ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນ ວັນທີ 1 ພະຈິກ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວ່າ: ເພື່ອເປັນການຊຸກຍູ້ການຜະລິດພາຍໃນປະເທດ ແລະ ສະກັດກັ້ນການນຳເຂົ້າສິນຄ້າປະເພດຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ດັ່ງນັ້ນ ລັດຖະບານຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ຕາມການຂໍ້ຕົກລົງຂອງລັດຖະບານ ໃນການແຕ່ງຕັ້ງຄະນະສະເພາະກິດ ເພື່ອຊຸກຍູ້ການຜະລິດພາຍໃນ ແລະ ການຄວບຄຸມສິນຄ້າເພື່ອຜູ້ບໍລິໂພກ.
ຫວ່າງມໍ່ໆມານີ້, ຄະນະຫວຽດນາມ ລວມມີຜູ້ຕາງໜ້າບັນດາກະຊວງ: ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະກະຊວງ ຍຸຕິທຳ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 58 ຂອງອົງການທາບທາມກົດໝາຍ ອາຊີ-ອາຟຣິກາ (AALCO) ຢູ່ນະຄອນ Dar es Salaam, ຕັງຊານີ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ ປັກກິ່ງ ປະເທດ ຈີນ ໄດ້ດໍາເນີນເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9.
ຍສໝ - ໃນຕອນເຊົ້າວັນທີ 25 ຕຸລາ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານ, ຮັບເອົາ, ດັດແກ້ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ.
ຍສໝ - ວັນທີ 24 ຕຸລາ 2019, ສະຖາບັນຄົ້ນຄ້ວາມະຫາສະໝຸດປະເທດ ມາເລເຊຍ ໄດ້ສົມທົບກັບສະຖານທູດ ຍີ່ປຸ່ນ ແລະ ຂ້າຫລວງໃຫຍ່ ອົດສະຕາລີ ປະຈຳ ກົວລາລຳເປີ ຈັດຕັ້ງກອງປະຊຸມສາກົນກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ດ້ວຍຫົວຂໍ້ວ່າ “ສະຖານະການດ້ານພູມສາດການເມືອງມະຫາສະໝຸດໃໝ່”.
ຍສໝ - ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ ແລະ ປັບປຸງຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ.
ຍສໝ - ວັນທີ 23 ຕຸລາ 2019, ສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄໍາເຫັນຄັ້ງສຸດທ້າຍໃສ່ຮ່າງປະມວນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ.
ຍສໝ - ໃນຕອນເຊົ້າຂອງວັນທີ 21 ຕຸລາ 2019, ເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9 ດ້ວຍຫົວຂໍ້ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສັນຕິພາບຢູ່ອາຊີ-ປາຊີຟິກ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ປັກກິ່ງ, ສປ ຈີນ.
ຍສໝ - ໃນຕອນເຊົ້າຂອງວັນທີ 22 ຕຸລາ 2019, ສະພາແຫ່ງຊາດໄດ້ລາຍງານ, ອະພິປາຍ, ຮັບເອົາ ແລະ ປັບປຸງ ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນ ທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ.
ບັນດາບັນຫາທະເລ, ໝູ່ເກາະ ໃນນັ້ນມີທະເລຕາເວັນອອກ, ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມພັດທະນາກົດໝາຍສາກົນຢູ່ອາຊີ ພວມດຳເນີນຢູ່ອິນໂດເນເຊຍ ໃນລະຫວ່າງວັນທີ 14 – 18 ຕຸລາ.
ຍສໝ - ໃນວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດຂຶ້ນສົນທະນາວິທະຍາສາດ ເຂດບ້າຍຕືຈິ໊ງຢູ່ທະເລຕາເວັນອອກ ແລະ ກົດໝາຍລະຫວ່າງຊາດ
ຍສໝ - ວັນທີ 24 ເດືອນກັນຍາ, ລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຂ່ງຫງອກ ໄດ້ມີການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳ ແຫ່ງ ສປປ.ລາວ ໂດຍທ່ານ ອິນທະພັນຍາ ຄຽວວົງພະຈັນ ຫົວໜ້າກົມ ກົມກົດໝາຍລາວ ໄດ້ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 23 - 27 ເດືອນກັນຍາ ປີ 2019
ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຄະນະກຳມະການ ຮັບຜິດ ຊອບຊຸກຍູ້ການເຈລະຈາ ເພື່ອນຳສະເໜີຄວາມຄືບໜ້າ ກ່ຽວກັບວຽກງານ ການສະກັດກັ້ນການ ຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ເພື່ອທົບທວນຄວາມຄືບໜ້າ ແລະ ແຜນວຽກ ຫລັງຈາກກອງ ປະຊຸມເຈລະຈາ ຊ່ອງໜ້າ ຄັ້ງທີ 3 ກ່ຽວກັບຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ພາຍໃຕ້ ແຜນງານການຈັດຕັ້ງ ປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ລະຫວ່າງ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ຈັດຂຶ້ນ ຢູ່ປະເທດ ແບນຊິກ ໃນເດືອນມິຖຸນາ 2019.
ເມື່ອບໍ່ດົນມານີ້, ຢູ່ສໍານັກງານສະຖາບັນພົວພັນສາກົນ Praha (IIR) ຂຶ້ນກັບກະຊວງການຕ່າງປະເທດ ເຊັກໂກ ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ”. ກອງປະຊຸມດັ່ງກ່າວ ໂດຍ IIR ສົມທົບກັບມະຫາວິທະຍາໄລ Palacky Olomous (Czech) ຈັດຕັ້ງຂຶ້ນ.
ຍສໝ - ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ຂອງຈີນ ຢູ່ ທະເລຕາເວັນອອກ, ພິເສດ ພາຍຫລັງ ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ, ຫາງສຽງສາກົນໄດ້ກ່າວປະນາມບັນດາການກະທຳຜິດກົດໝາຍຂອງ ຈີນ
ບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ເຂດທະເລຕາເວັນອອກ ຫວ່າງມໍ່ໆມານີ້, ພິເສດແມ່ນຢູ່ ບ໋າຍຕືຈິ໊ງ ຂອງຫວຽດນາມ, ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ.
ໃນວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີທຳລາຍ ສິນຄ້ານອກລະ ບົບ ປະເພດເຄື່ອງຮັບສັນຍານ ໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆ ທີ່ລັກລອບ ນຳເຂົ້າມາຈຳໜ່າຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ, ມູນຄ່າ 500 ກວ່າລ້ານກີບ. ສິນຄ້າຜິດກົດໝາຍດັ່ງກ່າວ ແມ່ນກວດພົບ ແລະ ຢຶດໄດ້ຢູ່ ຮ້ານຫລາຍແຫ່ງ ໃນເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ.
ກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍ ລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບ ທ່ານ ນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງ ຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະລັດອາເມລິກາ ກັບຄືນ ສປປ ລາວ, ພ້ອມທັງ ຊອກຫາວິທີທາງອັນເໝາະສົມ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ການກະທໍາຂອງຈີນ ແມ່ນອັນຕະລາຍ ແລະ ອາດຈະສ້າງ “ທໍານຽມ” ໃໝ່ກໍ່ຜົນສະທ້ອນຕໍ່ບັນດາປະເທດທີ່ມີອະທິປະໄຕຢູ່ທະເລຕາເວັນອອກ.
ຄະນະລັດຖະບານ ໄດ້ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍຈຳນວນ 4 ສະ ບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງ ວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຮູບເງົາ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່). ພ້ອມນັ້ນ ຍັງເຫັນດີຮັບຮອງເອົາ ຮ່າງດຳລັດ 2 ສະບັບ ຄື:ຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ພາຍຫລັງສິ້ນສຸດການຂຸດຄົ້ນ ແລະ ຮ່າງດໍາລັດວ່າດ້ວຍ ການຄຸ້ມຄອງທຸລະກິດ ຍານພາຫະນະທາງບົກ.