ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

00:00 | 07/01/2024

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ
ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1 ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1

ຕອນບ່າຍວັນທີ 3 ມັງກອນ, ຢູ່ທ່າກຳປັ່ນກາມແຣງ, ກອງບັນຊາການທະຫານເຮືອ ເຂດ 4 ໄດ້ຈັດພິທີສົ່ງຄະນະປະຕິບັດງານ ແລະ ກຳປັ່ນອອກຈາກທ່າກຳປັ່ນ ກາມແຣງ ເພື່ອນຳເອົາຂອງຂວັນບຸນເຕັດໄປໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມປະຕິບັດໜ້າທີ່ ແລະດໍາລົງຊີວິດຢູ່ບັນດາເກາະທີ່ຂຶ້ນກັບເມືອງເກາະ ເຈື່ອງຊາ.

ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

ກຳປັ່ນຂົນສົ່ງຂອງຂວັນບຸນເຕັດໄປໃຫ້ບັນດາພະນັກງານ, ນັກຮົບ, ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດຢູ່ໝູ່ເກາະ ເຈື່ອງຊາ. ພາບ: TTXVN

ຕັ້ງແຕ່ຮຸ່ງເຊົ້າ, ບັນດາເຄື່ອງຂອງໄດ້ຂົນສົ່ງຂຶ້ນກໍາປັ່ນຕ່າງໆ. ຂອງຂວັນບຸນເຕັດປີນີ້ນອກຈາກສະບຽງອາຫານ, ທັນຍາຫານທີ່ເປັນເອກະລັກສະເພາະໃນບຸນເຕັດ, ຄະນະປະຕິບັດງານຍັງໄດ້ນຳເອົາຕົ້ນໄມ້ປະດັບ, ດອກໄມ້ສົດ ແລະເຄື່ອງຕົບແຕ່ງຫຼາຍຊະນິດ, ດ້ວຍຄວາມຫວັງຢາກໃຫ້ປະຊາຊົນ, ພະນັກງານ, ນັກຮົບ ຢູ່ເກາະຕ່າງໆ ມີຄວາມເບີກບານມວ່ນຊື່ນພ້ອມກັບປະຊາຊົນທົ່ວປະເທດຢ່າງຄົບຖ້ວນ ທັງດ້ານວັດຖຸ ແລະຈິດໃຈ.

ກ່າວຄຳເຫັນທີ່ການພົບປະກັບນັກຂ່າວ ແລະສະມາຊິກໃນຄະນະປະຕິບັດງານ ກ່ອນທີ່ກຳປັ່ນຈະອອກເດີນທາງ, ທ່ານພັນເອກພິເສດ ຫງວຽນຮືວມິງ, ຮອງຫົວໜ້າການເມືອງທະຫານເຮືອເຂດ 4 ປາດຖະໜາວ່າ ບັນດານັກຂ່າວຈະບໍ່ພຽງແຕ່ນຳເອົາຈິດໃຈ ແລະຂໍ້ມູນຂ່າວສານໃໝ່ສຸດ ຈາກດິນຕໍ່ແຜ່ນ ສົ່ງເຖິງພະນັກງານ, ນັກຮົບ ແລະປະຊາຊົນຢູ່ເກາະຕ່າງໆຂຶ້ນກັບເມືອງເກາະ ເຈື່ອງຊາ ເທົ່ານັ້ນ, ຫາກຍັງຜ່ານບົດຂຽນ, ບົດສາລະຄະດີ, ຮູບເງົາ, ເລື່ອງລາວນັ້ນ ຈະສ່ອງແສງຊີວິດການເປັນຢູ່ທີ່ນັບມື້ນັບຫັນປ່ຽນຕາມທິດຕັ້ງໜ້າ ຢູ່ເກາະຕ່າງໆທີ່ຂຶ້ນກັບເມືອງເກາະ ເຈື່ອງຊາ ນຳອີກ.

ທ່ານ ຫງວຽນເຕີນຕວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ແບ່ງປັນວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີໃນໂອກາດບຸນເຕັດ ແລະລະດູບານໃໝ່ວຽນມາ, ກິດຈະກຳນີ້ບໍ່ພຽງແຕ່ເຕັມໄປດ້ວຍຄວາມຮັກແພງຈາກເຂດດິນຕໍ່ແຜ່ນເທົ່ານັ້ນ, ຫາກກໍາປັ່ນແຕ່ລະຖ້ຽວຍັງເຕັມໄປດ້ວຍຄວາມຮັກແພງ, ຄວາມເຊື່ອໝັ້ນ, ຂອງຂວັນທີ່ລຽບງ່າຍ ແລະຄວາມອົບອຸ່ນຂອງລະດູບານໃໝ່ມາຍັງພະນັກງານ, ນັກຮົບ, ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ. ຄວາມເອົາໃຈໃສ່ດັ່ງກ່າວຈະເສີມສ້າງກໍາລັງໜູນ ເພື່ອໃຫ້ທະຫານ ແລະປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ຄຽງບ່າຄຽງໄຫຼ່ພ້ອມກັນປົກປັກຮັກສາທະເລ, ໝູ່ເກາະ ທີ່ສັກກາລະບູຊາຂອງປະເທດຊາດຕື່ມອີກ.

ບູນມີ

ເຫດການ
302 Found

Found

The document has moved here.