ສະພາແຫ່ງຊາດ ລາວຮັບຮອງຮ່າງກົດໝາຍຫລັກຊັບ ສະບັບປັບປຸງ.(ພາບ: ຂປລ)
ໃນວັນທີ 3 ທັນວາ 2019 ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ວຽກງານຫລັກຊັບສະບັບປັບປຸງ, ເຊິ່ງສະເໜີໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ກົດໝາຍວ່າດ້ວຍວຽກງານຫລັກຊັບ ຮ່າງກົດໝາຍວ່າດ້ວຍວຽກງານຫລັກຊັບ ສະບັບປັບປຸງ ປະກອບມີ XV ພາກ, 16 ໝວດ ແລະ 202 ມາດຕາທຽບກັບກົດໝາຍສະບັບປັດຈຸບັນມີ XIII ພາກ, 16 ໝວດ ແລະ 173 ມາດຕາ.
ໂອກາດນີ້, ທ່ານ ນາງ ປານີ ຢ່າທໍ່ຕູ້ ໄດ້ສັງລວມການປະກອບຄຳຄິດຄຳເຫັນ ຂອງບັນດາ ສສຊ ຕະຫລອດໄລຍະການປະກອບ ຄຳຄິດເຫັນເປັນເວລາໜຶ່ງວັນ ບັນດາສະມາຊິກສະພາແຫ່ງຊາດ ເຊິ່ງເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ໃສ່ຮ່າງກົດໝາຍດັ່ງກ່າວ ເປັນຕົ້ນ ສະເໜີໃຫ້ປັບປຸງ ດ້ານເນື້ອໃນບາງມາດຕາທີ່ສຳຄັນ ໃຫ້ມີຄວາມຮັດກຸມເຂົ້າໃຈງ່າຍ ແລະ ຄົບຖ້ວນສົມບູນ, ປັບ ປຸງທາງດ້ານຄຳສັບ, ປະໂຫຍກ ແລະ ຮຽບຮຽງຄືນໃໝ່ ນິຍາມຂອງຄວາມໝາຍຫລັກຊັບ ເພື່ອໃຫ້ມີຄວາມເຂົ້າໃຈງ່າຍ ແລະ ຖືກເປົ້າໝາຍ, ໂດຍສະເພາະ ການສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດ ຫລື ຫົວໜ່ວຍທຸລະກິດ, ພາກລັດ ແລະ ເອກະຊົນ ສາມາດລະດົມທຶນຜ່ານຕະຫລາດທຶນ. ພ້ອມທັງສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນ ສາມາດປະກອບສ່ວນລົງທຶນໃນຫລັກຊັບໃຫ້ຫລາຍຂຶ້ນ.
ໃນໄລຍະຜ່ານມາ ການຄຸ້ມຄອງການເຄື່ອນໄຫວ ວຽກງານຫລັກຊັບໃນໄລຍະຕົ້ນ, ລັດຖະບານ ໄດ້ອອກດໍາລັດວ່າດ້ວຍຫລັກຊັບ ແລະ ຕະຫລາດຫລັກຊັບໃນກາງ ປີ 2010 ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ຍັງບໍ່ສາມາດຕອບ ສະໜອງໄດ້ເທົ່າທີ່ຄວນ ໃນການພັດທະນາວຽກງານຫລັກຊັບເທົ່າທີ່ຄວນ. ສະນັ້ນ, ມາຮອດທ້າຍປີ 2012 ຈຶ່ງໄດ້ຍົກດໍາລັດສະບັບດັ່ງກ່າວ ຂຶ້ນເປັນກົດໝາຍ ວ່າດ້ວຍຫລັກຊັບ ຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດ ໃນປີດຽວກັນ. ກົດໝາຍສະບັບດັ່ງກ່າວ, ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນ ໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫລັກຊັບ ໃຫ້ມີການຂະຫຍາຍຕົວເລື້ອຍໆມາ.
ຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຫລັກຊັບໃນໄລຍະ 7 ປີ ຜ່ານມາ ເຫັນວ່າຍັງມີບາງດ້ານບໍ່ທັນຄ່ອງຕົວ, ບາງເນື້ອໃນບໍ່ທັນຊັດເຈນ, ຮັດກຸມ ແລະ ບໍ່ແທດເໝາະຕໍ່ການຂະຫຍາຍຕົວ ຂອງວຽກງານຫລັກຊັບ ແລະ ການເຊື່ອມໂຍງ ກັບສາກົນເທົ່າທີ່ຄວນ; ການກໍານົດພາລະບົດບາດຕະຫລາດຫລັກຊັບ ແລະ ສູນຮັບຝາກຫລັກຊັບ ຍັງມີລັກສະນະກວມລວມ ພາໃຫ້ການເຄື່ອນໄຫວບໍ່ທັນໄດ້ຮັບຜົນສຳເລັດເທົ່າທີ່ຄວນ; ບົດບັນຍັດກ່ຽວກັບການຊື້-ຂາຍຫລັກຊັບຍັງບໍ່ທັນຄົບຖ້ວນພຽງພໍ ໂດຍສະເພາະ ບົດບັນຍັດກ່ຽວ ກັບການລາຍງານ, ການເປີດເຜີຍຂໍ້ມູນ ແລະ ການເກັບຮັກສາຂໍ້ມູນ ບໍ່ທັນລະອຽດຊັດເຈນ ໃນນີ້, ການລາຍງານຂໍ້ມູນກ່ຽວກັບບຸກຄົນພາຍໃນ; ບົດບັນຍັດກ່ຽວກັບການສືບສວນ-ສອບສວນ ບໍ່ທັນຮັດກຸມ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍການດໍາເນີນຄະດີອາ ຍາ ແລະ ເງື່ອນໄຂຂອງອົງການຄຸ້ມຄອງວຽກງານຫລັກຊັບສາກົນ (IOSCO) ແລະ ບັນຫາສຳຄັນທີ່ຕິດພັນອີກຈໍານວນໜຶ່ງ.
(ໄຊພອນ)