ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ, ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ). (ພາບ:pasaxon.org.la)
ດຳລັດ ວ່າດ້ວຍຮູບເງົາໄດ້ຖືກປະກາດໃຊ້ຢ່າງເປັນ ທາງການໃນວັນທີ 23 ກໍລະ ກົດ 2014 ນັບແຕ່ນັ້ນມາຮູບ ເງົາ ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວໄດ້ມີນິຕິກຳ ຊຶ່ງເປັນບ່ອນອີງໃສ່ການເຄື່ອນໄຫວປະຕິບັດໜ້າທີ່ໃນການສ້າງສາ ແລະ ພັດທະ ນາປະເທດຊາດຕາມພາລະບົດບາດຂອງຕົນໃນຂອບເຂດທົ່ວປະເທດໄດ້ຮັບຜົນດີເປັນກ້າວໆມາ. ການສ້າງກົດໝາຍ ວ່າດ້ວຍຮູບເງົາແມ່ນມີຄວາມຈຳ ເປັນໃນການຄຸ້ມຄອງ ແລະ ພັດ ທະນາ ວຽກງານຮູບເງົາເພີ່ມທະວີຄວາມສັກສິດໃນການຄຸ້ມຄອງຂອງລັດຕໍ່ວຽກງານຮູບເງົາໃຫ້ໜັກແໜ້ນເຂັ້ມແຂງ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃນຂົງເຂດວຽກງານຮູບເງົາຮັບໃຊ້ໜ້າທີ່ການເມືອງ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນ, ຕອບສະໜອງໜ້າທີ່ ການເມືອງໃນໄລຍະໃໝ່ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິຕົກລົງຂອງກົມການເມືອງ ວ່າດ້ວຍວຽກງານສາມສ້າງກໍຄືລັດຖະທຳມະນູນ ສະບັບປັບປຸງໃໝ່, ດຳລັດ ວ່າດ້ວຍຮູບເງົາສະບັບເລກທີ 246/ລບ ລົງວັນທີ 23 ກໍລະກົດ 2014 ທີ່ນຳໃຊ້ໃນປັດຈຸບັນມີຫຼາຍມາດຕາທີ່ຍັງບໍ່ສອດຄ່ອງກັບສະພາບການຕົວຈິງ, ສະພາບການປ່ຽນແປງໃໝ່ຂອງໂລກ ດ້ານຮູບເງົາ ແລະ ຂໍ້ມູນຂ່າວສານໃນຍຸກແຫ່ງການ ເຊື່ອມໂຍງສາກົນ ແລະ ເພື່ອ ສົ່ງເສີມໃຫ້ນັກສ້າງຮູບເງົາທັງ ພາຍໃນ ແລະ ຕ່າງປະເທດຜະ ລິດຮູບເງົາຢູ່ ສປປ ລາວ ຫຼາຍຂຶ້ນ, ກົດໝາຍ ວ່າດ້ວຍຮູບເງົາ (ສ້າງໃໝ່) ປະກອບມີ 10 ພາກ, 12 ໝວດ, 71 ມາດຕາ. ຫຼັງຈາກນັ້ນ ປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ ສສຊ ລົງເລິກ ປະກອບຄຳຄິດຄຳເຫັນ ໃສ່ ມາດຕາ 4, ມາດຕາ 5, ມາດ ຕາ 21, ພາກທີ 2 ຂໍ້ຫ້າມ ແລະພາກທີ 3 ສິດ-ໜ້າທີ່ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີຄວາມລະອຽດ, ຊັດເຈນ ແລະ ຮັດກຸມ, ພາຍຫຼັງທີ່ ສສຊ ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍຮູບເງົາແລ້ວ ໃນທີ່ປະຊຸມກໍໄດ້ລົງຄະແນນສຽງຮັບຮອງ ເອົາກົດໝາຍ ວ່າດ້ວຍຮູບເງົາ.
ໃນວັນທີ 26 ພະຈິກ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຮອງປະທານສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳແຕ່ລະເຂດເລືອກຕັ້ງຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ຊຶ່ງສະເໜີໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ. ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດເປັນກົດໝາຍໜຶ່ງທີ່ມີຄວາມສຳຄັນ, ເປັນກົດໝາຍທີ່ນຳໃຊ້ສຳລັບວິສາຫະກິດທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດ ຊຳລະໜີ້ ຊຶ່ງເອີ້ນວ່າວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍເນື່ອງຈາກວ່າໃນຂະບວນວິວັດຂອງ ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດກໍມີທັງຄວາມຫຍຸ້ງຍາກ,ຂາດສະພາບຄ່ອງ ຫຼື ຕົກ ຢູ່ໃນສະພາວະມີໜີ້ສິນທີ່ບໍ່ສາມາດຊຳລະໄດ້ ຖືເປັນກົດເກນປົກກະຕິຂອງ ການດຳເນີນທຸລະກິດ ຊຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ອີງຕາມສະຖິຕິການຂຶ້ນທະບຽນວິສາຫະກິດຮອດເດືອນພະຈິກ 2019 ມີຈຳນວນວິສາຫະກິດທັງໝົດ 163.330 ຫົວໜ່ວຍ ຊຶ່ງສະແດງໃຫ້ເຫັນວ່າຈຳນວນວິສາຫະກິດ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນໄລ ຍະຜ່ານມາກໍມີວິສາຫະກິດຈຳນວນຫຼາຍທີ່ເຄື່ອນໄຫວ ບໍ່ມີປະສິດທິພາບ,ຖືກຍຸບເລີກ ຫຼື ສະຫຼາຍຕົວໄປໂດຍບໍ່ໄດ້ມີການຊຳລະສະສາງ ຫຼື ນຳເຂົ້າ ສູ່ຂະບວນການລົ້ມລະລາຍ. ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ມາຮອດປັດຈຸບັນເປັນເວລາ 25 ປີ, ແຕ່ກົດໝາຍດັ່ງກ່າວແມ່ນບໍ່ໄດ້ມີການປັບປຸງຈັກເທື່ອ ແລະ ບໍ່ມີຈັກຄະດີທີ່ນຳມາພິຈາລະນາ ຫຼື ດຳເນີນການແກ້ໄຂຕາມກົນໄກ ຫຼື ຂັ້ນຕອນທີ່ກຳນົດໃນ ກົດໝາຍດັ່ງກ່າວ. ຍ້ອນລະບົບກົດໝາຍຄຸ້ມຄອງການລົ້ມລະລາຍເປັນຄືດັ່ງກ່າວເຮັດໃຫ້ຫຼາຍວິສາຫະກິດພົບບັນຫາທາງດ້ານການເງິນໃນໄລຍະຜ່ານມາ,ໄດ້ສະຫຼາຍຕົວແບບບໍ່ມີການຊຳລະສະສາງຕາມກົດ ໝາຍເຮັດໃຫ້ເກີດສະພາບທີ່ບໍ່ສາມາດຄາດຄະເນໄດ້ໃນການສະໜອງທຶນແກ່ວິສາຫະກິດຕ່າງໆ. ການປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດໃນຄັ້ງນີ້ຖືເປັນການປັບປຸງ ໃຫຍ່ໃນຮອບ 25 ປີ, ໄດ້ປັບປຸງໂຄງປະກອບຂອງຮ່າງກົດໝາຍຈາກ 9 ໝວດ, 56 ມາດຕາ, ມາເປັນ 11 ພາກ ແລະ ມີທັງໝົດ 103 ມາດຕາ, ໃນນັ້ນໄດ້ປັບປຸງ 35 ມາດຕາ ແລະເພີ່ມໃໝ່ 68 ມາດຕາ ພ້ອມທັງປ່ຽນຊື່ຈາກກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດມາເປັນກົດ ໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດເພື່ອໃຫ້ເໝາະສົມກັບສະພາບ ເງື່ອນໄຂຂອງ ສປປ ລາວ. ຫຼັງຈາກນັ້ນຄະນະປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ບັນດາ ສສຊ ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບາງໝວດ, ພາກ ແລະ ແຕ່ລະມາດຕາຢ່າງເລິກເຊິ່ງ, ຮອບຄອບ, ຮັດກຸມເພື່ອໃຫ້ກົດ ໝາຍດັ່ງກ່າວມີຄວາມລະອຽດຈະແຈ້ງ ແລະ ຊັດເຈນ, ຈາກ ນັ້ນບັນດາ ສຊຊ ກໍໄດ້ລົງຄະ ແນນສຽງຮັບຮອງເອົາກົດໝາຍດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນເອກະພາບ.
ສສຊ ເຂດ 11 ສະເໜີໃຫ້ບຸລິມະສິດຂະແໜງກະສິກຳຫຼາຍຂຶ້ນ.(ພາບ:pasaxon.org.la)
ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ລີເບີ ລີບົວປາວ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ, ທ່ານໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 25 ພະຈິກຜ່ານມາວ່າ: ພາຍຫຼັງທີ່ເປັນຜູ້ແທນກໍຄືສະມາຊິກສະພາແຫ່ງຊາດໄດ້ 4 ປີໃນໄລຍະຜ່ານມານີ້, ໃນການເຂົ້າຮ່ວມກອງປະຊຸມແຕ່ລະຄັ້ງແມ່ນໄດ້ນໍາສະເໜີຫຼາຍບັນຫາ ໂດຍສະເພາະບັນຫາທີ່ປະຊາຊົນສົນໃຈໃຫ້ລັດຖະບານພິຈາລະນາແກ້ໄຂສໍາຄັນທີ່ສຸດແມ່ນບັນຫາເລື່ອງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ເປັນຕົ້ນປະຊາຊົນສ່ວນໃຫຍ່ທີ່ອາໄສການທໍາມາຫາກິນດ້ວຍການເຮັດໄຮ່, ເຮັດນາເປັນອາຊີບຫຼັກເອີ້ນວ່າຊາວກະສິກອນຢູ່ໃນຂະແໜງກະສິກໍາເປັນສ່ວນໃຫຍ່ ຖ້າເບິ່ງໂຕເລກໂຕຊີ້ວັດທີ່ໄດ້ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານມາຮອດປັດຈຸບັນສໍາລັບປີນີ້, ຂະແໜງກະສິກໍາເຕີບໂຕປະມານ 2% ຊຶ່ງການເພີ່ມຂຶ້ນຂອງຂະແໜງກະສິກໍາທຽບກັບການເພີ່ມຂຶ້ນຂອງພົນລະເມືອງເກືອບເທົ່າກັນ ສະແດງເຖິງລາຍຮັບຂອງປະຊາຊົນຍັງບໍ່ໄດ້ເພີ່ມຂຶ້ນສູງ ດັ່ງນັ້ນ, ຈຸດນີ້ຕ້ອງໄດ້ຕິດຕາມເບິ່ງ ຖ້າວ່າເບິ່ງໂຕເລກ ສະເລ່ຍເສດຖະກິດແຫ່ງຊາດເຕີບໂຕລະດັບ 6,4% ຫຼື 6,8% ກໍຖືວ່າ ຢູ່ໃນລະດັບສູງຢູູ່, ປະຊາຊົນສ່ວນໃຫຍ່ແມ່ນຍັງອາໄສຂະ ແໜງກະສິກໍາ, ມາເບິ່ງລາຍຮັບຂອງຂະແໜງກະສິກໍາແມ່ນຍັງບໍ່ໄດ້ດີເທົ່າທີ່ຄວນ, ຕ້ອງໄດ້ຍົກລະດັບລາຍໄດ້ຂອງຊາວກະສິກອນເພີ່ມຂຶ້ນໂດຍທີ່ຕ້ອງອີງໃສ່ສະມັດຖະພາບຂອງການຜະລິດເຊັ່ນ: ການຜະລິດເຂົ້ານາທີ່ຜ່ານມາແມ່ນ 3 ໂຕນຕໍ່ເຮັກຕາ ເພື່ອເປັນການຍົກລະດັບລາຍໄດ້ຕົວຈິງຂອງເຂົາເຈົ້າໃຫ້ໄດ້ປະມານ 4 ຫາ 5 ໂຕນຕໍ່ເຮັກຕາ ຫຼື ຫຼາຍກວ່ານັ້ນ, ຖ້າວ່າບໍ່ປັບປຸງສະມັດຖະພາບຂອງການຜະລິດນີ້ກໍຈະບໍ່ສາມາດເພີ່ມລາຍຮັບຂຶ້ນໄດ້ເພາະວ່າເນື້ອທີ່ດິນໃນການທໍາການຜະລິດຍັງເທົ່າເດີມບໍ່ສາມາດຂະຫຍາຍຕື່ມອີກ ຫຼື ວ່າຫຼຸດໜ້ອຍລົງເທົ່ານັ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຕ້ອງຍົກສະມັດຖະພາບການຜະລິດໃນຂະແໜງກະສິກໍາໂດຍທີ່ພາກລັດຕ້ອງໄດ້ໃຫ້ບຸລິມະສິດໃຫ້ການຊ່ວຍເຫຼືອສະໜັບສະໜູນທາງດ້ານວິຊາການ, ດ້ານທຶນຮອນ, ດ້ານວິທີການຈັດຕັ້ງການຜະລິດ,ດ້ານການຊອກຫາຕະຫຼາດຮອງຮັບຕ່າງໆ. ລັດຕ້ອງໄດ້ເພີ່ມການເອົາໃຈໃສ່ ເພື່ອຍົກລະດັບການຜະລິດຂອງຂະແໜງກະສິກໍາໃຫ້ດີຂຶ້ນ,ປະຊາຊົນລາວບັນດາເຜົ່າປະມານ 70% ຂອງພົນລະເມືອງທົ່ວປະເທດແມ່ນເຮັດອາຊີບກະສິກໍາ.
ສສຊ ເຂດ 13 ສະເໜີ ໃຫ້ລັດຖະບານສືບຕໍ່ປັບປຸງພື້ນຖານໂຄງລ່າງ. (ພາບ:pasaxon.org.la)
ທ່ານ ວຽງທະວີສອນ ເທບພະຈັນ ສະມາຊິກສະພາ ແຫ່ງຊາດ (ສສຊ) ເຂດເລືອກ ຕັ້ງທີ 13 ແຂວງສະຫວັນນະ ເຂດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມ ປະຊາຊົນ ເມື່ອວັນ ທີ 25 ພະຈິກຜ່ານມາ, ໃນໂອ ກາດເຂົ້າຮ່ວມກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ VIII ວ່າ: ໃນໄລຍະທີ່ຜ່ານມາ ສສຊ ພວກ ເຮົາໄດ້ມີການເຄື່ອນໄຫວປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດຢ່າງຫ້າວຫັນໃນການ ລົງພົບປະກັບປະຊາຊົນ ເພື່ອ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃນແຕ່ລະຄັ້ງ ແລະ ຮັບ ເອົາຄໍາສະເໜີຂອງປະຊາຊົນໃນທ້ອງຖິ່ນ. ໂດຍສະເພາະ ບັນຫາທີ່ພໍ່ແມ່ປະຊາຊົນສົນໃຈຫຼາຍຄື: ບັນຫາທີ່ກ່ຽວຂ້ອງກັບ ການປັບປຸງການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າ ເຫດຜົນຍ້ອນໃນປີ ຜ່ານ ມາແມ່ນຖືກກະທົບຈາກໄພພິ ບັດທໍາມະຊາດນໍ້າຖ້ວມ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ ພາກລັດສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ການ ດໍາເນີນທຸລະກິດ, ການທໍາມາຫາກິນໃຫ້ມີຄວາມສະດວກສະບາຍຂຶ້ນຕື່ມ ສະເໜີ ໃຫ້ຊຸກຍູ້ການຜະລິດ, ການໃຫ້ ນະໂຍບາຍຕ່າງໆບໍ່ວ່າຈະເປັນ ດ້ານສິນເຊື່ອ, ການຊ່ວຍເຫຼືອ ທາງດ້ານແນວພັນ, ການກໍ່ສ້າງ ແລະ ສ້ອມແປງລະບົບຊົນລະ ປະທານທີ່ໄດ້ຮັບຜົນກະທົບ ເປ່ເພຈາກໄພພິບັດນໍ້າຖ້ວມທີ່ຜ່ານມາເພື່ອໃຫ້ປະຊາຊົນສາ ມາດທໍາການຜະລິດໄດ້ທັງລະ ດູແລ້ງ ແລະ ລະດູຝົນ; ອີກ ບັນຫາໜຶ່ງທີ່ສໍາຄັນຄືການ ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ໃນຫຼາຍໆຈຸດເຊັ່ນ: ເສັ້ນທາງ ເຂົ້າສູ່ເມືອງ, ເຂົ້າເຂດບ້ານ, ຊຸມຊົນຕ່າງໆ ໃຫ້ສາມາດສັນຈອນໄປມາໄດ້ເປັນປົກກະຕິ ແລະ ແກ້ໄຂດ້ານການສຶກສາ ໂດຍສະເພາະແມ່ນການສ້າງ, ສ້ອມແປງອາຄານຮຽນ, ການ ລົງທຶນໃສ່ອຸປະກອນການສຶກ ສາ; ດ້ານສາທາລະນະສຸກ ເປັນຕົ້ນແມ່ນການສ້າງສຸກສາ ລາ ແລະ ຂາດບຸກຄະລາກອນ ໃນການໃຫ້ບໍລິການປິ່ນປົວປະ ຊາຊົນ ແລະ ບັນຫາທີ່ກໍາລັງ ໃຫ້ຄວາມສົນໃຈຫຼາຍໃນປັດ ຈຸບັນຄືການແກ້ໄຂດ້ານບຸກ ຄະລາກອນ ໂຄຕ້າລັດຖະກອນ ໂດຍສະເພາະຢູ່ໃນສອງຂະ ແໜງການໃຫຍ່ຂະແໜງການ ສຶກສາ ແລະ ຂະແໜງການສາ ທາລະນະສຸກ ຊຶ່ງສອງຂະ ແໜງການດັ່ງກ່າວແມ່ນມີພະນັກງານອາສາສະໝັກຫຼາຍ, ດັ່ງນັ້ນ, ຈຶ່ງເປັນການຫຍຸ້ງຍາກສົມຄວນປະຊາຊົນກໍຄອງຄອຍ ໃນການໃຫ້ຄວາມຊ່ວຍເຫຼືອ.
(ໄຊພອນ)