ກອງປະຊຸມ ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ ລາວ ຊຸດ​ທີ VIII: ຮັບຮອງເອົາບົດລາຍງານຜົນ ການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ-ນິຕິກຳໃຕ້ກົດໝາຍ

14:37 | 19/11/2019

ໃນວາລະດຳເນີນກອງປະຊຸມ ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນວັນ​ທີ 19 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ຂຶ້ນ​ລາຍ​ງານ ກ່ຽວ​ກັບຜົນ​ການ​ຕິດຕາມ​ກວດກາ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃນການຈັດ​ຕັ້ງ​ປະຕິ​ບັດ​ກົດໝາຍ ​ແລະ ນິຕິ​ກຳ​ໃຕ້​ກົດໝາຍ ທີ່​ຕິດ​ພັນ​ກັບ​ການ​ເກັບ​ລາຍ​ຮັບ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ແລະ ເຫັນດີເປັນເອກະພາບຮັບຮອງ ເອົາບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ໃນບົດ​ລາຍ​ງານດັ່ງກ່າວ, ມີຫລາຍບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ລັດຖະບານ​ມີ​ຄວາມ​ມີ​ຄວາມ​ພະ ຍາຍາມ ​ໃນ​ການ​ໂຄສະນາ​ເຜີຍ​ແຜ່ກົດ​ໝາຍ​ ​ແລະ ນິຕິ​ກຳ​ໃຕ້​ກົດໝາຍດ້ວຍ​ຫລາຍ​ຮູບ​ແບບ ນຳ​ເອົາ​ຄຳ​ຄິດ​ຄຳ​ເຫັນທີ່​ເປັນ​ປະ​​ໂຫຍ​ດຂອງ​ນັກທຸລະກິດ, ຜູ້​ປະກອບ​ການກໍ​ຄື​ປະຊາຊົນມາ​ປັບປຸງ ​ແລະ ​ແກ້​ໄຂຂໍ້​ບົກ​ຜອງ​ຂອງ​ນິຕິ​ກຳ​ທີ່​ຕິດ​ພັນ​ກັບ ​ການ​ເກັບ​ລາຍ​ຮັບ ​ໂດຍ​ສະ​ເພາະ​ ການ​ປັບປຸງ​ກົດໝາຍ ​ໃນ​ຂົງ​ເຂດ​ພາສີ​ອາກອນ, ປັບປຸງ​ນິຕິ​ກຳ​ທີ່​ຕິ​ດພັນ​ກັບ​ອົງການ​ ຈັດ​ຕັ້ງບຸກຂະ​ລາກ​ອນ ​ໃນ​ຂົງ​ເຂດ​ແຜນການ, ການ​ລົງ ທຶນ ​ແລະ ການ​ທະນາຄານດ້ວຍ​ ການ​ຍົກ​ລະດັບ​ວິຊາ​ການ ປະກອບສ່ວນ​ອຳ​ນວຍ​ຄວາມ​ສະດວກ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ.

ກອງປະຊຸມ ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ ລາວ ຊຸດ​ທີ VIII: ຮັບຮອງເອົາບົດລາຍງານຜົນ ການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ-ນິຕິກຳໃຕ້ກົດໝາຍ

ກອງປະຊຸມ ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ ລາວ ຊຸດ​ທີ VIII: ຮັບຮອງເອົາບົດລາຍງານຜົນ ການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ-ນິຕິກຳໃຕ້ກົດໝາຍ.(ພາບ:pasaxon.org.la)

ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ແກ້ໄຂບາງບັນຫາທີ່ເຫັນວ່າຍັງ ບໍ່ສອດຄ່ອງຕາມແນວທາງຍະ ໂຍບາຍຂອງ ພັກ-ລັດວາງອອກ ເປັນຕົ້ນ ກ່ຽວກັບການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ໂດຍສະເພາະ ຢູ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ ຍັງພົບບັນຫາ ຫລາຍຢ່າງ ເປັນຕົ້ນການນຳເຂົ້າ-ສົ່ງອອກ ສິນຄ້າບາງປະເພດ ແມ່ນບໍ່ໄດ້ເກັບຄ່າທຳນຽມ ພ້ອມນັ້ນ,ການເຊົ່າ ແລະ ສຳປະທານທີດິນ ໃນຂົງເຂດແຮ່ທາດ ແລະ ໂຄງການປູກໄມ້ ເຫັນວ່າຄ່າເຊົ່າ ແລະ ສຳປະທານ ລາຄາຍັງຕໍ່າ, ພ້ອມດຽວກັນນັ້ນ ເສດຖະກິດຂອງ ສປປ ລາວ ເຫັນວ່າມີການຂະຫຍາຍຕົວ ແຕ່ການເກັບລາຍຮັບ ແມ່ນບໍ່ໄດ້ຕາມຄາດໝາຍ ຕໍ່ກັບບັນຫາດັ່ງກ່າວ, ບັນດາ ສສຊ ໄດ້ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ເລັ່ງປັບປຸງແກ້ໄຂ ໂດຍການໃຊ້ລະບຽບການ, ມາດຕະການ, ກົດໝາຍ ​ແລະ ກວດສອບພະນັກງານທີ່​ກ່ຽວຂ້ອງ ​ກັບ​ການ​ເກັບ​ລາຍ​ຮັບ ​ຢ່າງເຄັ່ງຄັດ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 18 ພະຈິກນີ້ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຮອງເອົາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບບົດລາຍງານວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດມະຫາພາກ ແລະ ຜົນກະ ທົບຈາກອຸທົກກະໄພ ປະຈໍາປີ 2019 ແລະ ທິດທາງແຜນ ການ ປະຈໍາປີ 2020, ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງນຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ແລະ ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020, ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຂອງອົງການກວດສອບແຫ່ງລັດ, ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງອົງການກວດກາລັດຖະບານ ຊຶ່ງ ສສຊ ໄດ້ລົງຄະແນນສຽງເຫັນດີເປັນສຽງສ່ວນຫຼາຍ. ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 18 ພະຈິກນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຫົວໜ້າກອງເລຂານຸ ການກອງປະຊຸມ ໄດ້ສະເໜີຮ່າງມະຕິຂອງສະພາໃຫ້ຮູ້ວ່າ: ໃນປີ 2019 ລັດຖະບານສາມາດຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດສັງຄົມໃນຫຼາຍດ້ານ ໂດຍອັດຕາການເຕີບໂຕຂອງ ຈີດີພີ ບັນລຸ 6,4%, ບັນລຸລາຍໄດ້ແຫ່ງຊາດ 1.996 ໂດລາ.

ໃນປີ 2020 ລັດ ຖະບານຕ້ອງເປັນເຈົ້າການ ໃນການກຳນົດແຜນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນ ຄາດໝາຍດ້ານເສດ ຖະກິດມະຫາພາກ ການຜະ ລິດລວມຍອດຜະລິດຕະພັນພາຍໃນ ບໍ່ໃຫ້ຫຼຸດ 6,5% ຫຼືປະມານ 177.870 ຕື້ກີບ ສະ ເລ່ຍຕໍ່ຫົວຄົນໃຫ້ໄດ້ 2.161 ໂດລາ, ບັນດາຂະແໜງການຕ່າງໆຕ້ອງເພີ່ມຂຶ້ນ ແຕ່ 2,7% 7% ເປັນຕົ້ນ ກະສິກຳເພີ່ມຂຶ້ນ 2,7%, ຂະແໜງບໍລິການເພີ່ມຂຶ້ນ 6,9%, ລ້ຽງສັດ ບໍ່ໃຫ້ຫຼຸດ 4% ແລະ ອື່ນໆ ລວມເຖິງມູນຄ່າການສົ່ງອອກໃຫ້ບັນລຸຕາມຄາດໝາຍ. ພ້ອມທັງທົບທວນ ຄືນ ແລະ ສືບຕໍ່ຈັດຕັ້ງປະຕິບັດ 23 ຂົງເຂດ. ແຜນງົບປະມານຂອງລັດຖະບານເຫັນວ່າ ການຈັດ ຕັ້ງປະຕິບັດ ການສະຫຼຸບຂາດຕົວງົບປະມານ ໃນ 9 ເດືອນ ປະຈໍາປີ 2019 ເຫັນວ່າ ດ້ານລາຍຮັບປະຕິບັດ ໄດ້ 17.261 ຕື້ກີບ ເທົ່າກັບ 65,62% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນ 16.440 ຕື້ກີບ ເທົ່າກັບ 67,82% ຂອງແຜນການ ແລະ ຄາດວ່າໝົດປີຈະສາມາດປະ ຕິບັດໄດ້ 25.744 ຕື້ກີບ, ເທົ່າກັບ 97,1% ຂອງແຜນການ ໃນນັ້ນ ລາຍຮັບພາຍໃນ 23.482 ຕື້ກີບ ເທົ່າກັບ 96,87% ແລະ ລາຍຈ່າຍ 18.820 ຕື້ກີບເທົ່າກັບ 56,36% ແລະ ຄາດວ່າໝົດປີຈະສາມາດປະຕິບັດໄດ້ບໍ່ເກີນ 33.291 ຕື້ກີບ ເທົ່າກັບ 98,7% ແລະ ອາດຂາດດຸນງົບປະມານ 7.953 ຕື້ກີບ, ເທົ່າກັບ 4,6% ຂອງ GDP. ສຳ ລັບປີ 2020 ໃຫ້ສາມາດ ເກັບລາຍຮັບທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ໃນນັ້ນ ລາຍຮັບຈາກພາສີອາ ກອນ 22.133 ຕື້ກີບ, ບໍ່ແມ່ນພາສີ 4.576 ຕື້ກີບ ແລະ ລາຍຮັບຊ່ວຍເຫຼືອ 2.287 ຕື້ກີບ ແລະ ລາຍຈ່າຍ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP. ສຳລັບ ແຜນການເຄື່ອນ ໄຫວຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ແຜນການເຄື່ອນໄຫວວິຊາສະ ເພາະການກວດສອບ ໃນຈໍານວນ 166 ເປົ້າໝາຍ ໃນນັ້ນ 111 ເປົ້າໝາຍຕົ້ນຕໍ, ໂດຍຕ້ອງປະຕິບັດຕາມແຜນລາຍຮັບລາຍຈ່າຍ ແລະ ກວດຄືນແຜນຈັດຕັ້ງປະຕິບັດວຽກງານກວດສອບຢ່າງເຂັ້ມງວດ ເປັນ ຕົ້ນ ບັນດາໂຄງການນອກແຜນ ພ້ອມທັງຍົກສູງຄວາມສາມາດຂອງນັກກວດສອບ ໃຫ້ມີຄວາມຮູ້ ແລະ ມີຈັນຍາບັນຂອງການກວດສອບ ພ້ອມທັງຄົ້ນຄວ້ານິຕິກຳກັບຕຸລາການ ໃນການດຳເນີນຄະດີ ແລະ ສ້າງປຶ້ມຄູ່ມືການກວດສອບ ແລະ ອື່ນໆ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.