ອາຊຽນ ດຶງດູດການລົງທຶນຈາກຕ່າງປະເທດ

10:00 | 11/09/2019

ປັດຈຸບັນ ​ການ​ແຂ່ງຂັນ ຫລາຍ​ປະ​ເທດ​ ໃນ​ອາ​ຊຽນ ພວມ​ແຂ່ງຂັນ​ກັນ ​ຢ່າງ​ຟົດ​ຟື້ນ ​ເພື່ອ​ດຶງ​ດູດ​ ການ​ລົງທຶນ​ ຈາກ​ຕ່າງປະ​ເທດ

ອາຊຽນ ດຶງດູດການລົງທຶນຈາກຕ່າງປະເທດ

ພາບປະກອບ

ປັດຈຸບັນການ​ແຂ່ງຂັນຫລາຍ​ປະ​ເທດ​ໃນ​ອາ​ຊຽນພວມ​ແຂ່ງຂັນ​ກັນ ​ຢ່າງ​ຟົດ​ຟື້ນ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ລວມທັງ​ມີ ​ມາດ​ຕະການ ​ຫລຸດຜ່ອນ​ການ​ລົງທຶນ ​ເອື້ອ​ປະ​ໂຫຍ​ດ ດ້ານ​ພາສີ, ຂະຫຍາຍ​ເວລາ ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ​ແລະ ​ເພີ່ມ​ປະ​ເພດ​ ທຸລະ​ກິດ ​ທີ່​ໄດ້​ຮັບ​ຍົກ​ເວັ້ນພາສີ ​ແນ​ໃສ່​ເປັນ​ແຫ​ລ່ງລົງທຶນ​ໃໝ່​ໃຫ້​ກັບ​ບໍລິສັດ​ຕ່າງປະ​ເທດ ທີ່​ຍົກຍ້າຍ​ຖານ​ການ​ຜະລິດໜີ​ໄພ​ສົງຄາມ​ການ​ຄ້າ ລະຫວ່າງ​ ຈີນ ​ແລະ ສ.ອາ​ເມ​ລິ​ກາ ທີ່​ແກ່ຍາວ​ເວລາ​ກວ່າ 1 ປີ​ ແລະ ມີ​ທ່າ​ອຽງ​ຮຸນ​ແຮງ​ຂຶ້ນ ​ໂດຍ​ສະ​ເພາະ ​ຫວຽດນາມ ທີ່​ລ້າ​ສຸດ ບໍລິສັດ​ຍີ່ປຸ່ນ ຈຳນວນ​ຫລາຍ​ ໄດ້​ຍົກຍ້າຍ​ຖານ​ ການ​ຜະລິດ​ອອກ​ຈາກ​ຈີນ ​ເພື່ອ​ຫລີກ​ລ້ຽງ ຄວາມ​ຂັດ​ແຍ່ງ​ທາງ​ການ​ຄ້າ ສົ່ງ​ຜົນ​ໃຫ້​ບໍລິສັດ​ຫລາຍ​ແຫ່ງ​ ເລືອກ​ຫວຽດນາມ ​ເປັນ​ຖານ​ການ​ຜະລິດ​ໃໝ່ ​ເປັນຕົ້ນ: ຣີ​ໂກ້,ນິນ​ເທ​ນ​ໂດ, ຊາບ​ ແລະ ມິດ​ຊູ​ບີ​ຊິ ​ເນື່ອງ​ຈາກ ຫວຽດນາມ ມີ​ຂໍ້​ໄດ້​ປຽບ ຄື​ຄ່າ​ແຮງ​ງານ​ບໍ່​ແພງ ​ແຮງ​ງານ​ຫວຽດນາມ ​ໄດ້​ຮັບ​ຄ່າ​ຈ້າງ​ເດືອນ​ລະ 216 ​ໂດ​ລາ​ສະຫະລັດ ຕ່ຳ​ກວ່າ​ ທີ່​ແຮງ​ງານ​ໃນ​ຈີນ​ໄດ້​ຮັບປະມານ​ເຄິ່ງໜຶ່ງ ​ແລະ ດ້ານອື່ນໆ​ອີກ.

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 51 (AEM 51) ຈັດຂຶ້ນຢູ່ບາງກອກ ແຕ່ວັນທີ 3-10 ກັນຍາ, ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຖືກຈັດຕັ້ງຂຶ້ນຊື່ງລວມມີ: ກອງປະຊຸມສະພາເຂດການຄ້າເສລີອາຊຽນ (AFTA) ຄັ້ງທີ 33, ກອງປະຊຸມລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາເຂດລົງທຶນອາຊຽນ (AEM-AIA) ຄັ້ງທີ 22, ກອງປະຊຸມທາບທາມຄວາມເຫັນລະຫວ່າງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ກອງປະຊຸມລັດຖະມົນຕີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 7…

ນີ້ແມ່ນບັນດາການເຄື່ອນໄຫວຕົ້ນຕໍໃນການຮ່ວມມືເສດຖະກິດອາຊຽນ ແມ່ນໂອກາດເພື່ອໃຫ້ລັດຖະມົນຕີເສດຖະກິດຂອງ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືນອກກຸ່ມ ດຳເນີນການແລກປ່ຽນ, ເຊັນບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນພາຍໃນກຸ່ມອາຊຽນ ກໍ່ຄືລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືນອກກຸ່ມ, ເອກະພາບບັນດາເນື້ອໃນທີ່ຈະຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຊື່ງຈະຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງຢູ່ບາງກອກປະເທດໄທ.

(ໄຊພອນ)

ເຫດການ
302 Found

Found

The document has moved here.