ເສີມສ້າງຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດລາວ

07:00 | 22/12/2023

ເສີມສ້າງຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດລາວ

ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ
ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຕອນບ່າຍວັນທີ 21 ທັນວາ, ຢູ່ແຂວງອັດຕະປື (ລາວ), ບໍລິສັດຮ່ວມມືເສດຖະກິດ 385 (ແມ່ທັບນ້ອຍ 15) ໄດ້ຈັດຕັ້ງການແຂ່ງຂັນໂຄສະນາເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວໃນສະພາບການໃໝ່.

ເສີມສ້າງຄຸນນະທາດທະຫານລຸງໂຮ່ ຢູ່ປະເທດເພື່ອນມິດລາວ

ການແຂ່ງຂັນທັກທາຍຂອງທີມບັນດາອົງການບໍລິສັດຮ່ວມມືເສດຖະກິດ 385. ພາບ: ບຸ່ຍແທັງກຸ໊ຍ

ດ້ວຍຮູບການສະແດງເປັນບົດລະຄອນ, ທັງສອງທີມໄດ້ແຂ່ງຂັນກັນ 4 ເນື້ອໃນ, ຄື: ການທັກທາຍ, ຄວາມຮູ້, ພອນສະຫວັນ ແລະເວົ້າເກັ່ງ ດ້ວຍຮູບການ ແລະວິທີການສະແດງອອກທີ່ດຶງດູດ ແລະປະທັບໃຈ.

ທ່ານພັນເອກ ກູ່ດຶ໊ກເມົ້າ ຜູ້ອໍານວຍການບໍລິສັດຮ່ວມມືເສດຖະກິດ 385 ໃຫ້ຮູ້ວ່າ ການແຂ່ງຂັນແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2023) ແລະ 34 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2023). ຜ່ານການແຂ່ງຂັນໄດ້ປະກອບສ່ວນໂຄສະນາ, ສຶກສາອົບຮົມເພື່ອຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນກ່ຽວກັບຄວາມໝາຍ, ຄຸນຄ່າອັນໃຫຍ່ຫຼວງກ່ຽວກັບຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວ. ນໍາການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນກົມກອງໃຫ້ກາຍເປັນວຽກງານທີ່ເຮັດເປັນປະຈຳ, ສ້າງຮູບພາບທະຫານລຸງໂຮ່ ໃນດວງໃຈຂອງປະຊາຊົນປະເທດເພື່ອນມິດລາວ.

ສິ້ນສຸດການແຂ່ງຂັນ, ບໍລິສັດຮ່ວມມືເສດຖະກິດ 385 ໄດ້ມອບລາງວັນທີ 1 ແລະ 2 ໃຫ້ບັນດາທີມແຂ່ງຂັນ ແລະລາງວັນດີເລີດໃນການແຂ່ງຂັນເວົ້າເກັ່ງ. ໃນໂອກາດນີ້, ບໍລິສັດຮ່ວມມືເສດຖະກິດ 385 ຍັງໄດ້ມອບເສື້ອກັນໜາວຈໍານວນ 550 ໂຕໃຫ້ລູກຫຼານຂອງກຳມະກອນໃນເຂດໂຄງການຢູ່ແຂວງອັດຕະປື.

ບູນມີ

ເຫດການ
302 Found

Found

The document has moved here.