ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ

15:15 | 21/12/2018

ວັນທີ 20 ທັນວາ 2018, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫງວຽນ ວັນ ຈຸງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືກະກຽມເນື້ອໃນໃຫ້ກອງປະຊຸມຄັ້ງທີ 41 ປະຈໍາປີ 2019 ຂອງສອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດ ຖະບານ ລາວ ແລະ ຫວຽດນາມ ເຊິ່ງຈະໄດ້ຈັດຂຶ້ນໃນມັງກອນ 2019 ທີ່ ສສ ຫວຽດນາມ.

ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຂວາມື) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫງວຽນ ວັນ ຈຸງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ.


ໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ຫງວຽນ ວັນ ຈຸງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ. ທັງເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ. ພ້ອມອວຍພອນໃຫ້ກອງປະຊຸມ ທີ່ຈະຈັດຂຶ້ນໃນເດືອນມັງກອນ 2019 ຢູ່ ສສ ຫວຽດນາມ ຈົ່ງປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.


ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ


ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ

ບັນຍາກາດພົບປະ ແລະ ຕ້ອນຮັບ.


ໃນໂອກາດນີ້, ທ່ານ ຫງວຽນ ວັນ ຈຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສຸພັນ ແກ້ວມີໄຊ ທີ່ໄດ້ສະຫລະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ລັດຖະມົນຕີຊາບ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.