ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ

07:15 | 16/10/2019

ເມື່ອບໍ່ດົນມານີ້, ຢູ່ກະຊວງແຜນການ ແລະ ການລົງທຶນໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງທຶນຜູ້ໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ

ພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ໃນໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຊີ້ນໍານໍາພາວຽກງານແຜນການ ແລະ ການລົງທຶນ ໃນໄລຍະ 4 ປີຜ່ານມາ ແລະ ບັນດາໜ້າວຽກຈຸດສຸມທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນທີ່ກະຊວງແຜນການ ແລະ ການລົງທຶນ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມດຽວກັນນີ້, ທ່ານຍັງໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເອົາໃຈໃສ່ ເປັນຕົ້ນການວາງແຜນການຕ້ອງໃຫ້ແທດກັບຕົວຈິງ ໄປຕາມຂະບວນການພັດທະນາ ໂດຍການນໍາໃຊ້ຄວາມອາດສາມາດບົ່ມຊ້ອນຕາມທ່າແຮງທີ່ມີ ໃນນັ້ນ ຕ້ອງບຸກທະລຸໃນການວາງແຜນ ຕ້ອງຈໍາກັດ, ຮັດກຸມ, ມີການກວດກາ ແລະ ແກ້ໄຂຢ່າງເປັນລະບົບ; ເອົາໃຈໃສ່ຈັດລຽງບຸລິມະສິດໂຄງການລົງທຶນຕ່າງໆຂອງລັດ ຖະບານ; ຄົ້ນຄວ້າ, ວິເຄາະວິໄຈ ເພື່ອສ້າງເງື່ອນໄຂໃຫ້ປະ ເທດຊາດຫຼຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດ ທະນາ; ດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ແຕ່ຕ້ອງໄດ້ມີການເລືອກເຟັ້ນໂຄງການໃດທີ່ເປັນໂຄງການທີ່ມີປະສິດທິຜົນ ແລະ ເປັນປະໂຫຍດຕໍ່ການພັດທະນາ ພ້ອມນັ້ນ ກໍໃຫ້ຊຸກຍູ້ສົ່ງເສີມການລົງທຶນພາຍໃນໃຫ້ສູງຂຶ້ນ ໂດຍການອໍານວຍຄວາມສະ ດວກດ້ານການລົງທຶນ; ຕ້ອງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ມີຕະຫຼາດຮອງຮັບ; ແກ້ໄຂບັນດາກົນໄກຕ່າງໆໃຫ້ໂລ່ງລ່ຽນ ແລະ ໂປ່ງໃສ; ນອກນັ້ນ ໃຫ້ເອົົາໃຈໃສ່ຄຸ້ມຄອງບັນດາເຂດເສດຖະ ກິດພິເສດ ລວມທັງທຶນຊ່ວຍເຫຼືອ ເພື່ອການພັດທະນາ; ເອົາ ໃຈ ໃສ່ເກັບກໍາສະຖິຕິຂໍ້ມູນຂ່າວ ສານໃຫ້ຊັດເຈນ ຖ້າມີການເກັບກໍາສະຖິຕິໄດ້ດີການວາງແຜນກໍ ຈະໄດ້ຮັບຜົນດີ; ພະນັກງານຂະ ແໜງແຜນການ ແລະ ການລົງ ທຶນ ຕ້ອງເອົາໃຈໃສ່ສຶກສາຄົ້ນ ຄວ້າຢ່າງຮອບດ້ານ ເພື່ອດຶງດູດການລົງທຶນ ແລະ ກະຕຸ້ນເສດຖະກິດໃຫ້ມີການພັດທະນາ.

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນຮັບໜ້າທີ່ ແລະ ຮັບຄໍາໂອວາດ ຊຶ່ງທ່ານໄດ້ສະແດງຄວາມຮູ້ບຸນຄຸນມາຍັງສູນກາງພັກ-ລັດຖະບານທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ມອບໝາຍໜ້າທີ່ສໍາຄັນນີ້ ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ຕະຫຼອດຮອດສະມາຊິກພັກ ພະນັກງານທົ່ວຂະແໜງແຜນການ ແລະ ການລົງທຶນ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງຜັນຂະຫຍາຍວຽກງານ ຈົນໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ສັນຍາວ່າ ຈະສືບຕໍ່ຮັກສາມູນເຊື້ອອັນດີ ງາມ ແລະ ຈະສຸມສະຕິປັນຍາ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.

(ແຫຼ່ງ​ຂໍ້​ມູນ​: www.pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.