ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ

14:54 | 04/10/2023

ຍສໝ - ຫວຽດ​ນາມ ແລະ ລາວ ມີ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ຍາວ​ກວ່າ 2.300 ກິ​ໂລ​ແມັດ, ຜ່ານ​ເສັ້ນ​ຊາຍ​ແດນ​ບໍ​ລິ​ຫານ​ຂອງ 10 ແຂວງ, ນະ​ຄອນ​ຂອງ​ແຕ່​ລະ​ຝ່າຍ. ນີ້​ແມ່ນ​ທ່າ​ໄດ້​ປຽບ ​ແລະ ກຳລັງໜູນໃຫຍ່ເພື່ອ​ໃຫ້​ສອງ​ປະ​ເທດ​ມານະ​ພະຍາຍາມຊຸກຍູ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ກັບ​ພູປະເທດທຸລະກັນດານ, ພ້ອມກັນຮ່ວມ​ມື ​ແລະ ​ສຳພັນ​ພັດທະນາ​ການທ່ອງທ່ຽວ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ, ພ້ອມ​ກັນ​ນັ້ນ​ກໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ທີ 3.

ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ
ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ແລະ ລາວ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພັດທະນາ​ການທ່ອງທ່ຽວ. ສອງ​ປະ​ເທດ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ຮ່ວມ​ມື​ພ້ອມ​ທັງ​ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ, ພິ​ເສດ​ແມ່ນ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19.

ພາຍຫຼັງ 2 ປີ​ແຫ່ງ​ການ​ປິດ​ລ້ອມ​ເປັນ​ເວລາ​ຍາວ​ນານ, ຫວຽດນາມ ​ແລະ ລາວ ​ໄດ້​ເປີດ​ກ້ວາງ​ການ​ທ່ອງ​ທ່ຽວ​ສາກົນ​ຢູ່​ບັນດາ​ດ່ານ​ຊາຍ​ແດນ​ທາງ​ອາກາດ ​ແລະ ທາງ​ບົກ (ຫວຽດນາມ ​ແຕ່​ວັນ​ທີ 15/3/2022, ລາວ ​ແຕ່​ວັນ​ທີ 9/5/2022). ຕົວເລກນັກທ່ອງທ່ຽວລາວໄປຫວຽດນາມ ເພີ່ມຂຶ້ນສູງໃນ 6 ເດືອນຕົ້ນປີ 2023 ດ້ວຍອັດຕາການເຕີບໂຕເຖິງ 117%, ອັນດັບທີ 3 ຂອງຈຳນວນນັກທ່ອງທ່ຽວທົ່ວໂລກທີ່ເຂົ້າມາຫວຽດນາມ ແລະ ຖັດຈາກກຳປູເຈຍ (338%) ແລະ ອິນເດຍ (236%).

ບັນດາ​ຈຸດ​ທົ່ວໄປທີ່ສຸດຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຢູ່​​ທ່ຽວ​ຫວຽດນາມ ​ມາ​ຮອດ​ເດືອນ​ມິຖຸນາ​ແມ່ນ​ນະຄອນ​​ທະ​ເລ​ພາກ​ກາງດ່າ​ນັງ, ​ເມືອງ​ເກົ່າ​ໂຮ້ຍອານ, ດາ​ລາດ, ຮ່າ​ຢາງ, ຫວູງເຕົ່າ, ​ແລະ “​ເກາະເພັດພອຍ​ສະຫວັນ” ພູ​ກວກ.

ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ
ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍດຶງດູດນັກທ່ອງທ່ຽວລາວ.

ການ​ເພີ່ມ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ຂອງ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ພວມ​ຟື້ນ​ຟູ​ພາຍຫຼັງ​ໂລກ​ລະ​ບາດ. ນອກ​ຈາກ​ການທ່ອງທ່ຽວ​ແລ້ວ, ຊາວ​ລາວ​ແລະ​ກຳປູ​ເຈຍ​ຈຳນວນ​ຫຼາຍ​ຍັງ​ມາ​ຫວຽດນາມ​ເພື່ອ​ປິ່ນປົວ​ພະຍາດ.

ໃນທາງກົງກັນຂ້າມ, ໃນ 4 ເດືອນຕົ້ນປີ 2023, ສປປ ລາວ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 1 ລ້ານເທື່ອຄົນ, ເພີ່ມຂຶ້ນຢ່າງໜ້າປະທັບໃຈ ເມື່ອທຽບໃສ່ປີ 2022 ມີນັກທ່ອງທ່ຽວບັນລຸ 1,3 ລ້ານຄົນ.

​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈາກ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ດ້ວຍ​ຈຳນວນ 224.461 ຄົນ, ​ເປັນ​ອັນ​ດັບ​ທີ 2 ຮອງ​ຈາກ​ນັກ​ທ່ອງ​ທ່ຽວ​ຈາກ​ໄທ.

​ແຂວງ​ຫຼວງ​ພະ​ບາງ ​ເປັນ​ເມືອງ​ມໍລະດົກ​ໂລກ ​ແລະ ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມ​ຂອງ​ລາວ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ເກືອບ 4 ​ແສນ​ເທື່ອ​ຄົນ​ໃນ 5 ​ເດືອນ​ຕົ້ນ​ປີ 2023.

​ເຖິງ​ວ່າ​ຍັງ​ມີ​ຂໍ້​ຈຳກັດ​ເຊັ່ນ: ພື້ນຖານ​ໂຄງ​ລ່າງ​ທາງ​ຄົມມະນາຄົມ ​ເມື່ອ​ເດີນທາງ​ໃຊ້​ເວລາ​ດົນ, ​ແຕ່​ພື້ນຖານ​ໂຄງ​ລ່າງ​ທາງ​ອາກາດ​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ນ້ອຍ​ເທົ່າ​ນັ້ນ; ແຫຼ່ງກຳລັງຄົນການທ່ອງທ່ຽວຍັງຂາດແຄນ ແລະ ອ່ອນດ້ອຍ; ກຳນົດ ແລະ ລະບຽບການຂຶ້ນທະບຽນການເດີນທາງເຂົ້າອອກເຂດຊາຍແດນ ແລະ ຜ່ານດ່ານທ່ອງທ່ຽວເພື່ອເດີນທາງດ້ວຍລົດດ້ວຍຕົນເອງ; ພື້ນຖານໂຄງລ່າງເຊື່ອມຕໍ່ດ່ານຊາຍແດນ ແລະ ພື້ນຖານໂຄງລ່າງຢູ່ດ່ານຊາຍແດນ; ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ໃນ​ການ​ຄຸ້ມ​ຄອງ​ນັກ​ທ່ອງ​ທ່ຽວ​ຜ່ານ​ດ່ານ​ຊາຍ​ແດນ​ທາງ​ບົກ​ຍັງ​ຖືກ​ຈຳ​ກັດ ແລະ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ເໝາະ​ສົມ...

​ເພື່ອ​ຊຸກຍູ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ລາວ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສັງຄົມ, ສ້າງ​ແຫຼ່ງເກັບເງິນຕາຕ່າງປະເທດໃຫ້​ແກ່​ປະ​ເທດ, ລາວ​ໄດ້​ເລືອກ​ເອົາ​ປີ 2024 ​ເປັນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ. ປະຈຸ​ບັນ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ມາດຕະຖານ​ແຫ່ງ​ຊາດ​ໄດ້​ຮັບ​ການດັດແປງ, ຍົກ​ລະດັບ, ຕິດຕັ້ງປ້າຍຊີ້ບອກ​ຕາມ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງບັນດາເຂດ ​ແລະ ບັນດາປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ. ນອກ​ນີ້, ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ອອກ​ໃບ​ຢັ້ງຢືນ​ດ້ານ​ເຕັກນິກ ​ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພະຈົນ​ໄພ​ເຊັ່ນ: ການ​ປີນ​ພູ, ໜ່ວຍບາລູນ, ຍົນ​ນ້ອຍ ​ແລະ ພາຍເຮືອ...

ນັບ​ແຕ່​ຕົ້ນ​ປີ​ມາ, ຫວຽດນາມ ກໍ່​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການທ່ອງທ່ຽວ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ທົ່ວ​ປະ​ເທດ ກໍ່​ຄື​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ຫວັງ​ວ່າ​ນີ້​ຈະ​ແມ່ນ​ໄມ້ງັດ ​ແລະ ​ເປັນ​ເຄື່ອນ​ໄຫວ​ຊຸກຍູ້ສຳຄັນ​ເພື່ອໃຫ້ການທ່ອງທ່ຽວ​ຫວຽດນາມ ​ແລະ ລາວ ​ ຈະສ້າງບາດກ້າວບຸກທະລຸໃນ​ຊຸມ​ປີ​ຕໍ່ໜ້າ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.