ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ VIII: ຮັບຮອງເອົາກົດໝາຍ ວ່າດ້ວຍກິລາ-ກາຍະກຳ

16:27 | 26/11/2019

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍກິລາ-ກາຍະກຳ (ສະບັບປັບປຸງ) ກ່ຽວກັບເຫດຜົນ, ຄວາມຈຳເປັນໃນການປັບປຸງກົດ ໝາຍດັ່ງກ່າວ ໃນວັນທີ 25 ພະຈິກນີ້ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII.

ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ VIII: ຮັບຮອງເອົາກົດໝາຍ ວ່າດ້ວຍກິລາ-ກາຍະກຳ

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.(ພາບ: pasaxon.org.la)

ກົດໝາຍວ່າດ້ວຍ ກິລາ-ກາຍະກຳສະບັບທຳອິດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2007 ສ່ວນກົດໝາຍວ່າດ້ວຍກິລາ-ກາຍະກຳສະບັບປັບປຸງຄັ້ງທີ 1 ໄດ້ຖືກປະກາດໃຊ້ໃນປີ 2012 ຊຶ່ງປະກອບມີ 9 ພາກ, 18 ໝວດ, 108 ມາດ ຕາ, ກົດໝາຍດັ່ງກ່າວແມ່ນໄດ້ເປັນບ່ອນອີງ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານກິລາກາຍະກຳໃນໄລຍະຜ່ານມາຄື: ໄດ້ມີສູນຝຶກກິລາ, ສະໜາມກິລາປະເພດຕ່າງໆ, ໄດ້ສ້າງຕັ້ງຄະນະກຳມະການພາລາລິມປິກລາວ ແລະ ອື່ນໆ. ການປັບປຸງກົດໝາຍວ່າດ້ວຍກິລາ-ກາຍະກຳແມ່ນມີຄວາມຈຳເປັນ ແລະ ສຳຄັນເພື່ອໃຫ້ ສອດຄ່ອງກັບພາກພື້ນ ແລະ ສາກົນ ຊຶ່ງມັນໄດ້ສະແດງອອກໃນການແບ່ງຂັ້ນຄຸ້ມຄອງໃນລະດັບ ສູນກາງເຖິງທ້ອງຖິ່ນຍັງບໍ່ລະອຽດຊັດເຈນ, ນະໂຍບາຍຕໍ່ກັບນັກກິລາຍັງຈຳກັດ, ລວມເຖິງເນື້ອໃນ ບາງມາດຕາຍັງບໍ່ທັນຄົບຖ້ວນ.

ກົດໝາຍວ່າດ້ວຍກິລາ-ກາຍະກຳ (ສະບັບປັບປຸງ) ປະກອບມີ 10 ພາກ, 20 ໝວດ, 112 ມາດຕາ, ໃນນັ້ນໄດ້ປັບປຸງຄືນໃໝ່ 81 ມາດຕາ, ໄດ້ຕັດອອກ 12 ມາດຕາ ແລະ ຮັກສາ ໄວ້ 15 ມາດຕາ, ຫຼັງຈາກນັ້ນທ່ານປະທານກອງປະຊຸມກໍໄດ້ເນັ້ນໃຫ້ບັນດາ ສສຊ ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ກົດໝາຍວ່າດ້ວຍກິລາ-ກາຍະກຳເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີຄວາມລະອຽດ, ຮັດ ກຸມ, ຈະແຈ້ງໂດຍສະເພາະມາດຕາ 4 ວ່າດ້ວຍນະໂຍບາຍຂອງລັດກ່ຽວກັບວຽກງານກິ ລາ-ກາຍະກຳ, ມາດຕາ 33 ມາດຖານເງື່ອນໄຂຂອງນັກກິລາທີມຊາດ, ມາດຕາ 68 ແຫຼ່ງທຶນ, ມາດຕາ 105 ງົບປະມານທີ່ນຳໃຊ້ເຂົ້າໃນວຽກງານກິລາ-ກາຍະກຳທີ່ໄດ້ມາຈາກງົບປະມານແຫ່ງ ລັດ ຊຶ່ງໄດ້ຈັດສັນໃຫ້ແກ່ຂະແໜງການສຶກສາທິການ ແລະ ກິລາທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ມາດຕາ 110 ມາດຕະການທາງອາຍາຕໍ່ການລົ້ມກິລາເປັນມາດຕາທີ່ກຳນົດເຂົ້າໃໝ່ເນື່ອງຈາກປະມວນກົດໝາຍອາຍາບໍ່ໄດ້ກຳນົດບັນຫາດັ່ງກ່າວ.

ໃນວັນທີ 26 ພະຈິກ 2019 ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສຳລັບຕອນເຊົ້າ ແມ່ນໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ສະບັບປັບປຸງ ໂດຍທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ, ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນຄວາມຈຳເປັນ ແລະ ຄາດຄະເນຜົນໄດ້ຮັບໃນການປັບປຸງ ຮ່າງກົດໝາຍສະບັບນີ້ ໂດຍສະເພາະແມ່ນ ເພື່ອອຸ້ມຊູຊ່ວຍເຫລືອໃຫ້ວິສາຫະກິດສາມາດຟື້ນຟູ ກັບມາດຳເນີນທຸລະກິດປົກກະຕິ ແລະ ຖ້າຫາກວິສາຫະກິດບໍ່ສາມາດຟື້ນຟູໄດ້ ກໍໃຫ້ລົ້ມລະລາຍຢ່າງເປັນລະບົບ, ຖືກຕ້ອງ, ມີການແກ້ໄຂບັນຫາຂອງວິສາຫະກິດນັ້ນໃຫ້ຫລາຍທີ່ສຸດ ເປັນຕົ້ນ ບັນຫາໜີ້ສິນແກ່ບັນດາເຈົ້າໜີ້ ຢ່າງມີຄວາມເປັນທຳ.

ກົດໝາຍວ່າດ້ວຍການລົ້ມລະລາຍ ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ໃນປີ 1994 ມາຮອດປັດຈຸບັນເປັນເປັນເວລາ 24 ປີ, ແຕ່ວ່າກົດໝາຍດັ່ງກ່າວ ແມ່ນບໍ່ໄດ້ຮັບການປັບປຸງຈັກເທື່ອ ແລະ ບໍ່ມີຈັກຄະດີທີ່ນຳມາພິຈາລະນາ ຫລື ດຳເນີນການ ແກ້ໄຂຕາມກົນໄກ ຫລື ຂັ້ນຕອນທີ່ກຳນົດໃນກົດໝາຍດັ່ງກ່າວ. ເຫດຜົນຢ່າງໜຶ່ງຍ້ອນການ ໂຄສະນາເຜີຍແຜ່ກົດໝາຍດັ່ງກ່າວ, ຍັງບໍ່ທັນໄດ້ດີ, ບໍ່ລົງເລິກ ແລະ ບໍ່ກວ້າງຂວາງ, ເຮັດໃຫ້ບັນດາວິສາຫະກິດ ກໍຄື ບັນດາເຈົ້າໜີ້ບໍ່ເຂົ້າໃຈ ແລະ ບໍ່ເຫັນຄວາມສຳ ຄັນຂອງກົດໝາຍດັ່ງກ່າວ ຄິດວ່າການລົ້ມລະລາຍເປັນສິ່ງບໍ່ດີ, ເມື່ອເຂົ້າສູ່ຂະບວນການນີ້ແລ້ວ ມີແຕ່ລົ້ມລະລາຍຢ່າງດຽວ ຕາມຄວາມເຂົ້າໃຈຕໍ່ຄຳສັບທີ່ວ່າລົ້ມລະລາຍ ຄືຊື່ຂອງກົດໝາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.