ທ່ອງທ່ຽວລາວ ຂະຫຍາຍການທຸລະກິດບໍລິການກົງເບັງ ແລະ ຂີ່ເຮືອສຳລັບນັກທ່ອງທ່ຽວກຳລັງພື້ນຕົວ

10:00 | 04/10/2023

ຍສໝ - ເມືອງວັງວຽງ ແມ່ນຈຸດໝາຍປາຍທາງໜຶ່ງສໍາຄັນທີ່ສຸດສໍາລັບ ນັກທ່ອງທ່ຽວສ່ວນໃຫຍ່ມາຢ້ຽມ ຢາມ ສປປ ລາວ ບໍ່ສາມາດ ປັດຕິເສດໄດ້ ແລະ ຕ້ອງໄດ້ມາແວ່ສໍາ ຜັດ, ໂດຍທຸກໆປີສະເລ່ຍມີນັກທ່ອງ ທ່ຽວເຂົ້າມາເມືອງວັງວຽງບໍ່ຕໍ່າ ກວ່າ 3 ແສນຄົນ ເຊິ່ງບໍ່ພຽງໄດ້ປະ ກອບສ່ວນພັດທະນາເສດຖະກິດ- ສັງຄົມ ເທົ່ານັ້ນຫາກຍັງສ້າງວຽກ ເຮັດງານທໍາໃຫ້ຄົນພາຍໃນທ້ອງ ຖິ່ນຢ່າງຫລວງຫລາຍ.

ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024
ຮ່າໂນ້ຍ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດານະຄອນທີ່ມີການທ່ອງທ່ຽວດີທີ່ສຸດໃນໂລກ ຮ່າໂນ້ຍ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດານະຄອນທີ່ມີການທ່ອງທ່ຽວດີທີ່ສຸດໃນໂລກ

ດັ່ງທີ່ຮູ້ນໍາກັນ, ສປປ ລາວ ພວມນັບຖອຍຫລັງເປີດປີທ່ອງທ່ຽວ ແລະ ຕ້ອນຮັບ ສປປ ລາວ ເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ປີ 2024 ຈະເຮັດໃຫ້ທຸກພາກສ່ວນ ໃນສັງຄົມໄດ້ເອົາໃຈໃສ່ຫ້າງຫາກະກຽມປັບປຸງສະຖານທີ່ທ່ອງທ່ຽວ, ຍົກລະດັບການ ບໍລິການທ່ອງທ່ຽວ, ຊອກຫາຊ່ອງທາງເຮັດທຸລະກິດເສີມແບບໃໝ່, ກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງເຂົ້າເຖິງ ແຫລ່ງທ່ອງທ່ຽວຢ່າງກວ້າງຂວາງ. ປັດຈຸບັນ, ກຸ່ມກົງເບັງ ແລະ ເຮືອຈັກນໍາທ່ຽວຢູ່ເມືອງວັງວຽງຖືວ່າ ເປັນອາຊີບທຸລະກິດໜຶ່ງທີ່ໜ້າສົນ ໃຈ ແລະ ສ້າງລາຍຮັບໃຫ້ຄົນທ້ອງ ຖິ່ນເປັນຢ່າງດີ ເຖິງແມ່ນວ່າທຸລະກິດດັ່ງກ່າວໃນເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ຫລາຍເທົ່າທີ່ຄວນ ແຕ່ຫລາຍຄົນເຊື່ອວ່າທຸລະກິດ ແບບນີ້ອາດມາແຮງ ແລະ ສາມາດເປັນຊ່ອງທາງໜຶ່ງຊ່ວຍສ້າງອາຊີບເສີມໃຫ້ຄົນທ້ອງຖິ່ນ.

ທ່ອງທ່ຽວລາວ ຂະຫຍາຍການທຸລະກິດບໍລິການກົງເບັງ ແລະ ຂີ່ເຮືອສຳລັບນັກທ່ອງທ່ຽວກຳລັງພື້ນຕົວ

ທ່ານ ເຂັມຄໍາ ຈັນທະລາສີ, ຄະ ນະຮັບຜິດຊອບກຸ່ມກົງເບັງ ເມືອງ ວັງວຽງ ໄດ້ລາຍງານຫວ່າງບໍ່ດົນ ມານີ້ວ່າ: ກ່ອນການລະບາດ ຂອງ ພະຍາດໂຄວິດ-19 ການໃຫ້ບໍລິ ການກົງເບັງແກ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດມີບັນຍາ ກາດຄຶກຄື້ນຫລາຍ ຊື່ງສາມາດສ້າງ ລາຍຮັບໃຫ້ປະຊາຊົນໄດ້ເປັນຢ່າງ ດີ, ແຕ່ເມື່ອລະບາດຂອງພະຍາດ ໂຄວິດ-19 ນັບແຕ່ຕົ້ນປີ 2020- 2021 ເຮັດໃຫ້ນັກທ່ອງທ່ຽວບໍ່ເຂົ້າ ມາຫລິ້ນ ແລະ ສ້າງຜົນກະທົບຕໍ່ການ ທ່ອງທ່ຽວໃນພາບລວມໂດຍສະ ເພາະກຸ່ມບໍລິການກົງເບັງ. ແຕ່ແນວ ໃດກໍດີ ເຊື່ອວ່າທຸລະກິດກົງເບັງ ຈະກັບມາມີບັນຍາກາດຄຶກຄັກອີກ ຄັ້ງ. ສໍາລັບກຸ່ມກົງເບັງ ເມືອງວັງ ວຽງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2000. ປັດຈຸບັນມີສະມາຊິກທັງ ໝົດ 1.769 ຄອບຄົວ.

ສໍາລັບທຸລະກິດແລ່ນເຮືອນັ້ນ, ທ່ານ ກຽນທອງ ສຸລັດຕະນະພົງ, ສະມາຊິກກຸ່ມເຮືອຈັກຫາງຍາວນໍາທ່ຽວ ເມືອງວັງວຽງແຂວງວຽງຈັນ ໄດ້ໃຫ້ທັດສະນະວ່າ: ກຸ່ມເຮືອ ຈັກຫາງຍາວມີເຮືອທັງໝົດ 150 ລ້າ ເພື່ອຮອງຮັບນັກທ່ອງທ່ຽວໃນ ນັ້ນໄດ້ແບ່ງ ອອກເປັນ 6 ກຸ່ມ ເພື່ອໃຫ້ບໍລິການແກ່ນັກທ່ຽວໃນແຕ່ລະວັນ ໂດຍສ່ວນໃຫຍ່ນັກທ່ອງທ່ຽວຕ່າງປະເທດທີ່ມັກໃຊ້ບໍລິການກົງເບັງ ແລະ ຂີ່ເຮືອແມ່ນນັກທ່ອງທ່ຽວ ສ ເກົາຫລີ, ໄທ ແລະ ຈີນ ຍ້ອນເຂົາເຈົ້າໄດ້ຢູ່ໄກ້ ແລະ ສໍາຜັດກັບທໍາມະຊາດຕົວຈິງໂດຍສະເພາະລ່ອງເຮືອ ແລະ ຂີ່ກົງເບັງໄປຕາມສາຍນໍ້າຊອງ ອ້ອມລ້ອຍດ້ວຍປ່າດົງ, ພູຫີນປູນ, ສາຍນໍ້າໃສໄຫລເຢັນ ແລະ ຊົມໝູ່ ບ້ານຕາມແຄມນໍ້າຊອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.