ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1

08:44 | 10/01/2024

ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1

ຕອນບ່າຍວັນທີ 8 ມັງກອນ, ທີ່ແຂວງ ບ່າເຣ້ຍ - ຫວູງເຕົາ, ກອງບັນຊາການທະຫານເຮືອ ເຂດ 2 ຈັດງານພົບປະກັບພະນັກງານ, ນັກຂ່າວບັນດາອົງການສື່ມວນຊົນພາຍໃນ ແລະນອກກອງທັບ ທີ່ເຂົ້າຮ່ວມບັນດາຄະນະປະຕິບັດງານ ໄປອວຍພອນບຸນເຕັດບັນດາຮ້ານເວນຍາມ DK1, ກໍາປັ່ນປະຈໍາການ ແລະທະຫານ, ປະຊາຊົນເມືອງ ໂກນດ້າວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະໂລງ 2024. ທ່ານພັນເອກພິເສດ ຫວູແອັງຕ໊ວນ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຮືອ ເຂດ 2 ເປັນປະທານການພົບປະ.

ເຂົ້າຮ່ວມການພົບປະ, ມອບໜ້າທີ່ມີບັນດາສະຫາຍການນໍາ, ຜູ້ບັນຊາບັນດາອົງການ, ກົມກອງຂຶ້ນກັບ ເຂດ, ຄະນະປະຕິບັດງານ ທີ 1, ຄະນະປະຕິບັດງານ ທີ 2; ພະນັກງານ, ນັກຂ່າວ 80 ກວ່າຄົນຂອງ 47 ອົງການສື່ມວນຊົນ. Dự gặp mặt, giao nhiệm vụ có các đồng chí lãnh đạo, chỉ huy các cơ quan, đơn vị trực thuộc Vùng, Đoàn công tác số 1, Đoàn công tác số 2; hơn 80 cán bộ, phóng viên của 47 các cơ quan thông tấn, báo chí.

ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1

ທ່ານພັນເອກພິເສດ ຫວູແອັງຕ໊ວນ ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຮືອ ເຂດ 2 ກ່າວຄໍາເຫັນທີ່ການພົບປະກັບບັນດາຜູ້ແທນ. ພາບ: sggp.org.vn

ຕາມແຜນການ, ກອງບັນຊາການທະຫານເຮືອ ເຂດ 2 ຈັດຕັ້ງ 2 ຄະນະປະຕິບັດງານ ໄປຢ້ຽມຢາມ, ກວດກາ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຮ້ານເວນຍາມ DK1, ກໍາປັ່ນປະຈໍາການ ແລະທະຫານ, ປະຊາຊົນເມືອງໂກນດ້າວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະໂລງ 2024, ໃຫ້ກໍາລັງໃຈພະນັກງານ, ນັກຮົບທີ່ພວມເວນຍາມ, ປະຈໍາການຢູ່ບັນດາຮ້ານເວນຍາມ DK1, ສະຖານີຣາດາ 590 ໂກນດ້າວ ແລະບັນດາກໍາປັ່ນປະຈໍາການຢ່າງທັນການ.

ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1
ບັນດາຜູ້ແທນໃນຄະນະປະຕິບັດງານ ເຂົ້າຮ່ວມການພົບປະ. ພາບ: sggp.org.vn

ທີ່ການພົບປະ, ທ່ານພັນເອກພິເສດ ຫວູແອັງຕ໊ວນ ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຮືອ ເຂດ 2 ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍບັນດາຜູ້ແທນ, ນັກຂ່າວບັນດາອົງການສື່ມວນຊົນທີ່ເຂົ້າຮ່ວມຄະນະປະຕິບັດງານ ທີ່ເຮັດໜ້າທີ່ສື່ສານ, ໂຄສະນາເຜີຍແຜ່ເຖິງພໍ່ແມ່ພີ່ນ້ອງ, ນັກຮົບທົ່ວປະເທດ ກ່ຽວກັບການດໍາລົງຊີວິດ, ການຮໍ່າຮຽນ, ວຽກງານ ແລະຈິດໃຈ, ບັນຍາກາດຕ້ອນຮັບບຸນເຕັດຂອງພະນັກງານ, ນັກຮົບທີ່ເຮັດໜ້າທີ່ຢູ່ດ່ານໜ້າຂອງປະເທດຊາດ. ທ່ານພັນເອກພິເສດ ຫວູແອັງຕ໊ວນ ປາດຖະໜາວ່າ ບັນດາສະມາຊິກໃນຄະນະ ຈະປະຕິບັດບັນດາຂໍ້ກໍານົດໃນວິວັດການໄປປະຕິບັດງານໃຫ້ເປັນຢ່າງດີ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ໂຄສະນາບັນດາເນື້ອໃນຢ່າງມີປະສິດທິຜົນ.

ທີ່ພິທີ, ບັນດາຜູ້ແທນໄດ້ຮັບຂໍ້ມູນກ່ຽວກັບແຜນການໄປປະຕິບັດງານຂອງ 2 ຄະນະປະຕິບັດງານ, ຂໍ້ກໍານົດວຽກງານສື່ສານໂຄສະນາ ຕໍ່ກັບຮ້ານເວນຍາມ DK1 ໃນໄຫຼ່ທະວີບພາກໃຕ້, ເຜີີຍແຜ່ບາງລະບອບ,​ ມາດຖານໃນການເດີນທະເລ, ມາດຖານບຸນເຕັດ ແລະແນະນໍາໃຫ້ນັກຂ່າວສ້າງລະບຽບການໃຫ້ສໍາເລັດຕາມຂໍ້ກໍານົດ. ທາງກົມກອງໄດ້ຊາບຊຶມວຽກງານຮັບປະກັນຄວາມປອດໄພ ເມື່ອເຄື່ອນໄຫວເທິງກໍາປັ່ນ ແລະຮ້ານເວນຍາມ. ກ່ອນໜ້ານັ້ນ, ທາງກົມກອງໄດ້ດໍາເນີນການກວດສຸຂະພາບໃຫ້ບັນດາຜູ້ແທນ ເພື່ອຮັບປະກັນຄວາມປອດໄພໃນການເດີນທາງໄປປະຕິບັດໜ້າທີ່; ຈັດຕັ້ງພິທີຖະຫວາຍທູບທຽນ, ອາໄລຫາຢູ່ບໍລິເວນວັດທະນະທໍາທະຫານເຮືອ ເຂດ 2.

ບູນມີ

ເຫດການ
302 Found

Found

The document has moved here.