ນາງ ຫງວຽນທິທູຮວ່ຽນ, ອາຈານພາສາຫວຽດນາມ ທີ່ລາວ

13:48 | 07/10/2023

ຍສໝ - ​ໂດຍໃຊ້​ເງິນ​ຂອງ​ຕົນ​ ເພື່ອ​ເປີດ​ຫ້ອງ​ສອນ​ພາສາ​ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ ​ໃຫ້​ຊາວ​ເຊື້ອສາຍຫວຽດນາມ ​ໃນ​ລາວ ​ແລະ ປະຊາຊົນທ້ອງຖິ່ນ, ​ຕັ້ງໜ້າເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວຽກງານລວມ... ນີ້​ແມ່ນ​ບັນດາ​ສິ່ງ​ທີ່​​ ນາງ ຫງວຽນ​ທິທູ​ຮວ່ຽນ, (ຊື່​ພາສາ​ລາວ ​ແມ່ນ ວຽງ​ແກ້ວ ດວງ​ຈະເລີນ) ປະຈຸບັນແມ່ນ​ເຮັດ​ວຽກ​ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ ໄດ້ເອົາໃຈໃສ່ປະຕິບັດວຽກງານທຸກໆວັນ. ສຳລັບນາງ ທູຮວ່ຽນ ແລ້ວ ນີ້ແມ່ນບັນດາການວຽກງານທີ່ຕັ້ງໜ້າປະກອບສ່ວນຮັກສາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ.

ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023 ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023
ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ

ນາງ ຫງວຽນທິທູຮວ່ຽນ, ອາຈານພາສາຫວຽດນາມ ທີ່ລາວ

​ໂດຍໃຊ້​ເງິນ​ຂອງ​ຕົນ​ ເພື່ອ​ເປີດ​ຫ້ອງ​ສອນ​ພາສາ​ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ ​ໃຫ້​ຊາວ​ເຊື້ອສາຍຫວຽດນາມ ​ໃນ​ລາວ ​ແລະ ປະຊາຊົນທ້ອງຖິ່ນ, ​ຕັ້ງໜ້າເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວຽກງານລວມ... ນີ້​ແມ່ນ​ບັນດາ​ສິ່ງ​ທີ່​ ນາງ ຫງວຽນ​ທິທູ​ຮວ່ຽນ, (ຊື່​ພາສາ​ລາວ ​ແມ່ນ ວຽງ​ແກ້ວ ດວງ​ຈະເລີນ) ປະຈຸບັນແມ່ນ​ເຮັດ​ວຽກ​ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ ໄດ້ເອົາໃຈໃສ່ປະຕິບັດວຽກງານທຸກໆວັນ. ສຳລັບນາງ ທູຮວ່ຽນ ແລ້ວ ນີ້ແມ່ນບັນດາການວຽກງານທີ່ຕັ້ງໜ້າປະກອບສ່ວນຮັກສາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ.

ເປີດຫ້ອງສອນພາສາຫວຽດນາມໂດຍບໍ່ເສຍຄ່າ ຢູ່ວັດ ເຟີດຕິກ

ໃນ​ຖານະ​ເປັນ​ຄົນ​ລາວ ​ເຊື້ອສາຍ​ຫວຽດນາມ, ດ້ວຍ​ສາຍ​ເລືອດ​ຂອງ​ລູກ​ຫຼານ​ຫວຽດນາມ ລາກ​ຮົງ, ນາງ ຫງວຽນ​ທິທູ​ຮວ່ຽນ ມີ​ຄວາມ​ຮັກ​ແພງ​ຕໍ່ທຸກສິ່ງທຸກ​ຢ່າງ​ ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ. ລາວ​ຮັກ​ບ້ານ​ເກີດ​ເມືອງ​ນອນຂອງຕົນນັບແຕ່​ຕົ້ນເຂົ້າ, ບັນດາເພງ​ພື້ນ​ເມືອງ ຮອດບົດກ່ອມນອນຂອງ​ແມ່ ...

​ນາງ ທູຮວ່ຽນ ຍາມ​ໃດ​ກໍ່​ບອກ​ຕົນ​ເອງ​ວ່າ ພາສາຫວຽດນາມ ຕ້ອງ​ເປັນ​ພາສາ​ແມ່​ຂອງ​ຕົນ ​ກໍ່ຄືບັນດາ​ລູກ​ຫຼານຂອງລາວ ​ແລະ ລຸ້ນຫຼັງຕໍ່ໆມາໃນ​ຄອບຄົວຂອງເພິ່ນ ​ຢູ່ລາວ.

​ນາງ ທູຮວ່ຽນ ໃຫ້ຮູ້ວ່າ: “ໂດຍ​​ເປັນ​ແມ່ຄົນໜຶ່ງທີ່ມີເຊື້ອສາຍຫວຽດ, ມີລູກ​​ທີ່​ເກີດ, ​ເຕີບ​ໃຫຍ່ ​ແລະ ​ຮ່ຳຮຽນ​ຢູ່​ລາວ, ຂ້າພະ​ເຈົ້າ​ຢ້ານ​ວ່າ​ລູກຂອງຕົນເອງ ​ຈະ​ບໍ່​ຮູ້​ພາສາ​ຫວຽດນາມ ​ແລະ ຂ້າພະ​ເຈົ້າ​ໄດ້​ຮູ້ວ່າ ເລື່ອງ​ນີ້ຢູ່ບາງ​ຄອບຄົວຊາວຫວຽດນາມ ຢູ່ທີ່ນີ້.

​ດ້ວຍຄວາມຫວັງຢາກໃຫ້ລູກຊາວຫວຽດນາມ ທີ່ຢູ່ລາວ ບໍ່ພຽງແຕ່ເວົ້າພາສາຫວຽດນາມໄດ້ດີເທົ່ານັ້ນ ແຕ່ກໍ່ຕ້ອງອ່ານ ແລະ ຂຽນພາສາຫວຽດນາມໃຫ້ໄດ້ດີນຳອີກ, ນາງ ທູຮວ່ຽນ ໄດ້ຂໍອະນຸຍາດຈາກວັດເຟີດຕິກ ແລະ ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ເປີດຫ້ອງສອນພາສາຫວຽດນາມ ໂດຍບໍ່ເສຍຄ່າໃຊ້ຈ່າຍ ທີ່ວັດ. ບໍ່​ພຽງ​ແຕ່​ສອນ​ໃຫ້​ເດັກ​ນ້ອຍ​ຊາວ​ຫວຽດ​ນາມ ​ໂດຍ​ບໍ່​ເສຍ​ຄ່າ​ເທົ່າ​ນັ້ນ, ຫາກ​ຍັງ​ສອນ​ຄົນ​ລາວ ​ທີ່​ມັກ ແລະ ຢາກ​ຮຽນ​ພາ​ສາ​ຫວຽດ 3 ຕອນ​ຕໍ່​ອາ​ທິດ.

Lớp dạy tiếng Việt miễn phí tại chùa Phật Tích thủ đô Viêng Chăn do chị Thu Huyền mở. ຫ້ອງສອນພາສາຫວຽດນາມ ໂດຍບໍ່ເສຍຄ່າທີ່ວັດເຟີດຕິກ, ນະຄອນຫຼວງວຽງຈັນ, ເປີດສອນໂດຍ ນາງ ທູຮວຽນ.
ຫ້ອງສອນພາສາຫວຽດນາມ ໂດຍບໍ່ເສຍຄ່າທີ່ວັດເຟີດຕິກ, ນະຄອນຫຼວງວຽງຈັນ, ເປີດສອນໂດຍ ນາງ ທູຮວ່ຽນ.

ນາງ ທູຮວ່ຽນ ຊື້​ໂຕະ, ຕັ່ງ, ປຶ້ມ, ບິກ ​ແລະ ອຸປະກອນ​ຕ່າງໆ ​ເພື່ອ​ຮັບໃຊ້ໃຫ້ແກ່ວຽກງານການສິດ​ສອນ. ​ໃນ​​ມື້​ທຳ​ອິດ​ຂອງ​ການ​ຂຶ້ນຫ້ອງ​ສອນ, ນາງ ທູ​ຮວ່ຽນ ບໍ່ມີຄວາມໝັ້ນໃຈໃນ​ການສິດ​ສອນ ແລະ ຂາດທັກສະການສອນ. ​ແຕ່ເດ້ວຍ​ຄວາມ​ຕັດສິນໃຈ​ໃນ​ການ​ຖ່າຍທອດ​ພາສາ​ຫວຽດນາມ ໄປ​ສູ່​​ຊາວ​ຫວຽດນາມ ກໍ່ຄືຄົນ​ລາວ, ນາງ ທູຮວ່ຽນ ​ບໍ່ໄດ້ຢຸດຢັ້ງໃນການ​ສືບ​ຕໍ່ຊອກຮູ້​ຄົ້ນຄວ້າຮໍ່າຮຽນ​ຜ່ານ​ປຶ້ມ​ຕໍາລາ​ຮຽນ​ພາສາ​ຫວຽດນາມ.

“​ລູກ​ຫຼານ​ເປັນຄົນ​ຫວຽດ​ນາມ ທີ່​ຢູ່​ຕ່າງ​ແດນ, ຂ້າ​ພະ​ເຈົ້າ​ມັກ​ສອນ​ກ່ຽວ​ກັບປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ ​ໃນ​ການ​ຕໍ່​ສູ້​ ສ້າງ​ສາ​ປະ​ເທດ​ຊາດ ​ຜ່ານ​ບັນ​ດາ​ບົດ​ເພງປະ​ຫວັດ​ສາດ” - ນາງ ທູຮວ່ຽນ ໃຫ້ຮູ້ກ່ຽວກັບ​ເນື້ອ​ໃນ​ທີ່​ເລືອກ​ເຟັ້ນ​ມາສິດສອນ​ພາສາ​ຫວຽດ​ນາມ; ສະນັ້ນ ແຕ່ລະບົດສອນຂອງລາວ ແມ່ນສິ່ງທີ່ໃໝ່ ແລະ ເປັນທີ່ຫນ້າສົນໃຈສໍາລັບເດັກນ້ອຍ.

ສຳລັບ​ນາງ ທູຮວ່ຽນ, ເພງ​ຊາດ​ຫວຽດນາມ - ​ເພງທະຫານ ​ແມ່ນ​ແຫຼ່ງຄວາມ​ພາກພູມ​ໃຈ ​ແລະ ຍາມໃດກໍ່​ເປັນ​ສາຍເຊື່ອມ​ຕໍ່​ລະຫວ່າງ​ຄົນຫວຽດນາມ ຢູ່​ຕ່າງແດນ.

ນອກຈາກ​ການ​ເປີດ​ຫ້ອງ​ຮຽນ​ພາສາ​ຫວຽດນາມ​ໂດຍ​ບໍ່​ເສຍ​ຄ່າ​ແລ້ວ, ​ໃນ​ຖານະ​ເປັນພະນັກງານຄົນໜຶ່ງ, ນາງ ທູຮວ່ຽນ ຍັງ​ໄດ້​​ເຄື່ອນ​ໄຫວ​ຫຼາຍ​ກິດຈະກຳ​ຂອງສັງຄົມ​ທີ່​ໃຊ້​ພາສາ​ຫວຽດນາມ 100% ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ກິດຈະກໍາ​ສຳລັບ​ເດັກນ້ອຍ ​ແລະ ໄວ​ໜຸ່ມ. ນາງ ທູຮວ່ຽນ ໄດ້ຈັດການຖາມຕອບກ່ຽວກັ ຄໍາທວາຍ ຄໍາສຸພາສິດ​ຂອງ​ຫວຽດນາມ.

ເພື່ອ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ສອນ​ພາສາ​ຫວຽດນາມ, ​ນາງ ທູຮວ່ຽນ ກໍ່​ໄດ້​ເປີດຫ້ອງ​ຕູ້ປຶ້ມ​ໂດຍ​ບໍ່​ເສຍ​ຄ່າ​ຢູ່​ວັດເຟີດຕິກ ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ຊື້​ຊັ້ນວາງ ​ແລະ ຕູ້​ປຶ້ມ​ດ້ວຍ​ຕົນ​ເອງ, ພ້ອມ​ທັງ​ຊອກ​ຫາ​ຊັ້ນວາງ​ປຶ້ມ ​ແລະ ຮຽກຮ້ອງ​ການ​ປະກອບສ່ວນ​ຂອງ​ປຶ້ມ​ຫຼາຍ​ຢ່າງກ່ຽວກັບວັດທະນະທຳ, ປະຫວັດສາດ ​ແລະ ວິທະຍາສາດ ຫວຽດນາມ.

​ດ້ວຍ​ການ​ປະກອບສ່ວນ​ຂອງ​ຕົນ, ນາງ ທູຮວ່ຽນ ​ໄດ້​ກາຍ​ເປັນ​ຜູ້​ແຂ່ງຂັນ​ດີ​ເດັ່ນ ​ແລະ ​ໄດ້​ຮັບ​ນາມມະຍົດທູດພາສາຫວຽດນາມ ​ໃນ​ລາຍການ “ຄົ້ນ​ຫາທູດພາສາຫວຽດນາມ ຢູ່​ວົງຄະນາຍາດ ຊາວຫວຽດນາມຢູ່ຕ່າງປະເທດ ປີ 2023”.

Thứ trưởng Bộ Ngoại giao, Chủ nhiệm Ủy ban Nhà nước về NVNONN Lê Thị Thu Hằng trao Giấy khen cho Sứ giả tiếng Việt Nguyễn Thị Thu Huyền (Lào). ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ NVNONN ເລທິທູ່ຮັງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ອາຈານ ພາສາຫວຽດນາມ ຫງວຽນທິທູຮວຽນ (ລາວ).
ທ່ານ ນາງ ເລທິທູ່ຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທູດພາສາຫວຽດນາມ ຫງວຽນທິທູຮວ່ຽນ (ລາວ).

ມີ​ຄວາມເອົາໃຈໃສ່ຕໍ່​ເຫດການ​ຊຸມ​ຊົນ​ຊາວ​ຫວຽດນາມ ຢູ່​ລາວ

ນອກຈາກ​ ການ​ເຄື່ອນ​ໄຫວ​ສິດສອນ​ພາສາ​ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ​ຢູ່​ວັດ​ເຟີດຕິກ ນະຄອນຫຼວງ​ວຽງ​ຈັນແລ້ວ, ນາງ ທູຮວ່ຽນ ຍັງ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ​ທີ່ສະ​ແດງ​ໃຫ້​ເຫັນ​ເອກະລັກ​ວັດທະນະທຳ​ ຂອງ​ບ້ານ​ເກີດ​ເມືອງ​ນອນຫວຽດນາມ ຢູ່ລາວ. ພິ​ເສດ​ແມ່ນ​ລາຍການ​ຫໍ່​ເຂົ້າ​ຕົ້ມ​ພື້ນ​ເມືອງ, ງານ​ປະ​ກວດ​ສິລະ​ປະ​ ການ​ເຮັດ​ອາຫານ​ຫວຽດນາມ, ງານ​ຕະຫຼາດນັດ​ສິນ​ຄ້າ​ພື້ນ​ເມືອງ​ຫວຽດນາມ...

ບໍ່​ແມ່ນພິທີກອນມືອາຊີບ, ​ແຕ່​ດ້ວຍ​ຄວາມ​ເຊື່ອໝັ້ນ​ຂອງ​ຕົນ​ເອງ, ນາງ ທູຮວ່ຽນ ​ໄດ້​ກາຍ​ເປັນ​ພິທີກອນໃນຫຼາຍກິດຈະກໍາຊຸມ​ຊົນ​ຂອງ​ຊາວຫວຽດນາມ ຢູ່​ລາວ.

​ນາງ ທູຮວ່ຽນ ກໍ່​ໄດ້​ສ້າງ​ຫຼາຍ​ລາຍການ​ຂອງ​ຊຸມ​ຊົນ​ທີ່​ມີ​ຄວາມ​ໝາຍ​ຄື: ການຈັດ​ຕັ້ງ​ວັນ​ເດັກນ້ອຍ ​ແລະ ວັນ​ບຸນໄຫວ້ພະຈັນ​ໃນແຕ່ລະປີໃຫ້ເດັກນ້ອຍຫວຽດນາມ ຢູ່ລາວ; ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ກິ​ລາ​ໃນ​ວັນ​ຄອບ​ຄົວ​ຫວຽດ​ນາມ ວັນ​ທີ 28 ມິ​ຖຸ​ນາ; ຈັດຕັ້ງບຸນຊຸມຊົນ; ຈັດ​ຕັ້ງ​ລາຍການ​ວັດທະນະທຳ-ສິລະ​ປະ​ ໃນ​ໂອກາດວັນບຸນຂອງວັດເຟີດຕິກ, ນະຄອນຫຼວງ​ວຽງ​ຈັນ; ຈັດຕັ້ງ ແລະ ເຂົ້າຮ່ວມກິດຈະກຳການບໍລິຈາກຕ່າງໆຢູ່ວັດ.

Chị Thu Huyền còn tổ chức nhiều hoạt động cộng đồng thể hiện nét văn hoá bản sắc dân tộc quê hương Việt Nam tại Lào. ທ່ານນາງ ທູ່ຮວຽນ ກໍ່ຈັດຕັ້ງການເຄື່ອນໄຫວຊຸມຊົນຫຼາຍຢ່າງ ສະແດງໃຫ້ເຫັນວັດທະນະທຳ ຂອງບ້ານເກີດເມືອງນອນຂອງຫວຽດນາມ ຢູ່ ລາວ.
ນາງ ທູຮວ່ຽນ ກໍ່ຈັດຕັ້ງການເຄື່ອນໄຫວຊຸມຊົນຫຼາຍຢ່າງ ສະແດງໃຫ້ເຫັນວັດທະນະທຳຂອງບ້ານເກີດເມືອງນອນຫວຽດນາມ ຢູ່ ລາວ.

ດ້ວຍ​ຄວາມ​ຮູ້​ດ້ານ​ພາສາ​ລາວທີ່​​ດີ, ​ນາງ ທູຮວ່ຽນ ກໍ່​ໄດ້​ຊ່ວຍ​ເປັນ​ນາຍແປ​ພາສາໃຫ້​ແກ່​ຄະນະ​ຜູ້​ແທນ​ຫວຽດນາມ ຫຼາຍຄະນະທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ລາວ ​ເຊັ່ນ: ສະຫະພັນ​ແມ່ຍິງ​ນະຄອນ​ໂຮ່ຈິ​ມິນ, ສະມາຄົມແພດໝໍໜຸ່ມ ​ຮ່າ​ໂນ້ຍ, ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ. ນອກຈາກນັ້ນ, ນາງ ທູຮວ່ຽນ ຍັງໄດ້ໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າແກ່ບັນດາບໍລິສັດ ແລະ ບຸກຄົນຂອງຫວຽດນາມ ທີ່ເຂົ້າມາສຶກສາ ແລະ ເຮັດວຽກຢູ່ລາວ.

ພິເສດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ ກໍ່ຄືຫຼາຍປະເທດທົ່ວໂລກ, ນາງ ທູຮວ່ຽນ ໄດ້ເປັນກຽດຮ່ວມເດີນທາງພ້ອມກັບຄະນະສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ໃນຕະຫຼອດໄລຍະການໄປຍັງເຂດລະບາດຂອງພະຍາດດັ່ງກ່າວ, ຕິດ​ຕໍ່​ຊີ້​ນຳ​ຜູ້​ສ່ຽງ​ຕິດ​ເຊື້ອ​ໃຫ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ລາວ, ແນະ​ນຳ ແລະ ເຮັດ​ວຽກ​ຮ່ວມ​ກັບ​ແມ່​ຍິງ​ປຸງ​ແຕ່ງ​ອາ​ຫານ ແລະ ແຈກ​ຢາຍອາຫານ, ເຄື່ອງ​ຂອງ​ສ່ວນ​ຕົວ​ໃຫ້​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນທີ່​ຕິດ​ເຊື້ອ​ໂຄວິດ-19 ເຊິ່ງພວມ​ປິ່ນ​ປົວ​ຢູ່ຈຸດປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ທີ່ນະຄອນຫລວງວຽງຈັນ.

“ຂ້າ​ພະ​ເຈົ້າ​ຍັງ​ໄດ້​ຕັ້ງໜ້າເຂົ້າໃນການແປ​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ ໂຄວິດ-19 ເປັນ​ຫວຽດ​ນາມ ແລະ ແຈ້ງ​ໃຫ້​ຊາວ​ຫວຽດ​ນາມ​ຢູ່​ລາວ, ພິ​ເສດ​ແມ່ນ​ໃນ​ຫຼາຍ​ກໍ​ລະ​ນີ ກໍ່​ຕ້ອງ​ແປ​ເປັນ​ຫວຽດ​ນາມ​ຢູ່ຈຸດປິ່ນ​ປົວ​ຜູ້​ຕິດ​ເຊື້ອ​​ໂດຍ​ກົງ", ນາງ ທູຮວ່ຽນ ໃຫ້ຮູ້.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.