ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ແຂວງ ເຊກອງ (ລາວ)

00:58 | 06/10/2023

ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ແຂວງ ເຊກອງ (ລາວ)

ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ

ໂດຍ​ນອນໃນ​ຂອບ​ເຂດ​ການເຄື່ອນໄຫວຊ້ອມຮົບ ສົມທົບກັບການ​ປ້ອງ​ກັນ, ຕ້ານໄພທໍາມະຊາດ, ຊອກຫາກູ້ໄພລະຫວ່າງເມືອງ​ໄຕ​ຢາງ, ​ແຂວງກວ໋າງນາມ, ຫວຽດນາມ ​ແລະເມືອງກາ​ລຶມ, ​ແຂວງ​ເຊ​ກອງ, ​ສປປ ລາວ, ຕອນ​ບ່າຍ​ວັນ​ທີ 4 ຕຸລາ, ກອງບັນຊາການທະຫານແຂວງກວ໋າງນາມ ​ໄດ້​ສົມທົບ​ກັບ​ເມືອງ​ໄຕ​ຢາງ ​ຈັດຕັ້ງພິທີ ເປີດສະຫຼອງ ​ແລະມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ປະຊາຊົນ​ບ້ານຕາວາງ, ​ເມືອງ ກະລຶມ, ​ແຂວງ​ເຊ​ກອງ (ລາວ).

ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ແຂວງ ເຊກອງ (ລາວ)

ພິທີມອບ-ຮັບໂຄງການກໍ່ສ້າງແສງໄຟເຍືອງທາງໃຫ້ບ້ານຕາວາງ, ເມືອງກະລຶມ, ແຂວງເຊກອງ, ປະເທດລາວ. ພາບ: baoxaydung.com.vn

ຕາມ​ນັ້ນ​ແລ້ວ, ​ໂຄງການກໍ່ສ້າງແສງໄຟເຍືອງທາງ ​ດ້ວຍການໃຊ້ພະລັງງານໄຟຟ້າແສງຕາເວັນ ​ລວມມີ ​ເສົາ​ໄຟ​ເຫຼັກ 15 ຕົ້ນ ​ແລະດອກ​ໄຟ​ແສງ​ຕາ​ເວັນ 31 ດອກ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 100 ລ້ານ​ດົ່ງ. ​ເພື່ອ​ກໍ່ສ້າງໂຄງການໃຫ້ສຳເລັດ​ຕາມ​ກຳນົດ​ເວລາ, ກອງບັນຊາການທະຫານເມືອງໄຕ​ຢາງ ​ໄດ້​ລະດົມ​​ກໍາລັງທະຫານລາດທີ່​ປະຈຳ​ຢູ່ຕາມ​ຕາ​ແສງ​ຊາຍ​ແດນ​ຕິດ​ກັບ​ລາວ ຂົນ​ສົ່ງ​ວັດຖຸ​ອຸປະກອນ​ດ້ວຍທາງບົກ ​ແລະຈັດ​ຕັ້ງ​ການ​ກໍ່ສ້າງໃຫ້ໄດ້​ຕາມ​ມາດຖານ​ເຕັກນິກ.

ເມື່ອກໍ່ສ້າງສຳ​ເລັດ ​ແລະ​ຈັດພິທີມອບ-ຮັບ​ໃຫ້​ນຳ​ໃຊ້, ໂຄງການດັ່ງກ່າວໄດ້ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຢູ່​ບ້ານ​ຕາ​ວາງ. ຜ່ານ​ນັ້ນ​ໄດ້​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະສອງ​ແຂວງກວ໋າງ​ນາມ - ​ເຊ​ກອງ ​ເວົ້າ​ສະ​ເພາະ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.