ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ

00:00 | 12/12/2023

ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ວັນທີ 10 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟຸ່ງສີ້ເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຮອງຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ) ເປັນປະທານພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານກອງທັບ 4 ຄົນທີ່ພວມກະກຽມຜັນຂະຫຍາຍການປະຕິບັດໜ້າທີ່ທີ່ຄະນະປະຕິບັດງານຢູ່ ຊູດັງໃຕ້, ສ. ອາຟະລິກາກາງ ແລະເຂດ Abyei.

ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ
ທ່ານພົນໂທ ຟຸ່ງສີ້ເຕິ໊ນ ມອບຂໍ້ຕົກລົງຂອງປະທານປະເທດ ແລະມອບດອກໄມ້ອວຍພອນໃຫ້ແກ່ນາຍທະຫານ 4 ຄົນ. ພາບ: ຕ໊ວນຮຸຍ

ໃນຈຳນວນນາຍທະຫານ 4 ຄົນທີ່ໄດ້ຮັບການຜັນຂະຫຍາຍສົ່ງໄປໃນຄັ້ງນີ້, ມີທະຫານຍິງ 3 ຄົນ, ປະກອບສ່ວນປະຕິບັດຄຳໝັ້ນສັນຍາຂອງຫວຽດນາມ ໃນການເພີ່ມອັດຕາຜູ້ຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສົ່ງພະນັກງານ, ພາລະກອນ 789 ເທື່ອຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ 3 ຄະນະປະຕິບັດງານ ແລະສຳນັກງານ ສປຊ, ໃນນັ້ນມີພະນັກງານກອງທັບ 782 ຄົນ, ພະນັກງານຕຳຫຼວດ 7 ຄົນ.

ກ່າວຄໍາເຫັນມອບໜ້າທີ່, ທ່ານພົນໂທ ຟຸ່ງສີ້ເຕິ໊ນ ຮຽກຮ້ອງໃຫ້ບັນດານາຍທະຫານທີ່ໄດ້ຮັບການຄັດເລືອກໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ບັນດາຄະນະປະຕິບັດງານ ຕ້ອງຊາບຊຶມ, ປະຕິບັດບັນດາທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ, ກອງທັບຢ່າງເຂັ້ມງວດ; ປະຕິບັດລະບຽບວິໄນກອງທັບ, ຂໍ້ກຳນົດຂອງ ສປຊ, ກົດໝາຍປະເທດປະຈຳຖິ່ນ; ເສີມຂະຫຍາຍມູນເຊື້ອຂອງກອງທັບ, ຂອງກໍາລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສະແດງໃຫ້ເຫັນຄຸນນະທາດ, ຄວາມສາມາດ, ແຜ່ຂະຫຍາຍພາບພົດອັນດີງາມກ່ຽວກັບປະເທດ ແລະຊາວຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ; ຮັບປະກັນຄວາມປອດໄພຢ່າງເດັດຂາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.