ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ (ສະບັບ​ປັບປຸງ)

15:34 | 25/11/2019

ການ​ດຳເນີນ​ກອງ​ປະຊຸມ ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 22 ພະຈິກ 2019 ທີ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕ່າງໆ​ເຂົ້າ​ຮ່ວມ.

ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ (ສະບັບ​ປັບປຸງ)

ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ (ສະບັບ​ປັບປຸງ)

ຮ່າງ​ກົດໝາຍ​ສະບັບ​ນີ້ ປະກອບ​ມີ​ທັງ​ໝົດ 9 ພາກ 8 ໝວດ 79 ມາດຕາ ໃນ​ນີ້ ຮັກສາ​ໄວ້​ມີ 1 ມາດຕາ ຄື: ມາດຕາ 78 ໄດ້​ປັບປຸງ 45 ມາດຕາ ແລະ ເພີ່ມ​ເຂົ້າ​ໃໝ່ 33 ມາດຕາ ເຊິ່ງ​ກົດໝາຍ​ສະບັບ​ດັ່ງກ່າວ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2012 ເປັນຕົ້ນ​ມາ ໂດຍ​ແມ່ນ​ກົມ​ອະນາໄມ ແລະ ກັນ​ພະຍາດ​ເປັນ​ເສນາ​ທິ​ການ​ໃຫ້​ກະຊວງ​ສາທາລະນະ​ສຸກ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ໂດຍ​ຖື​ເອົາ​ຫຼັກການ​ອະນາໄມ ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ເປັນຕົ້ນ​ຕໍ ໄດ້​ເຊື່ອມ​ສານ​ວຽກ​ງານ​ສາທາລະນະ​ສຸກ​ຂັ້ນ​ຕົ້ນ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ຊົນນະບົດ ລຶບລ້າງ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ໂດຍ​ສະເພາະ ການ​ສ້າງ​ບ້ານ​ສາ ທາ​ລະນະ​ສຸກ​ແບບຢ່າງ (ປັດຈຸບັນ​ມີ ບ້ານ​ສາທາລະນະ​ສຸກ​ແບບຢ່າງ 6.421 ບ້ານ) ເພື່ອ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ດີ ມີ​ອາຍຸ​ຍືນ ຫຼຸດຜ່ອນ​ການ​ຕິດເຊື້ອ​ພະຍາດ ການ​ເຈັບເປັນ ແລະ ການ​ເສຍ​ຊີວິດ​ຂອງ​ປະຊາຊົນ ບັນດາເຜົ່າ ໂດຍ​ການ​ມີ​ສ່ວນ​ຮ່ວມ ແລະ ເປັນ​ເຈົ້າ​ການ​ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ.

ເມື່ອ​ຮ່າງ​ກົດໝາຍ​ສະບັບ​ນີ້ ຖືກ​ຮັບຮອງ ແລະ ປະກາດ​ໃຊ້ ຈະ​ເປັນ​ບ່ອນ​ອີງ​ອັນ​ສຳຄັນ​ພື້ນຖານ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ ໄດ້​ຮັບ​ການ​ຄຸ້ມ​ຄອງ ຕິດຕາມ ກວດກາ ຖືກຕ້ອງ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ ສອດຄ່ອງ​ກັບ​ການ​ພັດທະນາ ເສດຖະກິດ-ສັງຄົມ ຂອງ ​ສປປ ລາວ ແລະ ສອດຄ່ອງ​ກັບ​ພັນທະ​ສາກົນ ເຮັດ​ໃຫ້​ວຽກ​ງານ​ອະນາໄມ ແລະ ສົ່ງເສີມ​ສຸຂະພາບ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ ຕໍ່​ເນື່ອງ ແລະ ຍືນ​ຍົງ ຮັບປະກັນ​ໃຫ້​ພົນລະເມືອງ ມີ​ສຸຂະພາບ​ດີ ມີ​ອາຍຸ​ຍືນ ຫຼຸດຜ່ອນ​ການ​ຕິດເຊື້ອ​ພະຍາດ ການ​ເຈັບ​ປ່ວຍ ແລະ ການ​ເສຍ​ຊີວິດ ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 18 ພະຈິກນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຫົວໜ້າກອງເລຂານຸ ການກອງປະຊຸມ ໄດ້ສະເໜີຮ່າງມະຕິຂອງສະພາໃຫ້ຮູ້ວ່າ: ໃນປີ 2019 ລັດຖະບານສາມາດຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດສັງຄົມໃນຫຼາຍດ້ານ ໂດຍອັດຕາການເຕີບໂຕຂອງ ຈີດີພີ ບັນລຸ 6,4%, ບັນລຸລາຍໄດ້ແຫ່ງຊາດ 1.996 ໂດລາ. ຄຽງຄູ່ກັນນັ້ນ ເຫັນວ່າ ຍັງມີຫຼາຍຄາດໝາຍທີ່ບໍ່ສາ ມາດປະຕິບັດໄດ້ ເຊັ່ນ: ອັດຕາການເຕີບໂຕຂອງລວມຍອດຜະ ລິດຕະພັນພາຍໃນ ລວມເຖິງອົງປະກອບເສດຖະກິດແຫ່ງຊາດ ແລະ ບັນດາຄາດໝາຍຕ່າງໆ ໃນຂົງເຂດເສດຖະກິດ, ວັດທະນະທຳສັງຄົມ,ວຽກ ງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການແກ້ໄຂອຸທົກກະໄພຈາກທຳມະຊາດ ແລະ ອື່ນໆ ຍັງບໍ່ທັນລວມສູນ ແລະ ເປັນເອກະພາບ ພ້ອມກັນນັ້ນການຈັດຕັ້ງປະຕິບັດກອງທຶນຕ່າງໆຍັງບໍ່ທັນເຂັ້ມແຂງ. ດັ່ງນັ້ນ, ໃນປີ 2020 ລັດຖະບານຕ້ອງເປັນເຈົ້າການ ໃນການກຳນົດແຜນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນ ຄາດໝາຍດ້ານເສດ ຖະກິດມະຫາພາກ ການຜະ ລິດລວມຍອດຜະລິດຕະພັນພາຍໃນ ບໍ່ໃຫ້ຫຼຸດ 6,5% ຫຼືປະມານ 177.870 ຕື້ກີບ ສະ ເລ່ຍຕໍ່ຫົວຄົນໃຫ້ໄດ້ 2.161 ໂດລາ, ບັນດາຂະແໜງການຕ່າງໆຕ້ອງເພີ່ມຂຶ້ນ ແຕ່ 2,7% 7% ເປັນຕົ້ນ ກະສິກຳເພີ່ມຂຶ້ນ 2,7%, ຂະແໜງບໍລິການເພີ່ມຂຶ້ນ 6,9%, ລ້ຽງສັດ ບໍ່ໃຫ້ຫຼຸດ 4% ແລະ ອື່ນໆ ລວມເຖິງມູນຄ່າການສົ່ງອອກໃຫ້ບັນລຸຕາມຄາດໝາຍ.

ພ້ອມທັງທົບທວນ ຄືນ ແລະ ສືບຕໍ່ຈັດຕັ້ງປະຕິບັດ 23 ຂົງເຂດ. ແຜນງົບປະມານຂອງລັດຖະບານເຫັນວ່າ ການຈັດ ຕັ້ງປະຕິບັດ ການສະຫຼຸບຂາດຕົວງົບປະມານ ໃນ 9 ເດືອນ ປະຈໍາປີ 2019 ເຫັນວ່າ ດ້ານລາຍຮັບປະຕິບັດ ໄດ້ 17.261 ຕື້ກີບ ເທົ່າກັບ 65,62% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນ 16.440 ຕື້ກີບ ເທົ່າກັບ 67,82% ຂອງແຜນການ ແລະ ຄາດວ່າໝົດປີຈະສາມາດປະ ຕິບັດໄດ້ 25.744 ຕື້ກີບ, ເທົ່າກັບ 97,1% ຂອງແຜນການ ໃນນັ້ນ ລາຍຮັບພາຍໃນ 23.482 ຕື້ກີບ ເທົ່າກັບ 96,87% ແລະ ລາຍຈ່າຍ 18.820 ຕື້ກີບເທົ່າກັບ 56,36% ແລະ ຄາດວ່າໝົດປີຈະສາມາດປະຕິບັດໄດ້ບໍ່ເກີນ 33.291 ຕື້ກີບ ເທົ່າກັບ 98,7% ແລະ ອາດຂາດດຸນງົບປະມານ 7.953 ຕື້ກີບ, ເທົ່າກັບ 4,6% ຂອງ GDP. ສຳ ລັບປີ 2020 ໃຫ້ສາມາດ ເກັບລາຍຮັບທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ໃນນັ້ນ ລາຍຮັບຈາກພາສີອາ ກອນ 22.133 ຕື້ກີບ, ບໍ່ແມ່ນພາສີ 4.576 ຕື້ກີບ ແລະ ລາຍຮັບຊ່ວຍເຫຼືອ 2.287 ຕື້ກີບ ແລະ ລາຍຈ່າຍ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP.

(ໄຊພອນ)

ເຫດການ
302 Found

Found

The document has moved here.