ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ອາລັກຂາແກ່ການລົງທຶນ (IPA): ຈຸດຂະນະປະຫວັດສາດຂອງສາຍສຳພັນຫວຽດນາມ ແລະ ສະຫະພາບເອີລົບ(EU)

08:31 | 01/07/2019

ຍສໝ - ພາຍຫຼັງດຳເນີນການເຈລະຈາ ມາເປັນເວລາ 10 ປີ, ຕອນບ່າຍ ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ສະຫະພາບເອີລົບ(EU) ໄດ້ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA).

ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ຂ້າຫຼວງໃຫຍ່ການຄ້າ Cecilia Malmstrom , ລັດຖະມົນຕີ Romania ຮັບຜິດຊອບການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ Stefan-Radu Oprea ເປັນຜູ້ຕາງໜ້າໃຫ້ EU ເຊັນ EVFTA . ທາງຝ່າຍຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີນຕ້ວນແອງ ເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ EVFTA, ສ່ວນ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ IPA.

ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ອາລັກຂາແກ່ການລົງທຶນ (IPA): ຈຸດຂະນະປະຫວັດສາດຂອງສາຍສຳພັນຫວຽດນາມ ແລະ ສະຫະພາບເອີລົບ(EU)

ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. (ພາບ: zing.vn)

ພາຍຫຼັງ ທີ່ EVFTA ມີຜົນສັກສິດ, ສັນຍາຈະຍົກເລີກ 65% ພາສີອາກອນສຳລັບສິນຄ້າຂອງ EU ທີ່ນຳເຂົ້າຫວຽດນາມ, ແລະ 71% ພາສີອາກອນສຳລັບສິນຄ້າຂອງ ຫວຽດນາມ ທີ່ສົ່ງອອກໄປຍັງ EU. ສັງລວມແລ້ວ, ຈະຍົກເລີກ 99% ຮົ້ວພາສີອາກອນລະຫວ່າງ 2 ຝ່າຍ. EVFTA ຍັງຮັບປະກັນວ່າ ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງ ຍາມໃດກໍໄປຄຽງຄູ່ນຳກັນ. ໃນຂະນະນັ້ນ, EVFTA ຈະຊ່ວຍປົກປ້ອງ ແລະ ເພີີ່ມທະວີການລົງທຶນຂອງ EU ເຂົ້າຫວຽດນາມ.

ເມື່ອແລກປ່ຽນກັບ ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ ປ.ອ ຈູຮ່ວາງລອງ ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໃຫ້ຮູ້ວ່າ : ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມໃນພື້ນຖານເສດຖະກິດທົ່ວໂລກໄດ້ເພີ່ມຂຶ້ນ. ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ແມ່ນໄດ້ນຳຫວຽດນາມ ທຽບເທົ່າກັບບັນດາຄູ່ຮ່ວມມືໃຫຍ່ ຂອງ ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ຢູ່ອາຊີຄື: ຍີປຸ່ນ, ສ ເກົາຫຼີ…

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.