ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

11:29 | 04/10/2023

ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ
ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ

ຕອນບ່າຍວັນທີ 2 ຕຸລາ 2023, ທີ່ສໍານັກງານກະຊວງແຜນການ ແລະການລົງທຶນຫວຽດນາມ, ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.

ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ລັດຖະມົນຕີ ​ເຈິ່ນ​ກວກເຟືອງ ​ໄດ້​ສະແດງຄວາມຊົມ​ເຊີຍທ່ານ​ເອກ​ອັກຄະ​ລັດຖະທູດ ແສງເພັດ ຮຸ່ງບຸນຍວງ ​ທີ່ໄດ້ປະສົບຜົນສໍາເລັດໃນການ​ປະຕິບັດໜ້າທີ່ວຽກງານທາງການທູດຢູ່​ຫວຽດນາມ, ຕີ​ລາຄາ​ສູງ​ຕໍ່​ການ​ປະກອບສ່ວນ​ທີ່ສຳຄັນ, ມີ​ປະສິດທິ​ຜົນ​ຂອງ​ສະຫາຍ​ເອກ​ອັກຄະ​ລັດຖະທູດ ​ໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ພິເສດ, ປີ 2022 ແມ່ນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ, ສະຫາຍເອກ​ອັກຄະ​ລັດຖະທູດ ​ແລະສະຖານທູດ​ລາວ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ຂອງ​ຫວຽດນາມ ​ຢ່າງ​ແໜ້ນ​ແຟ້ນ​ເພື່ອຈັດ​ຕັ້ງ​​ການ​ເຄື່ອນ​ໄຫວ​ສະເຫຼີມສະຫຼອງ, ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະສັງຄົມຢ່າງສຳ​ເລັດຜົນ​.

ທ່ານຮອງ​ລັດຖະມົນຕີ ເຈິ່ນກວກເຟືອງ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ແບ່ງປັນ​ປະສົບ​ການ, ໜູນ​ຊ່ວຍ​ລາວ​ ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ; ພ້ອມ​ທັງຫວັງ​ວ່າ ໃນ​ຖານະຕໍາແໜ່ງໃໝ່ ສະຫາຍ​ເອກ​ອັກຄະ​ລັດຖະທູດ ກໍ່​ຈະ​ສືບ​ຕໍ່​ປະກອບສ່ວນເຂົ້າໃນການພັດທະນານ້ຳໃຈມິດຕະພາບທີ່ດີງາມ ​ແລະການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ .

ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

ທ່ານ​ຮອງ​ລັດຖະມົນຕີ ເຈິ່ນ​ກວກເຟືອງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ແສງເພັດ ຮຸ່ງບຸນຍວງ ທີ່​ການ​ຕ້ອນຮັບ. ພາບ: mpi.gov.vn

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່ນ້ຳໃຈທີ່ຈິງ​ໃຈ​ຂອງ​ພັກ, ລັດຖະບານ, ລັດ ​ແລະປະຊາຊົນ ຫວຽດນາມ, ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ແໜ້ນແຟ້ນ​ຂອງ​ກະຊວງ​ແຜນການ ​ແລະການ​ລົງທຶນ, ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ​ທີ່ມີຕໍ່ກັບ​ພັກ, ລັດ ​ແລະປະຊາຊົນ​ລາວ ເວົ້າລວມ ແລະກັບສະຫາຍເອກ​ອັກຄະ​ລັດຖະທູດ ​ເວົ້າສະເພາະ, ເຊິ່ງໄດ້​ຊ່ວຍ​ໃຫ້​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ປະສົບຜົນສໍາເລັດໃນການປະຕິບັດ​ໜ້າ​ທີ່​ໃນ​ອາຍຸການ​ຜ່ານ​ມາ​.

ທ່ານເອກ​ອັກຄະ​ລັດຖະທູດ ​ແສງເພັດ ຮຸ່ງບຸນຍວງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ຄະນະ​ກຳມະການ​ຮ່ວມ​ມືສອງປະ​ເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ​ໃນ​ສະພາບ​ການ​ໂລກ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​, ການ​ພົວພັນ​​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຍັງໄດ້ຮັບການປັບປຸງດ້ວຍບັນດາການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ, ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ນັບມື້ນັບສູງ, ການພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງສອງປະ​ເທດ​ໄດ້​ຮັບ​ການເພີ່ມທະວີ; ຫຼາຍໂຄງການໄດ້ຈັດຕັ້ງ, ຜັນຂະຫຍາຍ ນໍາເອົາປະສິດທິຜົນ ແລະຜົນປະໂຫຍດອັນແທດຈິງມາໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ. ພ້ອມ​ດຽວກັນນັ້ນ ສະຫາຍ ຍັງເນັ້ນໜັກ​ວ່າ ບໍ່​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ​ໃດ​ກໍ​ຕາມ, ກໍ່ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປະກອບສ່ວນ, ເພີ່ມພູນຄູນສ້າງໃຫ້​ແກ່ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ເຫດການ
302 Found

Found

The document has moved here.