ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

23:00 | 21/06/2019

ຍສໝ - ໃນເວລາ 2 ມື້ 19-20 ມິຖຸນາ 2019, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ໄດ້ມີການກວດສອບໂຄງການລົງທຶນໃນລາວ ແລະ ປຶກສາຫາລືກັບ ເຈົ້າຂອງແຂວງ ຫົວພັນ, ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກ່ຽວກັບການສົ່ງເສີມການຮ່ວມມື ຫວຽດນາມ - ຫົວພັນ.

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

ທັດສະນີຍະພາບກອງປະຊຸມ

ກ່າວຄຳປາໄສໃນກອງປະຊຸມ, ທ່ານ ວັນ​ໄຊ ແພງ​ຊຸມ​ມາ - ເຈົ້າຂອງແຂວງ ຫົວພັນ ໃຫ້ຮູ້ວ່າ ແຂວງ ຫົວພັນຖືເປັນສຳຄັນ ຕໍ່ການຮ່ວມມືພິເສດ ລະຫວ່າງລາວ ແລະ ຫວຽດນາມ, ກໍ່ຄືສາຍພົວພັນການຮ່ວມມືລະຫວ່າງແຂວງ ຫົວພັນ ກັບ ຫວຽດນາມ. ທ່ານ ວັນ​ໄຊ ແພງ​ຊຸມ​ມາ ກໍ່ສະແດງຄວາມຫວັງວ່າ ແຂວງ ຫົວພັນໄດ້ສືບຕໍ່ຮັບການສະຫນັບສະຫນູນຈາກປະເທດຫວຽດນາມ ເພື່ອສາມາດສົ່ງເສີມການພັດທະນາເສດຖະກິດ - ສັງຄົມ ແລະ ຢັ້ງຢືນວ່າ ແຂວງ ຫົວພັນ ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ທີ່ລົງທຶນ ແລະ ແລກປ່ຽນສິນຄ້າໃນ ແຂວງຫົວພັນ.

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

ທ່ານ ຫ໋ງວຽນ ຈິ້ ຢູ໊ງ ປະຕິບັດການກວດສອບໂຄງການລົງທຶນໃນລາວ. (ພາບ: baodautu)

ສ່ວນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ ເພີ່ມທະວີການຮ່ວມມືຢ່າງຮອບດ້ານກັບແຂວງຫົວພັນ, ບໍ່ພຽງແຕ່ໃນການພັດທະນາໂຄງການໜູນຊ່ວຍ, ແຕ່ກໍ່ແມ່ນການພັດທະນາເສດຖະກິດ - ສັງຄົມທົ່ວໄປ.

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ມອບ 10.000ໂດລາ ໃຫ້ກອງທຶນໜູນຊ່ວຍ ການພັດທະນາ ແຂວງຫົວພັນ. (ພາບ: baodautu)

ກ່ຽວກັບໂຄງການກໍ່ສ້າງໂຮງຫມໍມິດຕະພາບຫວຽດນາມ - ລາວ ທ່ານ ຫ໋ງວຽນ ຈິ້ ຢູ໊ງ ສະເໜີ ວ່າແຂວງຫົວພັນ ຕ້ອງສ້າງເງື່ອນໄຂທີ່ສະດວກ ໃນການລະບຽບການ ເພື່ອໂຄງການສາມາດໄດ້ນໍາເຂົ້າເຄື່ອງຈັກ ແລະ ອຸປະກອນ ໄດ້ທັນທີ, ຈົ່ງເຮັດໃຫ້ ກໍ່ສ້າງໂຄງການໂຮງຫມໍມິດຕະພາບຫວຽດນາມ - ລາວ ໄດ້ສົມບູນແບບ ຍ້ອນກິດຈະກຳນີ້ ເປັນສັນຍາລັກຂອງການຮ່ວມມືລະຫວ່າງຫວຽດນາມ - ລາວ ແລະ ເປັນໂຄງການມີຂະຫນາດໃຫຍ່ທີ່ສຸດ ແຕ່ກ່ອນມາເຖິງປະຈຸບັນ ທີ່ຫວຽດນາມສະຫນັບສະຫນູນລາວ.

(ຄຳຮຸ່ງ)

302 Found

Found

The document has moved here.