂດທະເລຢູ່ 25 ແຂວງ, ນະຄອນ.

ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ

ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ

ຍສໝ - ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

ທະຫານເຂດ 5: ຈັດກອງປະຊຸມບັນຊາການຮັບໃຊ້ກອງປະຊຸມປ້ອງກັນຊາດ ສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ

ຍສໝ - ຫວ່າງແລ້ວນີ້, ກອງບັນຊາການທະຫານເຂດ 5, ຕັ້ງຢູ່ບໍລິເວນກອງບັນຊາການທະຫານເມືອງງອັກໂຮ່ຍ (ກອນຕູມ) ໄດ້ປະຊຸມເພື່ອກໍາແໜ້ນ, ຜັນຂະຫຍາຍໜ້າທີ່ໃຫ້ບັນດາກຳລັງ.

ປິດຊຸດຝຶກອົບຮົມໃຫ້ພະນັກງານກອງທັບລາວ

ປິດຊຸດຝຶກອົບຮົມໃຫ້ພະນັກງານກອງທັບລາວ

ຍສໝ - ພາຍຫຼັງ 1 ເດືອນທີ່ສຸມໃສ່ຝຶກແອບ, ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 20 ຄົນໄດ້ຄົ້ນຄວ້າ, ປະຕິບັດບັນດາເນື້ອໃນ, ຄື: ສຶກສາຄົ້ນຄວ້າກ່ຽວກັບຄວາມຮັບຮູ້ລວມເຂດຊາຍແດນຂອງຊາດ; ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ, ຊາຍແດນທາງບົກຫວຽດນາມ-ລາວ; ມູນເຊື້ອສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ; ລະຫວ່າງແຂວງຮ່າຕິ້ງ ກັບແຂວງບໍລິຄຳໄຊ; ຝຶກອົບຮົມກ່ຽວກັບຫົວເລື່ອງສະເພາະ "ການຫັນປ່ຽນໂດຍສັນຕິ", ການຈະລາຈົນໂຄ່ນລົ້ມຂອງອິດທິກໍາລັງທີ່ເປັນປໍລະປັກໃນສະພາບການໃໝ່...

ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ

ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ

ຍສໝ - ມາຮອດປະຈຸບັນ, ຫວຽດນາມ ໄດ້ສົ່ງພະນັກງານ, ພາລະກອນ 789 ເທື່ອຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ 3 ຄະນະປະຕິບັດງານ ແລະສຳນັກງານ ສປຊ, ໃນນັ້ນມີພະນັກງານກອງທັບ 782 ຄົນ, ພະນັກງານຕຳຫຼວດ 7 ຄົນ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ

ຍສໝ - ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ.

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

ຍສໝ - ດ້ວຍເນື້ອທີ່ປະມານ 800 ຕາແມັດ, ລວມມີອາຄານ 2 ຊັ້ນກວ້າງຂວາງ, ດ້ວຍ 28 ຫ້ອງ, ສຸກສາລາໄດ້ປະກອບອຸປະກອນທີ່ທັນສະໄໝຫຼາຍຢ່າງ ຄືເຄື່ອງເອໂກ, ແທກຫົວໃຈ... ສາມາດກວດ, ບົ່ງມະຕິພະຍາດ, ປິນປົ່ວພະຍາດຕ່າງໆ.

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ  ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ຍສໝ - ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ,...

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

ຍສໝ - ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.

ການແພດທະຫານຂອງສອງປະເທດ ຫວຽດນາມ ແລະ ລາວ ໄດ້ປະສານງານກວດກາການປິ່ນປົວ ແລະ ໃຫ້ຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເຂດຊາຍແດນ

ການແພດທະຫານຂອງສອງປະເທດ ຫວຽດນາມ ແລະ ລາວ ໄດ້ປະສານງານກວດກາການປິ່ນປົວ ແລະ ໃຫ້ຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເຂດຊາຍແດນ

ຍສໝ - ໃນວັນ​ທີ 5 ທັນວາ​ນີ້, ກອງ​ບັນຊາ​ການ​ທະຫານ​ບົກ​ຫວຽດນາມ ​ແລະ ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ກວດ​ພະຍາດ ​ແລະ ຢາ​ປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ບ້ານ​ໜອງ​ພະ​ເມ​ຍ, ​ເມືອງ​ສະໜາມ​ໄຊ, ​ແຂວງ​ອັດ​ຕະປື, ລາວ.

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ຍສໝ - ຊົ່ວໂມງຮຽນທີ່ມີຄວາມໝາຍຢູ່ເຂດຊາຍແດນຂອງນັກຮຽນສອງປະເທດຫວຽດນາມ - ລາວ ໄດ້ຊ່ວຍໃຫ້ພວກນ້ອງນ້ອຍເຂົ້າໃຈເຖິງຄຸນຄ່າສັກກະລະບູຊາຂອງອະທິປະໄຕ ແລະ ຜືນແຜ່ນດິນ, ຈາກນັ້ນ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ລູກຫວຽດນາມ ຂອງບ້ານເຊຊັບ

ລູກຫວຽດນາມ ຂອງບ້ານເຊຊັບ

ຍສໝ - ສຳລັບປະຊາຊົນບ້ານເຊຊັບ, ເມືອງກະລຶມ, ແຂວງເຊກອງ (ລາວ) ແລ້ວ, ພະນັກງານແພດທະຫານ ຄ້າຍທະຫານຊາຍແດນ ເຍິມ (ກອງບັນຊາການທະຫານຊາຍແດນແຂວງແຂວງເທື່ອທຽນເຫວ້) ກໍ່ຄືດັ່ງແພດໝໍປະຈຳໝູ່ບ້ານ.

ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 4

ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຢ້ຽມຢາມທະຫານເຂດ 4

ຍສໝ - ທີ່ການຕ້ອນຮັບ, ສະຫາຍພົນຕີ ວົງຄຳ ພົມມະກອນ ໄດ້ຕີລາຄາສູງການຮ່ວມມື ແລະການຊ່ວຍເຫຼືອທີ່ຕັ້ງໜ້າ ແລະມີປະສິດທິຜົນຂອງທະຫານເຂດ 4 ໃຫ້ກອງທັບປະຊາຊົນລາວ ແລະບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບທະຫານເຂດ 4.

ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

ການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດ

ຍສໝ - ວັນທີ 27 ພະຈິກ, ຢູ່ກອງພັນໃຫຍ່ 990, ກອງບັນຊາການທະຫານແຂວງກອນຕູມ (ທະຫານເຂດ 5) ໄດ້ເປີດຊຸດຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດລະຫວ່າງການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ຍສໝ - ທ່ານນາງພັນໂທ ແພງດີ ສົມສະນິດ ປາດຖະໜາຢາກໃຫ້ແມ່ຍິງກອງທັບສອງປະເທດສືບຕໍ່ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ເພື່ອໃຫ້ການເຄື່ອນໄຫວວຽກງານແມ່ຍິງໄດ້ຮັບການເສີມຂະຫຍາຍ, ເຂົ້າສູ່ລວງເລິກ ແລະແທດຈິງ, ບັນລຸໄດ້ບັນດາຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການສ້າງສາກອງທັບຂອງສອງປະເທດປະຕິວັດ, ເປັນລະບົບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ)

ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ)

ຍສໝ - ນ້ຳໃຈອັນບໍລິສຸດ, ຈົງຮັກພັກດີຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງ ແທງຮ໋ວາ ແມ່ນແຫຼ່ງລະດົມກຳລັງໃຈ, ເພີ່ມກໍາລັງແຮງເພື່ອໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຫົວພັນ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະຮ່ວມແຮງຮ່ວມໃຈກັນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ນາຍພົນເຮືອໂທ ເຈິ່ນແທັງງຽມ  ຜູ້ບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ

ນາຍພົນເຮືອໂທ ເຈິ່ນແທັງງຽມ ຜູ້ບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ

ຍສໝ - ສອງຝ່າຍກໍ່ສະແດງຄວາມເປັນເອກະພາບບາງເນື້ອໃນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງທະຫານເຮືອຫວຽດນາມ ແລະອິນເດຍ ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ Sandeep Arya ໄດ້ເຊື້ອເຊີນທະຫານເຮືອຫວຽດນາມ ສົ່ງກຳປັ່ນໄປເຂົ້າຮ່ວມການຊ້ອມຮົບ MILAN ໂດຍທະຫານເຮືອອິນເດຍ ຈັດຕັ້ງໃນຕົ້ນປີ 2024.