ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ

19:40 | 04/10/2023

ປະ​ຊາ​ຄົມ​ສາ​ກົນສະເໜີຄວາມເຫັນຊ່ວຍ​ເຫຼືອ​ກາວ​ບັງ​ພັດ​ທະ​ນາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

​ວັນ​ທີ 3 ຕຸລາ, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກາວ​ບັ່ງ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ເປັນປະທ່ານຮ່ວມ​​ຈັດ​ຕັ້ງ​ກອງ​ປະຊຸມ​ກາວ​ບັງ ດ້ວຍ​ຫົວ​ຂໍ້​ວ່າ “ຈຸດໝາຍ​ປາຍທາງ ກາວ​ບັ່ງ - ​ເຊື່ອມ​ຕໍ່ ​ແລະ ພັດທະນາ”. ທີ່​ກອງ​ປະຊຸມ, ບັນດາ​ບົດ​ຄໍາເຫັນປະກອບຂອງ​ບັນດາ​ວິ​ສາ​ຫະກິດ, ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ສະຖານທູດ​ຂອງ​ບັນດາ​ປະ​ເທດ​ປະຈຳ​ຫວຽດນາມ... ​ໄດ້​ແບ່ງປັນ​ເພື່ອ​ຊ່ວຍ​ໃຫ້ ກາວ​ບັ່ງ ກາຍ​ເປັນ​ແຂວງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ.

ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ:

ການຮ່ວມມືຂອງສາມແຂວງພາກເໜືອຂອງລາວ

ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ

ທ່ານນາງ ລັດຕະນະ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ.

ປະຈຸ​ບັນ, ມີ 18 ​ແຂວງ​ຂອງ​ລາວ ມີການ​ຮ່ວມ​ມື ​ແລະ ​ແຮກສ່ຽວ​ກັບ​ບັນດາ​ແຂວງ​ຂອງ​ຫວຽດນາມ. ການ​ຮ່ວມ​ມື​ທ້ອງ​ຖິ່ນ​ລະ​ຫວ່າງ​ສອງ​ປະ​ເທດ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ແລະ ມີ​ປະ​ສິດ​ທິ​ຜົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກາວ​ບັ່ງ​ ເປັນ​ທ້ອງ​ຖິ່ນ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ ​ແລະ ຍັງ​ບໍ່​ທັນ​ມີ​ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຂອງ​ລາວ.

ສ່ວນ​ຕົວ​ແລ້ວ, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ກັບ​ຄວາມ​ງາມ​ຂອງ​ກາວ​ບັ່ງ. ກາວບັ່ງ ມີທີ່ຕັ້ງພູມສາດຄ້າຍຄືກັນກັບບັນດາແຂວງພາກເໜືອຂອງລາວ. ສະນັ້ນ, ກາວບັ່ງ ສາມາດພິຈາລະນາການຮ່ວມມືກັບ 3 ແຂວງພາກເໜືອຂອງລາວ, ແນະນຳບັນດານັກລົງທຶນຈາກແຂວງ ກາວບັ່ງ ມາລົງທຶນ, ປະກອບສ່ວນເພີ່ມທະວີການເຕີບໂຕເສດຖະກິດຂອງສອງປະເທດ.

ທ່ານ​ ຮອງ​ຊຸນ, ປະ​ທານ​ Kocham:

ພັດທະນາການທ່ອງທ່ຽວຜ່ານຜູ້ທີ່ມີຊື່ສຽງ

ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ

ທ່ານ ຮອງຊຸນ, ປະ​ທານ​ສະຫະສະ​ມາ​ຄົມ​ວິ​ສາ​ຫະ​ກິດ ສ.​ເກົາ​ຫຼີ ປະ​ຈຳ​ຫວຽດ​ນາມ (Kocham) (ຊ້າຍ​ສຸດ) ທີ່​ກອງ​ປະ​ຊຸມ “ແນະ​ນຳ ກາວບັງ”.

ກາວບັ່ງ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ມີນ້ຳຕົກຕາດ ບ້ານຢົກ - ໜຶ່ງໃນ 10 ນ້ຳຕົກຕາດທີ່ສວຍງາມທີ່ສຸດໃນໂລກ ຫຼື ສວນສາທາລະນະທໍລະນີທົ່ວໂລກ UNESCO ນອນເນືອກກາວວບັ່ງ. ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າພະ​ເຈົ້າແລ້ວ, ກາວ​ບັ່ງ​ ຕ້ອງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ສ.​ເກົາຫຼີ ​ແລະ ມີ​ການ​ເຄື່ອນ​ໄຫວ​ໂຄສະນາ​ຢ່າງ​ຕັ້ງໜ້າ. ອາດເຊີນຜູ້ທີ່ຊື່ສຽງຂອງ ສ.ເກົາຫຼີ ມາຄົ້ນຫາຜ່ານພຶດຕິກຳຕົວຈິງ ເພື່ອໂຄສະນາການທ່ອງທ່ຽວໃຫ້ແຂວງ. ດາ​ຫນັງ​ ເຮັດ​ແບບ​ຢ່າງ​ນີ້ໄດ້​ເປັນ​ຢ່າງ​ດີ. ພຽງແຕ່ນັກສິລະປິນທີ່ມີຊື່ສຽງຂອງ ສ.ເກົາຫຼີ ເຊັກອິນກໍ່ຈະນໍາເອົາຄົນທີ່ຢາກຊອກຮູ້ມາຢ້ຽມຢາມເປັນຈໍານວນຫຼວງຫຼາຍ. ກາວ​ບັ່ງ ​ຍັງ​ສາ​ມາດ​ຂຸດ​ຄົ້ນທ່າແຮງ​ຂອງ​ຕົນ​ດ້ວຍຊົນ​ເຜົ່າ​ສ່ວນ​ໜ້ອຍ (95%) ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ຄຽງ​ຄູ່​ກັນ​ນັ້ນ, ກາວ​ບັ່ງ ​ຕັ້ງ​ຢູ່​ພາກ​ເໜືອ​ສຸດຕິດກັບ​ຊາຍ​ແດນ​ຈີນ, ສະ​ນັ້ນ ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ພວມ​ພັດ​ທະ​ນາ. ​ເຖິງຢ່າງໃດ​ກໍ​ຕາມ, ​ເຂດ​ນີ້​ຍັງ​ຄົງ​ເປັນ​ເຂດ​ທີ່​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ບໍ່​ສາມາດ​ລົງທຶນ​ໄດ້​ຍ້ອນ​ເຫດຜົນ​ດ້ານ​ພູມ​ສາດ ​ແລະ ພື້ນຖານ​ໂຄງ​ລ່າງ. ສະຫະສະມາຄົມ Kocham ມີ 10.000 ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ແຕ່​ບໍ່​ມີ​ວິ​ສາ​ຫະ​ກິດ ສ.ເກົາ​ຫຼີ ໃດທີ່​ລົງ​ທຶນ​ຢູ່ ກາວບັ່ງ. ​ແຂວງ ກາວ​ບັ່ງ ຄວນ​ເສີມ​ທ່າ​ແຮງ​ໃນ​ປະຈຸ​ບັນ ​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ ກາວ​ບັ່ງ ນັບມື້ນັບຫຼາຍຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ພ້ອມ​ກັບ​ການ​ສັນຈອນ ​ເພື່ອ​ລົບລ້າງ​ສິ່ງ​ກີດຂວາງ​ໃນ​ການ​ຄົມມະນາຄົມ​ຂົນ​ສົ່ງ.

ທ່ານ Marko Moric, ປະທານ​ສະມາຄົມ​ວິ​ສາ​ຫະກິດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ ​ປະຈຳ​ຫວຽດນາມ (CEEC):

ຂໍ້ມູນຕ້ອງໄດ້ຮັບການເຜີຍແຜ່

ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ
ທ່ານ Marko Moric, ປະທານ​ສະມາຄົມ​ວິ​ສາ​ຫະກິດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ ​ປະຈຳ​ຫວຽດນາມ (CEEC).

ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​​ ກາວ​ບັ່ງ​ ຫຼາຍ​ເທື່ອ. ຄວາມງາມທໍາມະຊາດ ກາວ​ບັ່ງ ໄດ້ຖືກປຽບເໝືອນກັບເພັດຂອງຫວຽດນາມ. ສະນັ້ນ, ແຂວງຄວນຍາດແຍ່ງກາລະໂອກາດ, ຊຸກຍູ້ການຮ່ວມມື, ເປີດກວ້າງຂໍ້ມູນຂ່າວສານ ເພື່ອສາມາດເຊືອມຕໍ່ກັບວິສາຫະກິດພາຍໃນປະເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ​ ອາດສາມາດ​ຮ່ວມ​ມື​ດ້ານ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ. ສະມາຄົມ​ວິ​ສາ​ຫະກິດ​ເອີ​ລົບ​ກາງ ​ແລະ ຕາ​ເວັນ​ອອກ ຈະ​ສະໜັບສະໜູນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ຝ່າຍ.

ທ່ານ ເລ​ງອກ​ບ໊າວ, ຫົວໜ້າຄະນະ​ປະສານ​ງານ​ໂຄງການ, ອົງການ ChildFund, ອົດ​ສະ​ຕາ​ລີ:

ຕ້ອງຍາດແຍ່ງກາລະໂອກາດ ແລະ ການຮ່ວມມືຢ່າງມີປະສິດທິຜົນ

ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ

ທ່ານ ເລ​ງອກ​ບ໊າວ, ຫົວໜ້າຄະນະ​ປະສານ​ງານ​ໂຄງການ, ອົງການ ChildFund, ອົດ​ສະ​ຕາ​ລີ.

Ông Lê Ngọc Bảo, Trưởng ban Điều phối chương trình, Tổ chức ChildFund, Úc.

ChildFund ​ໄດ້​ເຄື່ອນ​ໄຫວ​ຢູ່ ກາວບັ່ງ ​ແຕ່​ປີ 2009 ​ແລະ ມາ​ຮອດ​ປະຈຸ​ບັນ, ChildFund ​ໄດ້​ຜັນຈະຫຍາຍ 46 ​ໂຄງການ​ຢູ່ 3 ​ເມືອງ​ຄື: ກວາງ​ຮວ່າ, ​ຈູ່ງແຄ໊ງ ​ແລະ ​ແທັກ​ອານ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 300 ຕື້​ດົ່ງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ 20.000 ຄອບຄົວ​ໃນ​ຕາ​ແສງທີ່ມີໂຄງການ. ຕັ້ງແຕ່ນັ້ນມາຮອດປະຈຸບັນ, ໂດຍຜ່ານການຮ່ວມມືທີ່ເຂັ້ມແຂງ ແລະ ມີປະສິດທິຜົນລະຫວ່າງ ChildFund ກັບບັນດາຄູ່ຮ່ວມທ້ອງຖິ່ນ, ມີຫຼາຍການປ່ຽນແປງທີ່ຕັ້ງໜ້າ ໄດ້ມາສູ່ຊີວິດຂອງເດັກນ້ອຍ ແລະ ປະຊາຊົນບັນດາເມືອງທີ່ມີໂຄງການ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.