ໄຂງານວາງສະແດງສິນຄ້າ ການຄ້າ - ການລົງທຶນຈີນ ແລະ ອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ ຢ່າງເປັນທາງການ

16:38 | 12/06/2019

ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019, ງານວາງສະແດງສິນຄ້າ ແລະ ສຳມະນາ ການຄ້າ-ການລົງທຶນຈີນ ແລະ ອາຊີໃຕ້-ອາຊີຕາເວັນ ອອກສ່ຽງໃຕ້ ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມສາກົນ ແລະ ສູນວາງສະແດງ ສິນຄ້າທຽນສຶ ນະຄອນຄຸນໝິງ, ສປ ຈີນ ພາຍໃຕ້ຫົວຂໍ້ “ລວມຕົວເປີດກວ້າງ ຕາມແນວທາງ, ຮ່ວມກັນກໍ່ສ້າງ ສູນແຜ່ລັດສະໝີ, ແບ່ງປັນຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ”.

ໄຂງານວາງສະແດງສິນຄ້າ ການຄ້າ - ການລົງທຶນຈີນ ແລະ ອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ ຢ່າງເປັນທາງການ

ໄຂງານວາງສະແດງສິນຄ້າ ການຄ້າ - ການລົງທຶນຈີນ ແລະ ອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ ຢ່າງເປັນທາງການ.(ພາບ:ຂປລ)

ງານວາງສະແດງ ແລະ ສຳມະນາ ຈະໄດ້ຈັດກິດຈະກຳ ຫລາກຫລາຍລາຍການ ແລະ ມີຫລາຍກວ່າ 7.500 ຮ້ານ ຈາກ 73 ປະເທດເຂົ້າຮ່ວມ. ນອກນີ້, ຍັງມີວິສາຫະກິດ ຈາກພາຍໃນຂອງຈີນ ເຂົ້າຮ່ວມ 3.300 ກວ່າແຫ່ງ. ໃນນີ້, ສິນຄ້າທີ່ມາວາງສະແດງ ສ່ວນຫລາຍ ຈະເປັນເຄື່ອງປະດັບເພັດພອຍ, ເຄື່ອງກະສິກຳ, ຫັດຖະກຳ, ເຄື່ອງໃຊ້ຄົວເຮືອນ, ເຟີນິເຈີໄມ້, ຜະລິດຕະພັນຈາກທະເລ, ຊາ, ກາເຟ, ເຄື່ອງນຸ່ງ, ຜະລິດຕະພັນ ເສີມຄວາມງາມ ແລະ ອື່ນໆ. ມີຈຸດປະສົງ ໃນການຈັດງານຄັ້ງນີ້, ເພື່ອການບໍລິການ ຢ່າງຫ້າວຫັນ ແລະ ເຊື່ອມໂຍງກັບແຜນຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງ. ພ້ອມກັນນີ້, ຍັງເປັນການ ຍົກມາດຕະການທີ່ສໍາຄັນເພື່ອປະຕິບັດຕາມແນວທາງ ປະສົມປະສານກັນ ລະຫວ່າງ “ການດຶງດູດເຂົ້າ ແລະ ການກ້າວອອກໄປ” ປະສົມປະສານ ການນຳເຂົ້າ-ສົ່ງອອກ, ເຊິ່ງໄດ້ເນັ້ນໃສ່ການພັດທະນາ ການຕະຫລາດ ທີ່ຫລາກຫລາຍຮູບແບບ, ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ ແລະ ສ້າງເປັນບາດກ້າວໃຫຍ່ທາງເສດຖະກິດ ໃນການ ຈັດຕັ້ງປະຕິບັດຜົນສຳເລັດ ຂອງກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.