ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

00:00 | 15/12/2023

ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

Operation Smile ສົມທົບກັນຜ່າຕັດໃຫ້ເດັກນ້ອຍພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງ ແລະ ພາກໃຕ້ Operation Smile ສົມທົບກັນຜ່າຕັດໃຫ້ເດັກນ້ອຍພິການຢູ່ໃບໜ້າມາແຕ່ກຳເນີດ ໃນພາກກາງ ແລະ ພາກໃຕ້
Zhi-Shan ໜູນຊ່ວຍໃນການກວດພະຍາດ ແລະ ຜ່າຕັດຟຣີ ສຳລັບເດັກພິການ ທີ່ ເທື່ອທຽນເຫ້ວ Zhi-Shan ໜູນຊ່ວຍໃນການກວດພະຍາດ ແລະ ຜ່າຕັດຟຣີ ສຳລັບເດັກພິການ ທີ່ ເທື່ອທຽນເຫ້ວ

ວັນທີ 15 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ແລະ ໂຮງໝໍກອງທັບ 103 ຂຶ້ນກັບວິທະຍາຄານການແພດ / ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສະຫຼຸບ, ປະເມີນຜົນ ແລະຖອດຖອນບົດຮຽນຈາກໂຄງການຜ່າຕັດປູກຖ່າຍໄຂ່ຫຼັງ ປີ 2023 ແລະ ທິດທາງການຮ່ວມມືປີ 2024.

ກ່າວຄຳເຫັນທີ່ພິທີສະຫຼຸບ, ທ່ານພັນເອກ ສະແຫວງໄຊ ດາລາສາດ, ຫົວໜ້າການທະຫານໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນໍາ ແລະຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສອງປະເທດ, ແຕ່ວັນທີ 31 ທັນວາ 2022 ຫາວັນທີ 15 ທັນວາ 2023, ໂຮງໝໍກອງທັບ 103 ຂຶ້ນກັບວິທະຍາຄານການແພດ / ກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປູກຖ່າຍໄຂ່ຫຼັງ 9 ກໍລະນີ ດ້ວຍຜົນສໍາເລັດທີ່ດີ.

ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

ບັນຍາກາດທີ່ກອງປະຊຸມ. ພາບ: TTXVN

ກອງປະຊຸມໄດ້ເຫັນດີເປັນເອກະສັນກັນວ່າ: ຜົນສຳເລັດຂອງການຜ່າຕັດປູກຖ່າຍໄຂ່ຫຼັງ 2 ກໍລະນີທໍາອິດ ໃນທ້າຍປີ 2022 ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດໃນການເຕີບໃຫຍ່ ແລະພັດທະນາຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ເທົ່ານັ້ນ, ຫາກຍັງແມ່ນບາດລ້ຽວອັນສຳຄັນຂອງຂະແໜງສາທາລະນະສຸກຂອງລາວ ອີກດ້ວຍ. ເລື່ອງໂຮງໝໍສູນກາງກອງທັບ 103 / ກອງທັບປະຊາຊົນລາວ ແລະໂຮງໝໍກອງທັບ 103 ຂຶ້ນກັບວິທະຍາຄານການແພດ / ກອງທັບປະຊາຊົນຫວຽດນາມ ສືບຕໍ່ສົມທົບກັນປະຕິບັດການຜ່າຕັດປູກຖ່າຍໄຂ່ຫຼັງ 7 ກໍລະນີ ສໍາເລັດຜົນໃນປີ 2023 ແມ່ນຜົນສຳເລັດອັນໃຫຍ່ຫຼວງທີ່ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວໃນຂົງເຂດດັ່ງກ່າວ ຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ເວົ້າສະເພາະ ແລະຂະແໜງສາທາລະນະສຸກຂອງລາວ ເວົ້າລວມ.

ຜ່າຕັດປູກຖ່າຍໄຂ່ຫຼັງ-ຂີດໝາຍໃໝ່ແຫ່ງການຮ່ວມມືດ້ານການແພດທະຫານລະຫວ່າງລາວ ແລະ ຫວຽດນາມ

ຜູ້ຕາງໜ້າໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ແລະ ຜູ້ຕາງໜ້າໂຮງໝໍກອງທັບ 103 ຂຶ້ນກັບວິທະຍາຄານການແພດ / ກອງທັບປະຊາຊົນຫວຽດນາມ ລົງນາມໃນບົດບັນທຶກການເຮັດວຽກ. ພາບ: TTXVN

ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ, ດ້ວຍການແນະນໍາ ແລະການໜູນຊ່ວຍຢ່າງສຸດຈິດສຸດໃຈຂອງນັກຊ່ຽວຊານຫວຽດນາມ, ບັນດາແພດໝໍຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ໄດ້ ແລະກໍາລັງເປັນເຈົ້າຂອງເຕັກນິກການຜ່າຕັດປູກຖ່າຍໄຂ່ຫຼັງເທື່ອລະກ້າວ.

ບົນຈິດໃຈສ້າງສັນ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງກອງທັບ, ສອງປະເທດເວົ້າລວມ ແລະລະຫວ່າງສອງໂຮງໝໍເວົ້າສະເພາະ, ກອງປະຊຸມໄດ້ຍົກອອກມາບັນຫາທີ່ຝ່າຍລາວ ຕ້ອງແກ້ໄຂ ຄື ຈໍາເປັນຕ້ອງມີກົດໝາຍວ່າດ້ວຍການປູກຖ່າຍ ໃນໄວໆນີ້; ເພີ່ມທະວີອຸປະກອນ, ເຄື່ອງຈັກ ແລະເຄື່ອງໃຊ້ເພື່ອຮັບໃຊ້ວຽກງານປູກຖ່າຍໝາກໄຂ່ຫຼັງ; ເພີ່ມທະວີການບໍາລຸງສ້າງບຸກຄະລາກອນໃຫ້ຂະແໜງການປູກຖ່າຍໝາກໄຂ່ຫຼັງ.

ບູນມີ

ເຫດການ