ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ໄທຫງວຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ຫຼຸບ​ບົດ​ລາຍ​ງານ “Homestay”

07:54 | 05/10/2023

ຍສໝ - ວັນທີ 29 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ “ລາຍການ Homestay” ສົກຮຽນ 2022-2023 ໂດຍການເຂົ້າຮ່ວມຂອງຜູ້ຕາງຫນ້າຂອງມະຫາວິທະຍາໄລ, ວິທະຍາໄລທີ່ມີນັກສຶກສາລາວຮ່ຳຮຽນ ແລະ ອົງການ, ຫົວໜ່ວຍກ່ຽວຂ້ອງຈໍານວນໜຶ່ງໃນບໍລິເວນ.

“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ
ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ ສີສັນ​ “ການທູດແບບຕົ້ນໄມ້ໄຜ່”: ​ເປີດ​ສະຖານະການ​ໃໝ່​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະເທດ ຫວຽດນາມ

“ລາຍການ Homestay” ເປັນລາຍການທີ່ພສານັກສຶກສາລາວໄດ້ໃຊ້ຊີວິດຕົວຈິງໃນເຮືອນປະຊາຊົນ. ນີ້​ແມ່ນ​ຮູບ​ແບບຮ່ຳຮຽນ​ທີ່ກ້າວ​ໜ້າ, ສົມທົບ​ທິດ​ສະ​ດີ​ກັບ​ພາກ​ປະຕິບັດ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການບຳລຸງສ້າງພາສາ​ຫວຽດນາມ ​ໃຫ້​ນັກ​ສຶກສາ​ລາວ.

ທ່ານ ຫງວຽນ​ນັງ​ດັກ, ຮອງ​ປະ​ທານຜູ້​ປະຈຳການສະມາຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ ແຂວງ ໄທ​ຫງວຽນ ໃຫ້​ຮູ້​ວ່າ: ລາຍການ​ນີ້​ໄດ້​ເລີ່ມທົດລອງ​ຜັນ​ຂະ​ຫຍາຍ​​​ຢູ່ ໄທຫງວຽນ ​ແຕ່​ສົກ​ຮຽນ 2016 - 2017 ຢູ່​ ມະ​ຫາ​ວິ​ທະ​ຍາ​ໄລສ້າງຄູ ແລະ ວິທະຍາໄລ​ເສດ​ຖະ​ກິດ - ການເງິນ. ຜ່ານ​ຕີ​ລາຄາ​ສະ​ແດງ​ໃຫ້​ເຫັນ​ວ່າ ​ລາຍການ​ໄດ້ຊ່ວຍ​ໃຫ້​ນັກສຶກສາລາວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດທະນະ​ທຳ​ຫວຽດນາມ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ຫວຽດນາມ, ໜູນ​ຊ່ວຍໃນ​ຂະ​ບວນການ​ຄົ້ນຄວ້າ ​ແລະ ຮ່ຳຮຽນ​ຂອງ​ນັກ​ສຶກສາ​ລາວ​ຢ່າງ​ມີ​ປະສິດທິ​ຜົນ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ໄທຫງວຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ຫຼຸບ​ບົດ​ລາຍ​ງານ “Homestay”
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ​ໄທ​ຫງວຽນ ໄດ້ມອບໃບຍ້ອງຍໍໃຫ້ແກ່ 9 ກຸ່ມ ແລະ 22 ບຸກຄົນດີເດັ່ນ. ພາບ: ທູຮັ່ງ-VNA

​ໃນ​ສົກ​ຮຽນ 2022 – 2023, ຄະນະ​ຊີ້​ນຳ “ລາຍການ Homestay” ​ແຂວງ ​ໄທ​ຫງວຽນ ​ໄດ້​ຈັດ​ຕັ້ງ 112 ກິດຈະກຳ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກສຶກສາ​ລາວ 3.500 ກວ່າ​ເທື່ອຄົນ ​ແລະ ນັກ​ສຶກສາ ຫວຽດນາມ 2.800 ເທື່ອຄົນ. ນອກຈາກ​ການ​ຍົກສູງຄວາມ​ສາມາດ​ຂອງ​ນັກສຶກສາ​ໃນ​ການ​ສື່ສານ​ພາສາ​ຫວຽດນາມແລ້ວ, ລາຍການຍັງ​ມີ​ການ​ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວຽກງານການ​ຕ່າງປະເທດ​ປະຊາຊົນກັບ​ລາວ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ - ລາວ ມຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ບໍລິເວນແຂວງ ​ໄທ​ຫງວຽນ ມີ​ນັກສຶກສາລາວ​ເກືອບ 1.400 ຄົນທີ່​ພວມ​ຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່ 11 ມະຫາວິທະຍາ​ໄລ, ວິທະຍາ​ໄລ, ​ໂຮງຮຽນ​ວັດທະນະທຳ ​ແລະ ບັນດາຂະແໜງອາຊີບທີ່ແທດ​ຈິງ​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດຊາດ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້ປະເທດລາວ. ເມື່ອເຂົ້າຮ່ວມ “ລາຍການ Homestay”, ນັກສຶກສາລາວໄດ້ປະກອບເພີ່ມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີ, ວັດທະນະທໍາ, ສັງຄົມ ແລະ ຄວາມຮັກແພງອັນເລິກເຊິ່ງ ແລະ ດີງາມລະຫວ່າງສອງປະເທດອ້າຍນ້ອງ ຫວຽດນາມ - ລາວ.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງ ​ໄທ​ຫງວຽນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 9 ກຸ່ມ ​ແລະ 22 ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດປະຊາຊົນ ​ຫວຽດນາມ - ລາວ, ສົກຮຽນ 2022-2023./.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.