ເມື່ອບໍ່ດົນມານີ້, ທີ່ ແຂວງຈໍາປາສັກ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ 4 ແຂວງພາກໃຕ້ ໄດ້ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019 ແລະ ວຽກງານຈຸດສຸມປະຈໍາປີ 2020.
ເມື່ອບໍ່ດົນມານີ້, ຢູ່ກະຊວງແຜນການ ແລະ ການລົງທຶນໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງທຶນຜູ້ໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ປັດຈຸບັນ ການແຂ່ງຂັນ ຫລາຍປະເທດ ໃນອາຊຽນ ພວມແຂ່ງຂັນກັນ ຢ່າງຟົດຟື້ນ ເພື່ອດຶງດູດ ການລົງທຶນ ຈາກຕ່າງປະເທດ
ຕອນເຊົ້າວັນທີ 5 ສິງຫາ, ຢູ່ຫໍຮັບແຂກຂອງລັດຖະບານທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ມີການເຈລະຈາ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ.
ຍສໝ - ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງວັນຄົບຮອບ 30 ປີວັນສ້າງຕັ້ງ ສະຫະພັນ ອົງການມິດຕະພາບ ນະຄອງໂຮ່ຈິ໋ມິນ(ສະຫະພັນ ນະຄອນໂຮ່ຈິ໋ມິນ HUFO), ປະທານສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ໄດ້ເນັ້ນໜັກວ່າ ຕ້ອງໄດ້ເຊື່ອມຕໍ່ບັນດາການເຄື່ອນໄຫວ ສັນຕິພາບ, ມິຕະພາບ ກັບ ການດຶງດູດການລົງທຶນ ໃນຂົງເຂດເສດຖະກິດ ແລະ ການຄ້າ.
ຍສໝ - ໃນວັນທີ 22 ກໍລະກົດ, ຢູ່ນະຄອນຊິດນີ, ບໍລິສັດ Xact Solutions, Australia ຮ່ວມກັບ ສະຖານທູດ ຫວຽດນາມ ຢູ່ ອົດສະຕຣາລີ ໄດ້ຈັດງານສຳມະນາວິສາຫະກິດ ອົດສະຕຣາລີ - ຫວຽດນາມ.
ຍສໝ - ພາຍຫຼັງດຳເນີນການເຈລະຈາ ມາເປັນເວລາ 10 ປີ, ຕອນບ່າຍ ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ສະຫະພາບເອີລົບ(EU) ໄດ້ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA).
ຍສໝ - ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2019, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.
ຍສໝ - ໃນເວລາ 2 ມື້ 19-20 ມິຖຸນາ 2019, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ໄດ້ມີການກວດສອບໂຄງການລົງທຶນໃນລາວ ແລະ ປຶກສາຫາລືກັບ ເຈົ້າຂອງແຂວງ ຫົວພັນ, ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກ່ຽວກັບການສົ່ງເສີມການຮ່ວມມື ຫວຽດນາມ - ຫົວພັນ.
ເປີດຫຼັກສູດປະລິນຍາໂທ ສາຂາ ເສດຖະສາດ ແລະ ການລົງທຶນ ຮຸ່ນທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.
ຍສໝ - ໃນວັນທີ 17 ເດືອນມິຖຸນາ, ຢູ່ສໍານັກງານນາຍົກ, ນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ຕ້ອນຮັບ ທ່ານ Lance Y. Gokongwei ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ JG Summit Holdings, ຫນຶ່ງໃນວິສາຫະກິດຈາກປະເທດ ຟິລິປິນ ທີ່ມີການລົງທືນໃຫຍ່ທີ່ສຸດ ຢູ່ ຫວຽດນາມ.
ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019, ງານວາງສະແດງສິນຄ້າ ແລະ ສຳມະນາ ການຄ້າ-ການລົງທຶນຈີນ ແລະ ອາຊີໃຕ້-ອາຊີຕາເວັນ ອອກສ່ຽງໃຕ້ ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມສາກົນ ແລະ ສູນວາງສະແດງ ສິນຄ້າທຽນສຶ ນະຄອນຄຸນໝິງ, ສປ ຈີນ ພາຍໃຕ້ຫົວຂໍ້ “ລວມຕົວເປີດກວ້າງ ຕາມແນວທາງ, ຮ່ວມກັນກໍ່ສ້າງ ສູນແຜ່ລັດສະໝີ, ແບ່ງປັນຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ”.
ກອງປະຊຸມປຶກສາຫາລືຮ່າງບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ (Investment Reform Map “IRM” Report) ຈັດຂຶ້ນວັນທີ 16 ພຶດສະພາ 2019 ຢູ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ມີບັນດາກົມ ພະແນກການ ວິຊາການ ຊ່ຽວຊານອາວຸໂສພາກເອກະຊົນ ຊ່ຽວຊານນະໂຍບາຍການລົງທຶນກຸ່ມທະນາຄານໂລກ (WB) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໂດຍ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປ ລາວ ນຳໜ້າໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ Vingroup.
ລັດຖະບານ ຈະສືບຕໍ່ຄົ້ນຄວ້າປັບປຸງ ແລະ ອອກລະບຽບການຕ່າງໆ ທີ່ຈຳເປັນ ເພື່ອເຮັດໃຫ້ການດຳ ເນີນທຸລະກິດມີຄວາມສະດວກ ແລະ ທີ່ສຳຄັນຄະນະນຳ ຂອງແຕ່ລະຂະແໜງການ ຈະຕ້ອງໄດ້ຊີ້ນຳຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງພັດທະນາ ເຄື່ອງມືໃນການຕິດຕາມ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີຜົນສັກສິດ.
ກອງປະຊຸມສະຫຼຸບວຽກງານຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ (ຄລທ.ສ), ຂັ້ນແຂວງ ແລະ ນະຄອນຫຼວງ ປະຈຳສົກປີ 2018 ໄດ້ຈັດຂຶ້ນໃນວັນທີ 9 ມັງກອນພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານ ຄລທ.ສ.
ເຈົ້າໜ້າທີ່ເຈລະຈາການຄ້າຈາກ 10 ປະເທດສະມາຊິກອາຊຽນຮ່ວມກັນປຶກສາຫາລືເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ພາຍຫລັງຈັດກອງປະຊຸມຄະນະກຳມະການທີ່ປຶກສາຮ່ວມດ້ານການອຳນວຍຄວາມສະດວກທາງການຄ້າອາຊຽນ ຄັ້ງທີ 14 ຈັດຂຶ້ນເມື່ອບໍ່ດົນມານີ້.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສະເຫນີໃຫ້ບັນດາກະຊວງ, ທ້ອງຖິ່ນຕ້ອງສຶກສາຄົ້ນຄວ້າເພື່ອໃຫ້ມີວິທີດໍາເນີນການສືບຕໍ່ດຶງດູດການລົງທຶນຕ່າງປະເທດ, ສ້າງແຫຼ່ງຊັບພະຍາກອນເພື່ອການພັດທະນາເສດຖະກິດ.
ວັນທີ 20 ທັນວາ 2018, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫງວຽນ ວັນ ຈຸງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືກະກຽມເນື້ອໃນໃຫ້ກອງປະຊຸມຄັ້ງທີ 41 ປະຈໍາປີ 2019 ຂອງສອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດ ຖະບານ ລາວ ແລະ ຫວຽດນາມ ເຊິ່ງຈະໄດ້ຈັດຂຶ້ນໃນມັງກອນ 2019 ທີ່ ສສ ຫວຽດນາມ.
ຍສໝ - ຕອນເຊົ້າຂອງວັນທີ 16 ພະຈິກ, ທີ່ນະຄອນວິງ (ແຂວງເຫງະອານ), ກະຊວງແຜນການ ແລະ ການລົງທຶນ; ຄະນະກໍາມະການຮ່ວມມືສອງປະເທດ ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ຫວຽດນາມ ໃນ 10 ເດືອນຕົ້ນປີ 2018.