ປິດຊຸດຝຶກອົບຮົມໃຫ້ພະນັກງານກອງທັບລາວ

00:00 | 13/12/2023

ປິດຊຸດຝຶກອົບຮົມໃຫ້ພະນັກງານກອງທັບລາວ

ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ
ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023 ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

ຕອນເຊົ້າວັນທີ 13 ທັນວາ, ກອງບັນຊາການທະຫານແຂວງຮ່າຕິ້ງ (ຫວຽດນາມ) ໄດ້ຈັດພິທີປິດຊຸດຝຶກອົບຮົມໃຫ້ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ ຈຳນວນ 20 ຄົນ ປີ 2023. ສະຫາຍພັນເອກພິເສດ ຫງວຽນຊວັນທັ໊ງ ຫົວໜ້າກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນປິດພິທີ. ເຂົ້າຮ່ວມມີຜູ້ຕາງໜ້າອົງການຕໍາຫຼວດ; ກອງບັນຊາການທະຫານຊາຍແດນ; ພະແນກການຕ່າງປະເທດແຂວງຮ່າຕິ້ງ.

ພາຍຫຼັງ 1 ເດືອນທີ່ສຸມໃສ່ຝຶກແອບ, ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ 20 ຄົນໄດ້ຄົ້ນຄວ້າ, ປະຕິບັດບັນດາເນື້ອໃນ, ຄື: ສຶກສາຄົ້ນຄວ້າກ່ຽວກັບຄວາມຮັບຮູ້ລວມເຂດຊາຍແດນຂອງຊາດ; ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ, ຊາຍແດນທາງບົກຫວຽດນາມ-ລາວ; ມູນເຊື້ອສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ; ລະຫວ່າງແຂວງຮ່າຕິ້ງ ກັບແຂວງບໍລິຄຳໄຊ; ຝຶກອົບຮົມກ່ຽວກັບຫົວເລື່ອງສະເພາະ "ການຫັນປ່ຽນໂດຍສັນຕິ", ການຈະລາຈົນໂຄ່ນລົ້ມຂອງອິດທິກໍາລັງທີ່ເປັນປໍລະປັກໃນສະພາບການໃໝ່...

ປິດຊຸດຝຶກອົບຮົມໃຫ້ພະນັກງານກອງທັບລາວ

ການນໍາກອງບັນຊາການທະຫານແຂວງຮ່າຕິ້ງ ມອບໃບຢັ້ງຢືນສຳເລັດການຝຶກອົບຮົມໃຫ້ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ. ພາບ: ຈ້ອງເຊີນ

ຜ່ານການກວດກາ, ຕີລາຄາໃນ 4 ດ້ານຂອງການຝຶກແອບ, 100% ພະນັກງານທີ່ຝຶກອົບຮົມແມ່ນບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການວາງອອກ, ໃນນັ້ນ 75% ແມ່ນບັນລຸໄດ້ຜົນດີ.

ສະຫາຍພັນເອກພິເສດ ຫງວຽນຊວັນທັ໊ງ ຊີ້ແຈ້ງວ່າ ຈາກຜົນການຄົ້ນຄວ້າ, ຮໍ່າຮຽນ, ພາຍຫຼັງກັບຄືນສູ່ກົມກອງ, ໃນແຕ່ລະຕຳແໜ່ງ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ບັນດາສະຫາຍພະນັກງານກອງທັບປະຊາຊົນລາວຈະນໍາໃຊ້ບົດຮຽນທີ່ໄດ້ຮຽນມາເຂົ້າໃນເງື່ອນໄຂລະອຽດຂອງທ້ອງຖິ່ນ ແລະຢູ່ກົມກອງຂອງຕົນຢ່າງມີໄຫວພິບ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດເປັນຢ່າງດີ. ພ້ອມທັງນຳໃຊ້ ແລະຜັນຂະຫຍາຍບັນດາເນື້ອໃນເອກະສານທີ່ໄດ້ລົງນາມໃນການສົມທົບກັນລະຫວ່າງກອງບັນຊາການທະຫານແຂວງຮ່າຕິ້ງ ກັບກອງບັນຊາການທະຫານແຂວງບໍລິຄຳໄຊ ໃຫ້ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການກໍ່ສ້າງກຳລັງປະກອບອາວຸດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງຂຶ້ນກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.