ຫວຽດນາມ - ອົດສະຕຣາລີ ຊຸກຍູ້ຮ່ວມມືການລົງທຶນ

19:01 | 24/07/2019

ຍສໝ - ໃນວັນທີ 22 ກໍລະກົດ, ຢູ່ນະຄອນຊິດນີ, ບໍລິສັດ Xact Solutions, Australia ຮ່ວມກັບ ສະຖານທູດ ຫວຽດນາມ ຢູ່ ອົດສະຕຣາລີ ໄດ້ຈັດງານສຳມະນາວິສາຫະກິດ ອົດສະຕຣາລີ - ຫວຽດນາມ.

ເຂົ້າຮ່ວມພິທີການ ມີທ່ານ ໂງເຮືອງນາມ ເອກອັກຄະລັດຖະທູດຫວຽດນາມ, ທ່ານ ບຸຍວັນຂັນ ປະທານຄະນະກຳມະການປະຊາຊົນ ແຂວງຮວາບິງ ພ້ອມດ້ວຍ ກຸ່ມວິສາະກິດ ຫວຽດນາມ ແລະ ຜູ້ແທນອື່ນໆ ເຂົ້າຮ່ວມ.

ຫວຽດນາມ - ອົດສະຕຣາລີ ຊຸກຍູ້ຮ່ວມມືການລົງທຶນ

ຄະນະຜູ້ແທນຫວຽດນາມ ຖ່າຍຮູບໃນພິທີການ. (ພາບ: vietnamplus)

ທ່ານ ໂງເຮືອງນາມ ກ່າວວ່າ ປີ 2018, ການພົວພັນການຄ້າລະຫວ່າງ ຫວຽດນາມ-ອົດສະຕຣາລີ ໄດ້ປະສົບຄວາມສຳເລັດ ໂດຍມູນຄ່າການຄ້າສອງສົ້ນບັນລຸຫລາຍກວ່າ 7,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2017 ຜ່ານມາ,​ ໃນນັ້ນ ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງ ອົດສະຕຣາລີ ບັນລຸເກືອບ 4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20 % , ສ່ວນມູນຄ່າການນຳເຂົ້າຂອງ ຫວຽດນາມ ຫລາຍກວ່າ 3,7 ຕື້ໂດລາສະຫະລັດ,​ ເພີ່ມຂຶ້ນ 18% ເມື່ອທຽບໃສ່ ປີ 2017 ຜ່ານມາ. ໃນໄລຍະ 10 ປີຜ່ານມາ, ການຈະເລີນເຕີບໃຫຍ່ດ້ານການຄ້າຫວຽດນາມ-ອົດສະຕຣາລີ ສະເລ່ຍ 12% ເປັນຜູ້ນຳໜ້າ ໃນກຸ່ມອາຊຽນ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າຂະໜາດໃຫຍ່ອັນດັບ 15 ຂອງອົດສະຕຣາລີ ແລະ ອົດສະຕຣາລີ ເປັນຄູ່ຮ່ວມມືການຄ້າ ອັນດັບ 7 ຂອງຫວຽດນາມ.

ໃນຂົງເຂດການລົງທຶນ, ອົດສະຕຣາລີ ມີປະມານ 400 ໂຄງການລົງທຶນໂດຍກົງ ຢູ່ ຫວຽດນາມ ດ້ວຍມູນຄ່າການລົງທຶນຈົດທະບຽນຫລາຍກວ່າ 2 ຕື້ໂດລາສະຫະລັດຈັດເປັນອັນດັບ 19/116 ປະເທດ ທີ່ມີການລົງທຶນ ຢູ່ ຫວຽດນາມ. ຂະນະດຽວກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ໄດ້ເລີ່ມລົງທຶນເຂົ້າ ອົດສະຕຣາລີ ປະມານ 50 ໂຄງການໂດຍມີມູນຄ່າຫລາຍກວ່າ 500 ລ້ານໂດລາສະຫະລັດ. ຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ອົດສະຕຣາລີ ໄດ້ສ້າງພື້ນຖານອັນໃຫຍ່ຫລວງໃນການພັດທະນາການພົວພັນຮ່ວມມືໃນທຸກໆຂົງເຂດລະຫວ່າງສອງປະເທດ, ພິເສດແມ່ນການພົວພັນຮ່ວມມືດ້ານເສດຖະກິດ. ສອງປະເທດແມ່ນສະມາຊິກ ຂອງສັນຍາຄູ່ຮ່ວມມືຄວາມຄືບໜ້າ ແລະ ຮອບດ້ານ ຜ່ານປາຊີຟິກ (CPTPP) ໂດຍມີຜົນບັງຄັບໃຊ້ໃນປີ 2019,​ ສັນຍາການຄ້າເສລີ ASEAN, Australia, New Zealand (AANZAFTA) ຊຶ່ງມີຜົນບັງຄັບໃຊ້ເມື່ອປີ 2010 ແລະ ອື່ນໆ.

ບັນດາສັນຍານີ້ຈະເປັນກຳລັງແຮງໃນການຊຸກຍູ້ການພົວພັນເສດຖະກິດ ລະຫວ່າງ ສອງປະເທດ ໃນໄລຍະຕໍ່ໜ້າ. ການສົນທະນາຄັ້ງນີ້, ບັນດາຜູ້ນຳ ວິສາຫະກິດຕ່າງໆ ຂອງອົດສະຕຣາລີ ໄດ້ສະແດງຄວາມປາຖະໜາຢາກຮຽນຮູ້ຂຶ້ນຕື່ມກ່ຽວກັບສະພາບແວດລ້ອມ ແລະ ບັນດາໂອກາດ ໃນການລົງທຶນ ແລະ ທຸລະກິດຢູ່ ຫວຽດນາມ. ບັນດາວິສາຫະກິດ ໄດ້ແລກປ່ຽນບົດຮຽນໃນການລົງທຶນເຂົ້າ ຫວຽດນາມ ແລະ ອື່ນໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.