ການກະທຳທີ່ຜິດກົດໝາຍຂອງຈີນ ຢູ່ ທະເລຕາເວັນອອກ:

ອັນຕະລາຍ ແລະ ຕ້ອງມີຄວາມລະມັດລະວັງຕົວ?

14:07 | 19/05/2020

ຍສໝ - ແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ໃນຂະນະທີ່ປະຊາຊົນທົ່ວໂລກກຳລັງຕໍ່ສູ້ກັບສັດຕູທີ່ເປັນອັນຕະລາຍທີ່ສຸດ (ເປັນທີ່ຮູ້ຈັກໂດຍຊື່ທີ່ແຕກຕ່າງກັນເຊັ່ນ: Corona Virus, Covid-19 ... ) ແຕ່ຈີນ ຍັງດຳເນີນກິດຈະກຳຫລາຍຢ່າງຢູ່ເຊິ່ງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ.    

ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ ຄຳສັ່ງຫ້າມຫາປາຂອງຈີນຢູ່ເຂດທະເລຂອງຫວຽດນາມແມ່ນບໍ່ຖືກຕ້ອງ
ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ ຫວຽດນາມ ໄດ້ປະຕິເສດຕໍ່ການຕັດສິນໃຈຂອງຈີນທີ່ຫ້າມການຫາປາໃນທະເລຕາເວັນອອກ

ບໍ່ຖືກຕ້ອງ ແລະ ຜິດກົດໝາຍ

ຈີນ ລະດົມກຳປັ່ນຫາປາ ແລະ ກຳປັ່ນພົນລະເຮືອນ ດໍາເນີນການປິດລ້ອມ ແລະ ຂົ່ມຂູ່ອ້ອມເກາະ ຖີ້ຕື ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມທີ່ປະເທດຟີລິບປິນຢຶດຄອງຢູ່.

ປະກາດການປະຕິບັດງານຂອງປ້ອມຄົ້ນຄ້ວາວິທະຍາສາດ ສອງແຫ່ງ ຢູ່ ເຂດຫີນ ຈືເຖິ້ບ ແລະ ຊູບີ ຂຶ້ນກັບໝູ່ເກາະ ເຈື່ອງຊາ.

ຈັດການຊ້ອມຮົບຕ້ານເຮືອ ດຳນ້ຳ ຢູ່ ທະເລຕາເວັນອອກ.

ຈີນ ນຳເອົາກໍາປັ່ນຫາປາ ແລະ ກຳປັ່ນຕໍາຫຼວດທະເລ ເປັນ ຈຳນວນຫຼວງຫຼາຍໄດ້ລະເມີດເຂດນ່ານນ້ຳ ທາງທິດເໜືອ ຂອງເກາະ Natuna ຂອງອິນໂດເນເຊຍ.

ຈີນຕູ່ຫາບັນດາກຳປັ່ນຫາປາຫວຽດນາມເພີ່ມທະວີການລ່ວງລໍ້າເຂດທະເລ ຂອງຈີນ...

ເປັນທີ່ຫນ້າສັງເກດວ່າບໍ່ດົນມານີ້ຈີນໄດ້ປະກາດການຕັດສິນໃຈຂອງຕົນໃນການສ້າງຕັ້ງໜ່ວຍງານບໍລິຫານຂັ້ນເມືອງໃນ ໝູ່ ເກາະ ຮວ່າງຊາ ແລະ ເຈື່ອງຊາ ໃນຂະນະທີ່ຍ້າຍກຸ່ມກຳປັ່ນສຳຫຼວດທາງທໍລະນີສາດ HD08 ໄປສູ່ພາກໃຕ້ຂອງທະເລຕາເວັນອອກ, ເຂົ້າເຂດເສດຖະກິດຈຳເພາະຂອງຫວຽດນາມ ແລະ ປະຈຸບັນກຸ່ມກຳປັ່ນເຫຼົ່ານີ້ຍັງດໍາເນີນການເຄື່ອນໄຫວຢູ່ນອກເຂດເສດຖະກິດສະເພາະຂອງມາເລເຊຍ, ບຣູໄນ, ອິນໂດເນເຊຍ ...

ການຕັດສິນໃຈຂອງຈີນໃນການສ້າງຕັ້ງບັນດາ ໜ່ວຍບໍລິຫານ ຂຶ້ນກັບ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ຂອງຫວຽດນາມແມ່ນກົນອຸບາຍ ຂອງ ຈີນ ເປັນເວລາດົນນານ, ເຊິ່ງຈີນ ໄດ້ປະຕິບັດໃນທັນທີຫຼັງຈາກການໃຊ້ກຳລັງເພື່ອຍຶດຄອງ ໝູ່ ເກາະ ຮວ່າງຊາ ນັບແຕ່ປີ 1974 ແລະ ຍຶດຄອງ ບັນດາດອນເກາະ ຂຶ້ນກັບ ເຈື່ອງຊາ ໃນປີ 1988.

ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ

ຮູບຖ່າຍປີ 2014 ສະແດງໃຫ້ເຫັນວ່າບັນດາກໍາປັ່ນຂອງຈີນ ໄດ້ດໍາເນີນເຄື່ອນໄຫວຢ່າງຜິດກົດໝາຍ ຢູ່ ດອນຫີນ ຈື໋ເທີບ ຂຶ້ນກັບ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແຕ່ຖືກຢຶດຄອງຢ່າງຜິດກົດໝາຍໂດຍຈີນ. (ພາບ:CSIS/AMTI)

ໃນຄວາມເປັນຈິງ, ຈີນ ໄດ້ສ້າງຕັ້ງ ໜ່ວຍງານບໍລິຫານຢູ່ທີ່ນີ້ຕັ້ງແຕ່ຊຸມປີ 1990 ຂອງສະຕະວັດທີ່ຜ່ານມາ, ຫຼັງຈາກສຳເລັດການຢຶດຄອງ ດ້ວຍການທະຫານຢູ່ສອງ ໝູ່ເກາະນີ້. ໃນປີ 2012, ຈີນໄດ້ປະກາດສ້າງຕັ້ງອັນທີ່ເອີ້ນວ່າ "ເມືອງ ຕາມຊາ" ເພື່ອ "ຄຸ້ມຄອງ" ໝູ່ເກາະ ໜານຊາ (ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ), ໄຕຊາ (ໝູ່ ເກາະ ຮວ່າງຊາ ຂອງຫວຽດນາມ) ແລະ ຈູງຊາ (ເຂດ Macclesfield). ໃນເດືອນກັນຍາ 2017, ຈີນ ໄດ້ປະກາດກ່ຽວກັບກົນລະຍຸດ ໃໝ່ ທີ່ເອີ້ນວ່າ "ຮຽກສິດ ຕືຊາ", ອ້າງສິດອະທິປະໄຕ ສໍາລັບ 4 ກຸ່ມ ໝູ່ເກາະລວມທັງ 3 ກຸ່ມຂ້າງເທິງ ແລະ ດົງຊາ (ໝູ່ ເກາະ Pratas ຄຸ້ມຄອງໂດຍໄຕ້ຫວັນ), ຮຽກຮ້ອງສິດທິຕ່າງໆ ຕໍ່ເຂດເສດຖະກິດສະເພາະອ້ອມຮອບ 4 ກຸ່ມຂ້າງເທິງ.

ຄັ້ງນີ້ຈີນສືບຕໍ່ປະກາດການສ້າງຕັ້ງໜ່ວຍງານບໍລິຫານຂັ້ນເມືອງ, ຍົກລະດັບໜ່ວຍ ບໍລິຫານເພື່ອປະຕິບັດໃນນາມຕາງ ໜ້າ ໃຫ້ລັດຖະບານຈີນໃນການ “ ຄຸ້ມຄອງ” ໝູ່ ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

ຈີນບໍ່ມີອະທິປະໄຕ ສໍາລັບ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ເລື່ອງຈີນປະກາດສ້າງຕັ້ງເມືອງຕ່າງໆເພື່ອປົກຄອງ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນ ຜິດກົດໝາຍ ແລະ ບໍ່ຖືກຕ້ອງ.

ອັນຕະລາຍແນວໃດ?

ດ້ວຍບັນດາເຫດການທີ່ກຳລັງເກີດຂື້ນໃນທະເລຕາເວັນອອກໃນໄລຍະການລະບາດຂອງ Covid-19 ທີ່ກ່າວມາຂ້າງເທິງ, ຈີນອາດຈະມີຈຸດປະສົງເພື່ອກະກຽມໃຫ້ແກ່ການປະຕີບັດກົນອຸບາຍຂອງຕົນ ຢູ່ ທະເລຕາເວັນອອກໃຕ້ ໃນໄລ ພາຍຫຼັງ Covid-19 ພາຍໃຕ້ສະຖານະການທີ່ຈີນໄດ້ວາງແຜນໄວ້.

ທີໜຶ່ງ: ສ້າງ ແລະ ເສີມສ້າງພື້ນຖານດ້ານກົດ ໝາຍ ໃນການປອມແປງ, ແກ້ໄຂການກະ ທຳທີ່ຈີນຕັ້ງໃຈປະຕິບັດໃນການໂຈມຕີແບບ ໃໝ່, ອີງຕາມ ສະຖານະການພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກັບ ທັດສະນະຂອງບັນດາປະເທດທີ່ກ່ຽວຂ້ອງ.

ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ
ບັນດາແຂວງ, ນະຄອນຊຸກຍູ້ໃຫ້ຊາວປະມົງຕິດພັນກັບການຜະລິດເປັນປົກກະຕິຢູ່ໃນເຂດນໍ້າແດນດິນຂອງຫວຽດນາມ ແລະ ຊີ້ນຳ ແລະ ຈັດເປັນຄະນະ, ກຸ່ມ ເພື່ອສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ທະເລ.(ພາບ: ເຈິ່ນມາຍ)

ທີສອງ: ຈີນ ຄົ້ນຄວ້າປະຕິກິລິຍາຂອງປະຊາຄົມພາກພື້ນ ແລະ ສາກົນ. ພິເສດແມ່ນບັນດາປະເທດມະຫາ ອຳນາດຄື: ອາເມລິກາ, ລັດເຊຍ, ເອີຣົບຕາເວັນຕົກ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ….

ທີສາມ: ການສ້າງ ແລະ ຈັດແຈງທ່າທາງໃນການປະຕິບັດບັນດາກົນອຸບາຍຕ່າງໆ, ສະແຫວງຫາການສ້າງຄວາມຂັດແຍ່ງ, ການແບ່ງແຍກພາຍໃນ, ໃນຊຸມຊົນພາກພື້ນ, ສາກົນ, ທຳລາຍຄວາມສາມັກຄີຂອງຄູ່ແຂ່ງເພື່ອຊະນະການກະທຳໄດ້ຢ່າງງ່າຍດາຍ,...

ທີສີ່: ສ້າງສະຖານະການຂອງ "ອະດີດ" ໃນບັນດາເຂດທະເລ, ເຂດໄຫຼ່ທະວີບແມ່ນຂຶ້ນກັບອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດຂອງບັນດາປະເທດຢູ່ແຄມທະເລຕາເວັນອອກ... ເພື່ອຕໍ່ລອງບັງຄັບໃຫ້ປະເທດຕ່າງໆ ນຳ ໃຊ້ນະໂຍບາຍ " ຢຸດຕິການຂັດແຍ່ງ, ຂູດຄົ້ນຮ່ວມກັນ” ເຮັດໃຫ້ເຂດທີ່ບໍ່ມີການຂັດແຍ້ງກັນກາຍເປັນເຂດທີ່ມີການຂັດແຍ້ງ.

ຕ້ອງມີຄວາມລະມັດລະວັງຕົວ

ເພາະສະນັ້ນ, ມັນມີແນວໂນ້ມວ່າໃນໄລຍະທີ່ຈະມາເຖິງ, ໂດຍສະເພາະໃນໄລຍະພາຍຫຼັງ Covid 19, ຈີນຈະປະຕິບັດ:

ທີໜຶ່ງ: ນຳໃຊ້ອຳນາດໃນການຢຶດຄອງລັກສະນະພູມສາດຫຼາຍຂຶ້ນ ໃນເຂດເສດຖະກິດສະເພາະ ແລະ ໃນເຂດໄຫຼ່ທະວີບຂອງບັນດາປະເທດ ອ້ອມຂ້າງທະເລຕາເວັນອອກເພື່ອເຮັດໃຫ້ການຮຽກສິດ "ລີ້ນງົວ" ຖືກກົດໝາຍ, ບັງຄັບໃຫ້ປະເທດຕ່າງໆຍອມຮັບເອົາການຮຽກສິດ ທີ່ບໍ່ມີເຫດຜົນ.

ທີສອງ: ສືບຕໍ່ລົງທຶນກໍ່ສ້າງບັນດາຮາກຖານການທະຫານຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ລີ້ຊ່ອນຢູ່ພາຍໃຕ້ຮູບແບບພົນລະເຮືອນເຊັ່ນ: ຫໍພະຄານ, ສະຖານີຄົ້ນຄວ້າວິທະຍາສາດເສດຖະກິດທະເລ… ບໍ່ພຽງແຕ່ຮັບໃຊ້ຈຸດປະສົງ ຄວາມໝັ້ນຄົງດ້ານການປ້ອງກັນປະເທດ ເທົ່ານັ້ນ ແຕ່ຍັງປະຕິບັດບັນດາເປົ້າໝາຍ ທາງດ້ານການເມືອງ, ເສດຖະກິດ, ກົດໝາຍ... ເຊັ່ນວ່າ:

ຊື້ຈ້າງຈອບອອຍ, ຫລອກລວງຄວາມຄິດເຫັນຂອງທາງຫາງສຽງ, ປິດບັງບັນດາການເຄື່ອນໄຫວທີ່ຜິດກົດ ໝາຍ ຂອງພວກເຂົາ; ຢັ້ງຢືນວ່າກິດຈະ ກຳຂອງພວກເຂົາແມ່ນເໝາະສົມ, ສົມເຫດສົມຜົນ, ເພື່ອເປົ້າໝາຍມະນຸດສະ ທຳ ແລະ ຊີວິດຂອງຊຸມຊົນ...

ສືບຕໍ່ສ້າງພື້ນຖານເພື່ອພິສູດໃຫ້ເຫັນວ່າບັນດາດອນເກາະ ທີ່ພວກເຂົາໄດ້ຢຶດຄອງແມ່ນເໝາະສົມກັບຊີວິດມະນຸດ ແລະ ມີພື້ນຖານເສດຖະກິດຂອງຕົນເອງ, ສະນັ້ນພວກເຂົາມີສິດຂະຫຍາຍຂອບເຂດຂອງ "ທະເລທີ່ຕິດກັນ" ແລະ "ທີ່ກ່ຽວຂ້ອງ" ເຖິງ 200 ໄມທະເລ.

ຊອກຫາ “ແບ່ງປັນ” ຊັບພະຍາກອນທາງທະເລໃນເຂດເສດຖະກິດຈຳເພາະ ແລະເຂດໄຫຼ່ທະວີບຂອງບັນດາປະເທດອ້ອມຂ້າງທະເລຕາເວັນອອກ, ອີງຕາມນະໂຍບາຍ “ອະທິປະໄຕຂອງຈີນ, ຢຸດຕິການຂັດແຍ່ງ ແລະ ການຂຸດຄົ້ນຮ່ວມກັນ” …; ຍົກເລີກບັນດາຄູ່ຮ່ວມແມ່ນບໍລິສັດຂອງບັນດາປະເທດທີ່ພວມຮ່ວມມືກັບບັນດາປະເທດໃນພາກພື້ນ…

ເຊິ່ງກໍ່ໃຫ້ເກີດສະພາບແວດລ້ອມດ້ານການຜະລິດ ແລະ ການຜະລິດ ທີ່ບໍ່ໝັ້ນຄົງເຊິ່ງເຮັດໃຫ້ກິດຈະກຳ ທາງເສດຖະກິດຂອງບັນດາປະເທດໃນພາກພື້ນອ່ອນເພຍເພື່ອໃຫ້ພວກເຂົາສາມາດ ໝູນໃຊ້ ແລະ ຈ່ອຍຜອມ… ເພື່ອບັງຄັບໃຫ້ບັນດາປະເທດເຫຼົ່ານັ້ນຕ້ອງເພິ່ງພາຈີນ ລວມທັງ ດ້ານເສດຖະກິດ, ການເມືອງ, ຄວາມໝັ້ນຄົງດ້ານປ້ອງກັນຊາດ...

ຫວຽດນາມ ມີຫຼັກຖານດ້ານກົດ ໝາຍ ທີ່ພຽງພໍເພື່ອພິສູດອະທິປະໄຕຂອງຕົນກັບຮວ່າງຊາ ແລະ ເຈື່ອງຊາ. ຖ້າເປັນດິນແດນຂອງປະເທດໜຶ່ງທີ່ມີອະທິປະໄຕ, ປະເທດນັ້ນມີສິດລວມເຂົ້າ, ແຍກ ແລະ ຈັດຕັ້ງໜ່ວຍບໍລິຫານທີ່ເໝາະ ສົມກັບພູມສາດ, ປະຊາກອນຂອງຕົນ ໃນຂອບເຂດສິດອຳນາດຂອງປະເທດນັ້ນ. ຫວຽດນາມກໍ່ເຊັ່ນດຽວກັນ, ຕັ້ງແຕ່ສະໄໝສັກດີນາ, ບັນດາເຈົ້າກະສັດຫງວຽນ ໄດ້ສ້າງຕັ້ງບັນດາ ໜ່ວຍບໍລິຫານ ຂຶ້ນກັບ ຮວ່າງຊາ ແລະ ເຈື່ອງຊາ ທີ່ປົກຄອງໂດຍລາຊະວັງຫງວຽນ. ໃນສະໄໝ ຝຣັ່ງ, ຍັງມີການປະກາດອະທິປະໄຕຢູ່ ເຈື່ອງຊາ ແລະ ຮ່ວາງຊາ. ເຈົ້າຊີວິດ ບາວດ້າຍ ໃນປີ 1938 ກໍ່ໄດ້ຕັດສິນໃຈແຍກຮວ່າງຊາ ອອກຈາກ ກວາງຫງາຍ ແລະເຂົ້າກັບເທື່ອທຽນ. ເມື່ອທ້ອນໂຮມປະເທດຫວຽດນາມ, ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ຕັດສິນໃຈສ້າງຕັ້ງ ບັນດາໜ່ວຍບໍລິຫານ, ໂດຍສະເພາະປີ 1982, ຫວຽດນາມໄດ້ສ້າງຕັ້ງເມືອງຮ່ວາງຊາ ແລະ ເຈື່ອງຊາ, ປະຈຸບັນຮວ່າງຊາແມ່ນຂຶ້ນກັບນະຄອນດານັງ, ເຈື່ອງຊາແມ່ນຂຶ້ນກັບແຄງຮ່ວາ, ຫຼັງຈາກນັ້ນສືບຕໍ່ສ້າງຕັ້ງ ບັນດາໜ່ວຍນ້ອຍຢູ່ໃນນັ້ນ.
ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງຈີນ

ຍສໝ - ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ ນາຍພົນທະຫານ ຫວຽດນາມ ໄດ້ກ່າວປະນາມການກະທຳ ຂອງຈີນ ຢູ່ ທະເລຕາເວັນອອກ

ຍສໝ - ທ່ານພົນຕີ ຄວັດຢີວຕຽນ, ທ່ານພົນຕີ ຫງວຽນກວກເທືອກ ໄດ້ກ່າວປະນາມການກະທຳຂອງຈີນ ທີ່ເຮັດໃຫ້ສະພາບການເພີ່ມຄວາມສັບສົນ ຢູ່ ທະເລຕາເວັນອອກ ແລະ ພາກພື້ນ ໃນໄລຍະມໍ່ໆມານີ້.

ອ ນຕະລາຍ ແລະ ຕ ອງມ ຄວາມລະມ ດລະວ ງຕ ວ ຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງຈີນຕໍ່ບັນຫາທະເລຕາເວັນອອກ

ຍສໝ - ຫວຽດນາມຢັ້ງຢືນເປັນຫລາຍເທື່ອແລ້ວ:ຫວຽດນາມມີພະຍານຫລັກຖານປະຫວັດສາດແລະນິຕິກຳຢ່າງ ຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ.

ຜູ້ແປພາສາ: ໄຊພອນ

ເຫດການ
302 Found

Found

The document has moved here.