ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ

00:54 | 14/05/2019

ລັດຖະບານ ຈະສືບຕໍ່ຄົ້ນຄວ້າປັບປຸງ ແລະ ອອກລະບຽບການຕ່າງໆ ທີ່ຈຳເປັນ ເພື່ອເຮັດໃຫ້ການດຳ ເນີນທຸລະກິດມີຄວາມສະດວກ ແລະ ທີ່ສຳຄັນຄະນະນຳ ຂອງແຕ່ລະຂະແໜງການ ຈະຕ້ອງໄດ້ຊີ້ນຳຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງພັດທະນາ ເຄື່ອງມືໃນການຕິດຕາມ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີຜົນສັກສິດ.

ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ

ກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ . (ພາບ: ອ່າຍຄຳ)

ໃນວັນທີ 7 ກຸມພາ 2019 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ ຕາມຄຳສັ່ງເລກທີ 02/ນຍ ໂດຍມີຈຸດປະສົງ ເພື່ອຮັບຟັງລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ, ດຳລັດວ່າດ້ວຍການ ຮັບຮອງເອົາບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອຳນວຍຄວາມສະດວກ ແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ, ພ້ອມບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາ ຫະກິດສະບັບເລກທີ01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າ ແຜນປະຈຳປີ ໃຫ້ຮັດກຸມ, ສະດວກວ່ອງໄວ ແລະ ໂປ່ງໃສກວ່າເກົ່າ. ນອກນີ້, ຍັງມີການປັບປຸງການອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ, ການຍົກເລີກໃບອະນຸຍາດຄວັດກາປະທັບ ແລະ ບໍ່ມີຂັ້ນຕອນຂໍອະນຸຍາດນຳໃຊ້ກາປະທັບ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ກ່າວວ່າ: ລັດຖະບານ ຈະສືບຕໍ່ຄົ້ນຄວ້າປັບປຸງ ແລະ ອອກລະບຽບການຕ່າງໆ ທີ່ຈຳເປັນ ເພື່ອເຮັດໃຫ້ການດຳ ເນີນທຸລະກິດມີຄວາມສະດວກ ແລະ ທີ່ສຳຄັນຄະນະນຳ ຂອງແຕ່ລະຂະແໜງການ ຈະຕ້ອງໄດ້ຊີ້ນຳຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງພັດທະນາ ເຄື່ອງມືໃນການຕິດຕາມ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີຜົນສັກສິດ. ທັງນີ້, ພັກ-ລັດ ຕ້ອງໄດ້ປະສານງານກັບພາກທຸລະກິດ ແລະ ຮັບຟັງຄຳສະ ເໜີ ຂອງເຂົາເຈົ້າຢູ່ສະເໝີ ເພື່ອປຶກສາຫາລື ແລະ ຊອກຫາວິທີແກ້ໄຂ ຮັບປະກັນທັງສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນ, ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ເນັ້ນວ່າ: ຄວາມພະຍາຍາມຂອງລັດຖະບານ ໃນການປັບປຸງ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດນີ້ ບໍ່ພຽງແຕ່ເຮັດໃຫ້ອັນດັບຂອງ ສປປ ລາວ ດີຂຶ້ນ, ແຕ່ຍັງສົ່ງຜົນຕໍ່ສະພາບແວດລ້ອມການລົງທຶນໂດຍລວມ, ເຊິ່ງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍຈະປະ ກອບສ່ວນ ເປັນແຮງໜຶ່ງ ໃນການລະດົມພາກທຸລະກິດ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບນິຕິກຳ ແລະ ລະບຽບການຕ່າງໆ ທີ່ໄດ້ຮັບການປັບປຸງ ແລະ ສະໜອງຂໍ້ຄິດເຫັນ ຂອງພາກທຸລະກິດ ເພື່ອຊ່ວຍພາກ ລັດຖະບານ ໃນການວາງນະໂຍບາຍໃຫ້ຖືກຕ້ອງ.

(ແຫຼ່ງ​ຂໍ້​ມູນ​: ມະນີທອນ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.