ແຮງງານທີ່ຜິດກົດໝາຍຈຳນວນໜຶ່ງ ອາດຈະລັກລອບເຂົ້າມາທາງເຮືອ ຜ່ານນ້ຳຂອງ

16:41 | 24/03/2020

ໃນສະພາບການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ບັນດາໂຮງງານ ແລະ ຂົງ ເຂດບໍລິການ ຕ່າງໆ ຢູ່ປະເທດໄທ ແມ່ນໄດ້ຢຸດການຈ້າງງານຊົ່ວຄາວ ເຮັດໃຫ້ບັນດາແຮງງານເຫລົ່ານີ້ ຈຳເປັນຕ້ອງ ໄດ້ກັບຄືນ ປະເທດຂອງຕົນ ເພາະບໍ່ມີເງິນ ແລະ ບໍ່ມີທີ່ພັກເຊົາ. ໃນນີ້, ກໍມີແຮງງານລາວ ຈຳນວນ ຫລາຍຮ້ອຍຄົນ ກໍໄດ້ພາກັນ ຫລັ່ງໄຫລກັບບ້ານຕົນເອງ ໜຶ່ງໃນແຮງງານຈຳນວນດັ່ງກ່າວ ຄາດວ່າອາດ ຈະມີແຮງງານ ທີ່ຜິດກົດໝາຍຈຳນວນໜຶ່ງ ທີ່ອາດຈະເຂົ້າມາທາງດ່ານສາກົນຕ່າງໆ ແລະ ອາດລັກລອບມາທາງເຮືອ ຜ່ານນ້ຳຂອງເຂົ້າມາ ສປປ ລາວ.

ແຮງງານທີ່ຜິດກົດໝາຍຈຳນວນໜຶ່ງ ອາດຈະລັກລອບເຂົ້າມາທາງເຮືອ ຜ່ານນ້ຳຂອງ

ພາບປະກອບ

ຈຳນວນແຮງງານລາວທັງໝົດ ທີ່ໄປເຮັດວຽກຢູ່ໄທ ໂດຍຜ່ານ ບໍລິສັດຈັດຫາງານ ແຕ່ປີ 2016-2019 ມີທັງໝົດ 213.527 ຄົນ, ຍິງ 110.340 ຄົນ ໃນນີ້ມີຂົງເຂດກະສິກຳ 23.085 ຄົນ, ຍິງ 9.206 ຄົນ, ຂົງເຂດອຸດສາຫະກຳ 42.586 ຄົນ, ຍິງ 17.526 ຄົນ ແລະ ຂົງເຂດການບໍລິການ 147.856 ຍິງ 83.608 ຄົນ. ສໍາລັບແຮງງານລາວ ທີ່ຂ້າມມາແຕ່ປະເທດໄທ ທາງຂົວມິດຕະພາບລາວ-ໄທ 1 ວຽງຈັນ-ໜອງຄາຍ ໃນວັນທີ 23 ມີນາ 2020 ນີ້ ແມ່ນມີຫລາຍກວ່າ 500 ຄົນ ແລະ ຍັງມີອີກຈໍານວນໜຶ່ງກໍາລັງ ທະຍອຍກັນເຂົ້າມາອີກ, ເຊິ່ງໃນນີ້ມີແຮງງານທີ່ຖືກກົດໝາຍປະມານ 95% ແລະ 5% ແມ່ນພໍ່ແມ່ພີ່ນ້ອງ ໄປຢ້ຽມລຸກເຕົ້າ, ໄປທ່ອງທ່ຽວ. ປັດຈຸບັນ ແຮງງານລາວ ທີ່ຜິດກົດໝາຍ ທີ່ເຂົ້າມາທາງດ່ານຂົວມິດຕະພາບ ລາວ-ໄທ 1 ແມ່ນຍັງບໍ່ທັນມີເທື່ອ. ທາງເຈົ້າໜ້າທີ່ ກໍໄດ້ມີມາດຕະການເຂັ້ມງວດ ຖ້າພົບເຫັນ ກໍຈະປະຕິບັດຄືກັນກັບແຮງງານທົ່ວໄປ ໂດຍເອົາໄປຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາໃນແຫ່ງຕ່າງໆ ເພື່ອຕິດຕາມອາການ ເປັນເວລາ 14 ວັນ.

ໃນວັນທີ 20 ມີນາ 2020 ລັດວິສາຫະກິດການບິນລາວ ໄດ້ອອກແຈ້ງການ ກ່ຽວກັບການຢຸດບໍລິ ການຊົ່ວຄາວ ຖ້ຽວບິນໄປຕ່າງປະເທດ ການຢຸດບໍລິການດັ່ງກ່າວ ແມ່ນເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19, ເນື່ອງຈາກວ່າ ສະພາບການແຜ່ລະບາດ ຂອງພະຍາດດັ່ງກ່າວ ໃນຫລາຍປະເທດ ໄດ້ແຜ່ຂະຫຍາຍໃນວົງກວ້າງ. ດັ່ງນັ້ນ, ລັດວິສາຫະກິດການບິນລາວ ຈຶ່ງອອກແຈ້ງການປ່ຽນແປງ ແລະ ຢຸດບໍລິການຊົ່ວຄາວຖ້ຽວບິນໄປຕ່າງ ປະເທດ, ເຊິ່ງລວມມີ: ໂຊ (Seoul), ຈາງ​ຊູ (Changzhou), ຊາງ​ໄຮ(Shanghai), ​ເວັນ​ຊູ(Wenzhou), ຈິງ​ຮົງ(Jinghong), ຮ່າ​ໂນ້ຍ(Hanoi), ​​ໂຮ່ຈີ່​ມິງ(Ho Chi Minh), ພະນົມ​ເປັນ(Phnom Penh), ສຽມຣຽບ(Siem Reap) ແມ່ນໄດ້ລົບລ້າງໃນທຸກຖ້ຽວບິນຈົນເຖິງວັນທີ 30 ເມສາ 2020. ​ ສໍາລັບເສັ້ນທາງບິນໄປ ບາງກອກ (Bangkok) ແລະ ຊຽ​ງ​ໃໝ່ (Chiangmai) ລົບລ້າງໃນທຸກຖ້ຽວບິນ ແຕ່ ວັນທີ 22 ມີນາ ຈົນເຖິງວັນທີ 20 ເມສາ 2020.ເສັ້ນທາງບິນໄປ ກວາງ​ຊູ(Guangzhou) ໄດ້ມີການປ່ຽນແປງແຜນບິນ ເປັນບິນທຸກວັນຄານ ແລະ ວັນເສົາ (ຜູ້ໂດຍສານທີ່ຈະເດີນທາງເຂົ້າເສັ້ນທາງນີ້ ແມ່ນຈະໄດ້ຖືກກັກໂຕ 14 ວັນ ທີ່ສະໜາມບິນ ແລະ ຕ້ອງມີເງິນ 2.000 ໂດລາສະຫະລັດ ຈຶ່ງອະນຸຍາດໃຫ້ເດີນທາງເຂົ້າ ສປ ຈີນ ໄດ້).

(ໄຊພອນ)

ເຫດການ
302 Found

Found

The document has moved here.