​ສະພາ​ແຫ່ງ​ຊາດ ສປປ ລາວ ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະເໝີພາບ ຍິງ-ຊາຍ ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ ສະບັບ​ສ້າງ​ໃໝ່

15:03 | 30/11/2019

ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 28 ພະຈິກ 2019 ຢູ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

​ສະພາ​ແຫ່ງ​ຊາດ ສປປ ລາວ ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະເໝີພາບ ຍິງ-ຊາຍ ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ ສະບັບ​ສ້າງ​ໃໝ່

ທ່ານ ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຮອງ​ປະທານ​ຄະນະ​ກຳມາ​ທິ​ການ​ແຫ່ງ​ຊາດ.(ພາບ: vientianemai.net)

ເມື່ອ​​ຮ່່າງ​ກົດໝາຍ​ສະບັບ​ນີ້​ຖືກ​ຮັບຮອງ ແລະ ປະກາດ​ໃຊ້ ຈະ​ເປັນ​ເຄື່ອງມື​ສຳຄັນ ໃນ​ການ​ດັດ​ປັບ​ສາຍ​ພົວພັນ​ສັງຄົມ ກ່ຽວ​ກັບ​ຄວາມ​ສະເໝີພາບ ຍິງ-ຊາຍ ເປັນຕົ້ນ ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າໃຈ ສະຕິ ແລະ ຄວາມ​ເປັນ​ເຈົ້າ​ການ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຄວາມ​ສະເໝີພາບ ຍິງ-ຊາຍ ໃນ​ຄອບຄົວ​ທົ່ວ​ສັງຄົມ ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ເພດ​ຍິງ​ໃຫ້​ຮັບ​ຮູ້​ສິດທິ​ຂອງ​ຕົນ ແລະ ສ້າງ​ຄວາມ​ເຂັ້ມແຂງ ແລະ ຄວາມ​ຮັບຜິດຊອບ​ໃຫ້​ຍິງ-ຊາຍ ຄອບຄົວ ຊຸມ​ຊົນ ສັງຄົມ ແລະ ການຈັດຕັ້ງ​ມີ​ຈິດ​ສຳນຶກ ແລະ ເອົາໃຈໃສ່​ປະຕິບັດ​ວຽກ​ງານ​ຄວາມ​ສະ ເໝີ​ພາບ ຍິງ-ຊາຍ ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ເປັນ​ບ່ອນ​ອີງ​ໃຫ້​ບັນດາ​ອົງ​ການຈັດຕັ້ງ​ຕ່າງໆ ໃນ​ການ​ໂຄສະນາ​ເຜີຍແຜ່ ສຶກ​ສາ​ອົບຮົມ ຄຸ້ມ​ຄອງ ກວດກາ ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ.

ພາຍຫຼັງ ​ສສຊ ໄດ້​ປະກອບ​ຄຳ​ເຫັນ​ແລ້ວ ອາ​ນຸ​ກຳມະການ​ຮ່າງ​ກົດໝາຍ ກໍ​ໄດ້​ອະທິບາຍ​ໃຫ້​ຄວາມ​ກະຈ່າງ​ແຈ້ງ ໃນ​ບາງ​ຄຳ​ເຫັນ​ທີ່ ​ສສຊ ສະເໜີ ແລະ ເຫັນ​ດີ​ຕໍ່​ຄຳ​ຄິດ​ເຫັນ​ຕ່າງໆ​ທີ່​ປະກອບສ່ວນ ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້​ມີ​ຄວາມ​ອະ​ອຽດ ຈະແຈ້ງ ແລະ ສົມບູນ​ຍິ່ງ​ຂຶ້ນ ຈາກ​ນັ້ນ ປະທານ​ກອງ​ປະຊຸມ​ໄດ້​ສະຫຼຸບ​ສັງ ລວມ​ຄຳ​ຄິດ​ເຫັນ ແລະ ສະເໜີ​ໃຫ້ ​ສສຊ ລົງ​ຄະແນນ​ສຽງ ຮັບຮອງ​ເອົາ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ຄວາມ​ສະເໝີພາບ​ຍິງ-ຊາຍ (ສ້າງ​ໃໝ່) ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ.

ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ ສະບັບ​ສ້າງ​ໃໝ່ ປະກອບ​ມີ 10 ພາກ 12 ໝວດ 71 ມາດຕາ ໃນ​ຊຸມ​ປີຜ່ານມາ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ລວມ​ທັງ​ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຮູບເງົາ​ລາວ​ມີ​ມູນເຊື້ອ​ມາ​ຈາກ​ຮູບເງົາ​ປະຕິວັດ ເຊິ່ງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ເປັນ​ທາງ​ການ ໃນ​ປີ 1958 ໂດຍ​ມີ​ຊື່​ເອີ້ນ​ເບື້ອງ​ຕົ້ນ​ວ່າ “ພະ​ແນກ​ຮູບເງົາ​ສາລະ​ຄະດີ​ແນວ​ລາວ​ຮັກ​ຊາດ” ສ້າງຕັ້ງ​ຂຶ້ນ​ໃນ​ເຂດ​ປົດ​ປ່ອຍ ແຂວງ​ຫົວພັນ ມີ​ບົດບາດ​ສຳຄັນ​ໃນ​ການ​ຜະລິດ​ຮູບເງົາ​ຂ່າວ ແລະ ສາລະ​ຄະດີ ເພື່ອ​ໂຄສະນາ​ແນວທາງ​ອັນ​ຖືກຕ້ອງ​ຂອງ​ຝ່າຍ​ກຳລັງ​ປະຕິວັດ ພ້ອມ​ນີ້ ກໍ​ໄດ້​ໂຄສະນາ​ໃຫ້​ປະຊາຊົນ​ບັນດາເຜົ່າ​ໄດ້​ຮູ້​ເຖິງ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ​ໄຮ້​ມະນຸດສະທຳ​ຂອງ​ຝ່າຍ​ກຳລັງ​ປະຕິ​ການ ແລະ ເຮັດ​ໃຫ້​ປະຊາຊົນ​ບັນ ດາ​ເຜົ່າ ເຫັນ​ໄດ້​ການ​ນຳພາ​ອັນ​ຖືກຕ້ອງ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ຕະຫຼອດ 60 ປີ ຜ່ານ​ມາ ຮູບເງົາ​ໄດ້​ສະແດງ​ບົດບາດ​ທີ່​ສຳຄັນ​ຄຽງ​ຄູ່​ກັບ​ສື່​ມວນ​ຊົນ​ຂະແໜງ​ອື່ນໆ​ຂອງ​ພັກ-ລັດ ໃນ​ການ​ປຸກ​ລະ ດົມ​ຂົນຂວາຍ​ປະຊາຊົນ​ບັນດາເຜົ່າ ລຸກ​ຮື​ຂຶ້ນ​ຕໍ່​ສູ່​ຕ້ານ​ຈັກກະພັດ​ຕ່າງ​ດ້າວ ຈົນ​ສາມາດ​ຍາດ​ເອົາ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ມາສູ່​ປະຊາຊົນ​ຢ່າງ​ສົມບູນ ໃນ​ປີ 1975 ຫຼັງ​ຈາກ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ຮູບເງົາ​ຍັງ​ສືບຕໍ່​ປະຕິບັດ​ພາລະ​ບົດບາດ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ໃນ​ການ​ໂຄສະນາ​ສຶກ​ສາ​ອົບຮົມ​ປະ ຊາ​ຊົນ​ລາວ​ບັນດາເຜົ່າ ໃຫ້​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ສົງຄາມ ແລະ ພ້ອມ​ກັນ​ປົກ​ປັກ​ຮັກສາ​ໝາກຜົນ ແລະ ມູນ ເຊື້ອ​ຂອງ​ການ​ປະຕິວັດ ຕັ້ງໜ້າ​ປະກອບສ່ວນ​ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ຮູບເງົາ​ຍັງ​ເປັນ​ແຫຼ່ງ​ບັນ ເທີງ​ທີ່​ສຳຄັນ ແລະ ໄດ້​ຮັບ​ຄວາມ​ນິຍົມ​ສູງ ທີ່​ສາມາດ​ສ້າງ​ອາລົມ​ຈິດ ແຫຼ່ງ​ຄວາມ​ເບີກບານ​ມ່ວນຊື່ນ​ໃຫ້​ຜູ້​ຊົມ​ໄດ້​ທຸກ​ລົດ​ຊາດ ທັງ​ພາບ ແລະ ສຽງ ນອກ​ນີ້ ຮູບເງົາ​ລາວ​ຍັງ​ເປັນ​ເວທີ​ແຫ່ງ​ການສະແດງ​ອອກ​ເຖິງ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ກໍ​ຄື ວັດທະນະທຳ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ໃຫ້​ຊາວ​ໂລກ​ໄດ້​ຮູ້ ແລະ ໄດ້​ເຫັນ.

ເມື່ອ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ​ຖືກ​ຮັບຮອງ ແລະ ປະກາດ​ນຳ​ໃຊ້ ຈະ​ມີ​ເຄື່ອງມື​ດ້ານ​ນິຕິ​ກຳ​ໃຫ້​ຂະແໜງ​ການ ແລະ ພາກສ່ວນ​ກ່ຽວຂ້ອງ ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ຮູບເງົາ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ເຊັ່ນ: ການ​ກວດກາ​ເນື້ອ​ໃນ ການ​ອະນຸຍາດ ການ​ອະນຸມັດ​ສ້າງຕັ້ງ​ຫົວໜ່ວຍ​ທຸລະ​ກິດ​ຮູບເງົາ ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລະຫວ່າງ ສູນ​ກາງ ແລະ ທ້ອງຖິ່ນ ເປັນ​ບ່ອນ​ອີງ​ໃຫ້​ນັກ​ສ້າງ​ຮູບເງົາ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ຮັບ​ຮູ້ ເຂົ້າໃຈ​ເຖິງ​ຂໍ້​ຫ້າມ ແລະ ຂໍອະນຸຍາດ​ໃນ​ການເຄື່ອນໄຫວ​ວຽກ​ງານ​ຮູບເງົາ ເປັນ​ການ​ຊຸກຍູ້​ໃຫ້​ນັກ​ສ້າງ​ຮູບເງົາ​ພາຍ​ໃນ ແລະ ຕ່າງປະເທດ ຜະລິດ​ຮູບເງົາ​ຢູ່​ລາວ​ຫຼາຍ​ຂຶ້ນ ເປັນ​ບ່ອນ​ອີງ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຕ່າງໆ​ດ້ານ​ຮູບເງົາ ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື ແລະ ແລກປ່ຽນ​ບົດຮຽນ​ກັບ​ຕ່າງປະເທດ​ດ້ານ​ຮູບເງົາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.