ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສືບຕໍ່ດຶງດູດການລົງທຶນຕ່າງປະເທດ

09:15 | 03/04/2019

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສະເຫນີໃຫ້ບັນດາກະຊວງ, ທ້ອງຖິ່ນຕ້ອງສຶກສາຄົ້ນຄວ້າເພື່ອໃຫ້ມີວິທີດໍາເນີນການສືບຕໍ່ດຶງດູດການລົງທຶນຕ່າງປະເທດ, ສ້າງແຫຼ່ງຊັບພະຍາກອນເພື່ອການພັດທະນາເສດຖະກິດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສືບຕໍ່ດຶງດູດການລົງທຶນຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ໃນຕອນເຊົ້າຂອງວັນທີ 2 ເມສາ, ທີ່ສໍານັກງານນາຍົກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປະຈໍາເດືອນມີນາຂອງລັດຖະບານ. ໃນໄຕມາດ 1/2019, ເສດຖະກິດ-ສັງຄົມຂອງຫວຽດນາມ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ. ໃນນັ້ນ, GDP ຂອງໄຕມາດ 1 ແມ່ນເພີ່ມຂຶ້ນພໍສົມຄວນ, ບັນລຸ 6,79%; ດັດສະນີລາຄາໃຊ້ສອຍໃນເດືອນ ມີນາ 2019 ຫຼຸດລົງ 0,21%, ສະເລ່ຍໄຕມາດ 1 ເພີ່ມຂຶ້ນ 2,63%; ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນເກືອບ 31%; ຈໍານວນວິສາຫະກິດໄດ້ສ້າງຕັ້ງໃໝ່ບັນລຸຫຼາຍກວ່າ 28,4 ພັນແຫ່ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: “ດ້ວຍຄວາມຮັບຜິດຊອບຕໍ່ພັກ, ລັດ, ປະຊາຊົນ, ພວກເຮົາຕ້ອງມານະພະຍາຍາມຫຼາຍກວ່າອີກ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອບັນລຸ ແລະ ລື່ນຄາດໝາຍວາງອອກຂອງປີ 2019. ປີນີ້ ແມ່ນປີທີ່ພວກເຮົາປະຕິບັດຢ່າງກະໂດດຂັ້ນ. ສິ່ງສໍາຄັນທີ່ສຸດແມ່ນຕ້ອງສຸມໃສ່ໃນການຮັບປະກັນເປົ້າໝາຍການເຕີບໂຕເສດຖະກິດ ແລະ ການແກ້ໄຂຢ່າງຮອບດ້ານບັນດາບັນຫາທາງສັງຄົມ, ໂດຍສະເພາະແມ່ນບັນດາຂົງເຂດວັດທະນະທໍາ, ການສຶກສາທິການ. ລະດັບການເຕີບໂຕໃນໄຕມາດ 1 ຂອງ ປີ 2019 ເຖິງວ່າຂ້ອນຂ້າງສູງກໍຕາມ ແຕ່ຍັງຕໍ່າກວ່າ ໄຕມາດ 1 ຂອງປີ 2018”.

(ໄຊພອນ)

ເຫດການ
302 Found

Found

The document has moved here.