ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ

00:00 | 15/12/2023

ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ
ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ໃນການເດີນທາງໄປກວດກາວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ລະດູແລ້ງປີ 2023-2024, ວັນທີ 15 ທັນວາ, ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ, ຮອງຫົວໜ້າການເມືອງ, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 4 ໄດ້ນໍາໜ້າຄະນະປະຕິບັດງານຂອງທະຫານເຂດລົງກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງ ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ຢູ່ບັນດາແຂວງຊຽງຂວາງ; ວຽງຈັນ ແລະໄຊສົມບູນ (ລາວ).

ສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງຊຽງຂວາງ ເຮັດວຽກກັບຄະນະປະຕິບັດງານ.

ທະຫານເຂດ 4 ກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ
ບັນຍາກາດທີ່ການເຮັດວຽກ. ພາບ: baoquankhu4.com.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຂອບໃຈຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ພິເສດແມ່ນຄະນະປະຕິບັດງານພິເສດແຂວງຊຽງຂວາງ ໄດ້ພ້ອມກັບຄະນະປະຕິບັດງານພິເສດແຂວງວຽງຈັນ ແລະແຂວງໄຊສົມບູນ ສ້າງທຸກເງື່ອນໄຂຊ່ວຍເຫຼືອກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນ. ພ້ອມທັງຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ສ່ວນສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ ເນັ້ນໜັກວ່າ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ຍາມໃດກໍ່ຈົດຈໍາບຸນຄຸນ, ການປະກອບສ່ວນ, ການເສຍສະຫຼະຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດລາວ. ອົງຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງຊຽງຂວາງ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພະນັກງານ, ພາລະກອນກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ.

ບູນມີ

ເຫດການ
302 Found

Found

The document has moved here.