ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ

09:54 | 14/11/2019

ຕອນເຊົ້າວັນທີ 13 ພະຈິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ.

ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ. (ພາບປະກອບ: quochoi.vn)

ທີ່ກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນວຽກງານໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານອັກຄີໄພ ແລະ ດັບເພີງ; ພ້ອມທັງນໍາສະເໜີຫຼາຍມາດຕະການເພື່ອຕ້ານອັກຄີໄພ ແລະ ດັບເພີງ; ພ້ອມທັງ ກໍສະເໜີໃຫ້ສະພາແຫ່່ງຊາດປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບຜົນຂອງການຕິດຕາມກວດກາ ເພື່ອແນໃສ່ຈໍາກັດກໍລະນີເກີດໄຟໄໝ້ ແລະ ລະເບີດ. ນອກຈາກນັ້ນ, ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທ່າອາກາດສະຍານສາກົນລອງແທັ່ງ ໄລຍະ 1. ບັນດາສະມາຊິກສະພາແຫ່ງຊາດຖືວ່າ ສະໜາມບິນ ລອງແທັ່ງ ແມ່ນໂຄງການພື້ນຖານໂຄງລ່າງຄົມມະນາຄົມ ລວມທັງ 4 ປັດໄຈ: ເສດຖະກິດ, ສັງຄົມ, ເຕັກນິກ, ເຕັກໂນໂລຢີ ແລະ ມີຄວາມໝາຍສໍາຄັນເປັນພິເສດຕໍ່ຄວາມໝັ້ນຄົງດ້ານເສດຖະກິດ ກໍຄື ຄວາມສະຫງົບປອດໄພຂອງປະເທດຊາດ. ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ໂຄງການດັ່ງກ່າວ ຕ້ອງສ້າງກໍາລັງໜູນພັດທະນາເສດຖະກິດຫວຽດນາມ. ສະນັ້ນ ຕ້ອງມີແຜນນະໂຍບາຍລະອຽດກ່ຽວກັບການລະດົມແຫຼ່ງທຶນຮອນໃຫ້ໂຄງການນີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.