ກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານແຂວງຫົວພັນ ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບ

18:07 | 16/01/2024

ກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານແຂວງຫົວພັນ ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບ

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ

ວັນທີ 15 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງ ເຊີນລາ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຫົວພັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20-1-1949 / 20-1-2024).

ກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານແຂວງຫົວພັນ ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບ

ການນໍາກອງບັນຊາການທະຫານແຂວງເຊີນລາ ມອບເຂົ້າສານໃຫ້ກອງບັນຊາການທະຫານແຂວງຫົວພັນ. ພາບ: qdnd.vn

ທີ່ການພົບປະ, ການນໍາກອງບັນຊາການທະຫານແຂວງເຊີນລາ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງພະນັກງານ, ນັກຮົບກອງບັນຊາການທະຫານແຂວງຫົວພັນ ແລະມອບເຂົ້າສານຈໍານວນ 3,5 ໂຕນ, ດ້ວຍມູນຄ່າ 60 ລ້ານດົ່ງ ແລະຂອງຂວັນທີ່ມີມູນຄ່າ 10 ລ້ານດົ່ງ.
ຕາງໜ້າພະນັກງານ, ນັກຮົບກອງບັນຊາການທະຫານແຂວງຫົວພັນ, ທ່ານພັນເອກ ພູທິດ ແສນເພັງ ຮອງຫົວໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ຂອບໃຈຕໍ່ຄວາມຮັກແພງຂອງກອງບັນຊາການທະຫານແຂວງເຊີນລາ ທີ່ສະຫງວນໃຫ້ກອງບັນຊາການທະຫານແຂວງຫົວພັນ ໃນໄລຍະຜ່ານມາ; ພິເສດແມ່ນການສົມທົບກັນຢ່າງມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ການກໍ່ສ້າງ ບໍາລຸງພະນັກງານ.

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການກໍ່ສ້າງບໍລິເວນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງ ຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ບູນມີ

ເຫດການ
302 Found

Found

The document has moved here.