ຍສໝ - ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ.
ຍສໝ - ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ການຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2024 ແມ່ນເພື່ອແນໃສ່ຊຸກຍູ້ຂະແໜງການທ່ອງທ່ຽວຂອງລາວ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບຈາກຕ່າງປະເທດໃຫ້ແກ່ປະເທດ.
ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.
ຍສໝ - ສຳລັບບັນດາແຂວງຊາຍແດນເວົ້າລວມ, ແຂວງກອນຕູມ ເວົ້າສະເພາະ ແມ່ນຈັດຕັ້ງປະຕິບັດວຽກງານການທູດປະຊາຊົນໄດ້ເປັນຢ່າງດີ ບໍ່ພຽງແຕ່ສ້າງເປັນກຳລັງແຮງສັງລວມໃຫ້ແກ່ວຽກງານການຕ່າງປະເທດຂອງແຂວງເທົົ່ານັ້ນ, ຫາກຍັງໄດ້ປະກອບສ່ວນສຳຄັນໃນການປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງນໍ້າໃຈຂອງປະຊາຊົນໃນການປົກປັກຮັກສາເສັ້ນຊາຍແດນແຫ່ງຊາດຢ່າງໜັກແໜ້ນນຳອີກ.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມຂອງຄະນະປະຕິບັດງານກຳມາທິການບັນດາເຜົ່າ ສະພາແຫ່ງຊາດລາວ (20 – 25/9/2023), ຕອນບ່າຍວັນທີ 21 ກັນຍາ, ຢູ່ທີ່ຫໍສະພາແຫ່ງຊາດ ຫວຍດນາມ, ສະພາຊົນຊາດຫວຽດນາມ ໄດ້ສົມທົບກັບກຳມາທິການບັນດາເຜົ່າ ສະພາແຫ່ງຊາດລາວ ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນລະຫວ່າງ 2 ອົງການ ເພື່ອແນໃສ່ເປັນເສນາທິການກໍ່ສ້າງ, ຕິດຕາມກວດກາ, ປະຕິບັດບັນດານະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າ, ກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍ.
ຍສໝ - ການຫັນເປັນຫຼາຍຮູບຫຼາຍແບບບັນດາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີເສດຖະກິດກາງຄືນ ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຫຼວງພະບາງ ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຂຶ້ນ.
ຍສໝ -ໃນຕອນບ່າຍວັນທີ 21 ກັນຍາ, ຢູ່ທີ່ສຳນັກປະທານປະເທດ, ທີ່ການພົບປະກັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ, ກ່າວຄຳປາໄສໃນທ້າຍສະໄໝນີ້, ທ່ານປະທານປະເທດ ຫວຽດນາມ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ປະຕິບັດສຳເລັດໜ້າທີ່ໄດ້ຮັບການປະກອບສ່ວນສຳຄັນ ໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
ຍສໝ - ສືບຕໍ່ໂຄງການຝຶກອົບຮົມນັກຂ່າວຢູ່ຫວຽດນາມ, ຕອນເຊົ້າວັນທີ 22 ກັນຍາ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໄດ້ມີການເຮັດວຽກກັບກອງບັນຊາການທະຫານຊາຍແດນແຂວງກວາງນິງ; ຢ້ຽມຢາມ ແລະ ສຶກສາຢູ່ກອງຮ້ອຍ 2 (ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ກວາງນິງ).
ຍສໝ - ວັນທີ 22 ກັນຍານີ້, ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດລາວ ນຳໂດຍທ່ານພົນໂທ ບົວໄລ - ພົມມະວົງ, ຫົວໜ້າກົມກໍ່ສ້າງພື້ນຖານ, ກົມໃຫຍ່ການເມືອງ. ຄະນະຜູ້ແທນກອງທັບປະຊາຊົນລາວ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 15.
ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ຢູ່ນະຄອນຫາຍຟ່ອງ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໂດຍທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໃຫຍ່ ໄດ້ລົງຢ້ຽມຢາມ ແລະ ຄົ້ນຄວ້າພາກສະໜາມຢູ່ກອງພົນ 679, ກອງທັບເຮືອເຂດ 1. ຕ້ອນຮັບຄະນະມີພັນເອກ ຫງວຽນແທງຕຸ່ງ, ກຳມະການກົມການເມືອງ, ຜູ້ບັນຊາການບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ.
ຍສໝ - ວັນທີ 20 ກັນຍານີ້, ຢູ່ທີ່ແຂວງ ດຽນບຽນ ສສຫວຽດນາມ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ແຂວງດຽນບຽນ ສສ ຫວຽດນາມ ແລະ ກຳລັງປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ສປປ ລາວ ໄດ້ດຳເນີນການພົບປະເຈລະຈາ ປະຈໍາປີ ຄັ້ງທີ 11 ປີ 2023. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ຜັນຂະຫຍາຍບັນດາຂໍ້ກຳນົດກ່ຽວກັບຊາຍແດນ ຫວຽດນາມ - ລາວ ເຊິ່ງລັດຖະບານທັງສອງປະເທດໄດ້ລົງນາມ.
ຍສໝ - ຜູ້ແທນສະພາແຫ່ງຊາດລາວ ເຊື່ອໝັ້ນວ່າ: ບັນດາການພົບປະເຮັດການຂອງຄະນະຜູ້ແທນລາວຢູ່ຫວຽດນາມ ຈະປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຈະຂຽວສົດງົດງາມຕະຫຼອດໄປ.
ຍສໝ - ວັນທີ 19 ກັນຍານີ້ ຢູ່ທີ່ກວາງຈີ ໄດ້ຈັດກອງປະຊຸມສຳມະນາເຊື່ອມຕໍ່ການທ່ອງທ່ຽວກວາງຈີ (ຫວຽດນາມ) - ລາວ - ໄທ. ມີວິສາຫະກິດລາວ, ໄທ ເປັນຈໍານວນຫຼາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ດ້ວຍຄວາມສົນໃຈຢາກຈະຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວແບບນິເວດໃນບໍລິເວນແຂວງ, ໂດຍສະເພາະແມ່ນການທ່ອງທ່ຽວທະເລ.
ຍສໝ - ຕອນບ່າຍວັນທີ 20 ກັນຍາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຍດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານ.
ຍສໝ - ວັນທີ 20 ກັນຍາ (ຕາມເວລານິວຢອກ, ອາເມລິກາ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານລັດຖະມົນຕີການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດປະເທດລາວ ສະເຫຼີມໄຊ ກົມມະສິດ.
ຍສໝ - ວັນທີ 19 ກັນຍານີ້, ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມີຮັບຕ້ອນ ທ່ານ ປອ ສອນທະນູ ທຳມະວົງ, ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ເເລະ ສັງຄົມແຫ່ງຊາດລາວ ເເລະ ທ່ານ Sok Touch, ປະທານສະຖາບັນຣາຊາບັນດິດສະພາ ກຳປູເຈຍ ທີ່ມາຢ້ຽມຢາມເຮັດວຽກຢູ່ນະຄອນ.
ຍສໝ - ວັນທີ 20 ກັນຍານີ້, ຢູ່ນະຄອນໂຮ່ຈິມິນ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໄດ້ເປັນກຳກັບບັນຊາ ແລະ ສົມທົບກັບສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES) ແລະ ສະພາບັນດິດລາຊະອານາຈັກກຳປູເຈຍ (RAC) ຈັດຕັ້ງກອງປະຊຸມສາກົນກັບ. ຫົວຂໍ້: “ການຮ່ວມມືດ້ານການຄ້າການລົງທຶນລະຫວ່າງຫວຽດນາມ, ລາວ, ກຳປູເຈຍ ໃນສະພາບການເສດຖະກິດດິຈິຕອນ”.
ຍສໝ - ໃນຕອນບ່າຍວັນທີ 20 ກັນຍາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນເຮືອງ - ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ຍສໝ - 20 ວັນໃນການໄລົງຕົວຈິງ, ນັກສຶກສາລາວຂອງໂຮງຮຽນ ມິດຕະພາບ T78 ໄດ້ດຳລົງຊີວິດໃນບັນຍາກາດຄອບຄົວ, ພ້ອມກັນກິນອາຫານພື້ນເມືອງຫວຽດນາມ, ລົງຕົວຈິງວຽກງານກະສິກຳຄື: ຕັກນ້ຳເຂົ້າສວນເຂົ້ານາ, ຈົກດິນ, ປູກຜັກ... ພວກລູກຫຼານກໍ່ແນະນຳ ເເຕ່ລະຈັງຫວະພື້ນຖານໃນການຟ້ອນລຳວົງຂອງຊາວລາວໃຫ້ພໍ່ແມ່ຊາວຫວຽດນາມ.
ຍສໝ - ວັນທີ 19 ກັນຍາ, ທ່ານ ຟານວັນມ້າຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ ທ່ານ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ຫົວສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ບັນດິດ ໂຊກທັດ (Sok Touch), ຫົວໜ້າສະຖາບັນບັນດິດ ລາຊະອານາຈັກ ກຳປູເຈຍ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ.