ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

14:53 | 20/06/2019

ເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.

ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

ມະຫາວິທະຍາໄລ ແຫ່ງຊາດ ລາວ.

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ມະຫາວິທະຍາ​ໄລ ​ເສດຖະກິດ​ແຫ່ງ​ຊາດ ສສ ຫວຽດນາມ ເປີດ​​ໂຄງການຫຼັກ​ສູ​ດປະລິນຍາ​ໂທ ສາຂາ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020. ເພື່ອ​ກໍ່ສ້າງ​ບຸກຄະລາ​ກອນ​ໃນ​ສາຂາ ​ເສດຖະສາດການ​ລົງທຶນ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາ​ດ​ໃນ​​ການ​ວິ​ເຄາ​ະການລົງທຶນ ຫຼືສາມາ​ດປະ​ເມີນ​ຜົນ​ຂອງ​ການ​ລົງ​ທຶນ​ໄດ້​ໃນ​ລະດັບ​ສູງ.

ສໍາລັບ​ຫຼັກສູ​ດດັ່ງກ່າວ ​ແມ່ນ​ການ​ຮຽນ​ເປັນ​ພາສາ​ອັງກິດ ລວມມີ 15 ວິຊາ​ຮຽນ ​ໂດຍ​​ໃຊ້​ເວລາ 2 ປີ. ສ່ວນ​​ເງື່​ອນ​ໄຂ​ຂ​ອງຜູ້​ທີ່​ຈະ​ສະໝັກ​ແມ່ນ​ຕ້ອງ​ຈົບ​ສາຂາ​ເສດ​ຖະສາດ ​ແລະ ບໍລິຫານ​ທຸລະ​ກິດ ​ໃນ​ລະດັບ​ປະລິນຍາ​ຕີ ​ຄະ​ແນນ​ສະ​ເລ່ຍ 3.00 ຂຶ້ນ​ໄປ, ມີ​ຄະ​ແນນ TOEFL 500 ​ຂຶ້ນ​ໄປ ​ແລະ IL 5,5 ຄະແນນຂຶ້ນໄປ. ຫຼັກສູດດັ່ງກ່າວ ໄດ້ເປີດຮັບຄໍາຮ້ອງສະໝັກໃນວັນທີ 17 ມິຖຸນາ-31 ກໍລະກົດນີ້ ແລະ ຈະສອບເສັງຄັດເລືອກ ໃນວັນທີ 4 ສິງຫາ 2019, ສາມາດພົວພັນໂດຍກົງທີ່ ພາກວິຊາການຄ້າ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຫຼືດາວໂຫຼດຄໍາຮ້ອງ, ແບບຟອມສະໝັກ ແລະ ລາຍລະອຽດເງື່ອນໄຂໄດ້ທີ່ Facebook: FEB-Graduate-Programe.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.