ຝຶກ​ອົບ​ຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ແກ່ພະນັກງານກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ

12:07 | 04/10/2023

ໃນ​ໄລ​ຍະ 1 ເດືອນ, ນັກສຳມະນາກອນລາວຈະ​ໄດ້ຮັບການ​ຝຶກ​ອົບ​ຮົມ​ກ່ຽວກັບ​ເນື້ອ​ໃນ​ຄື: ປະ​ຫວັດ​ສາດການພົວພັນມິດຕະພາບທີ່ເປັນມູນເຊື້ອ​ແບບ​ພິ​ເສດ​ ຫວຽດ​ນາມ-ລາວ; ຄວາມຮັບຮູ້ລວມກ່ຽວກັບ ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຈຳນວນໜຶ່ງ…

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ຫວຽດ​ນາມ - ລາວ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ຫວຽດ​ນາມ - ລາວ
ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ

ວັນທີ 3 ຕຸລາ, ທີ່ກອງພັນຝຶກແອບ-ເຄື່ອນທີ່, ກອງບັນຊາການທະຫານຊາຍແດນແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ໄດ້ຈັດ ພິທີເປີດຊຸດຝຶກອົບຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ ໃຫ້ແກ່ພະນັກງານ, ນັກຮົບ ຂຶ້ນກັບກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ.

ໃນ​ໄລ​ຍະ 1 ເດືອນ, ນັກສຳມະນາກອນລາວຈະ​ໄດ້ຮັບການ​ຝຶກ​ອົບ​ຮົມ​ກ່ຽວກັບ​ເນື້ອ​ໃນ​ຄື: ປະ​ຫວັດ​ສາດການພົວພັນມິດຕະພາບທີ່ເປັນມູນເຊື້ອ​ແບບ​ພິ​ເສດ​ ຫວຽດ​ນາມ-ລາວ; ຄວາມຮັບຮູ້ລວມກ່ຽວກັບ ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຈຳນວນໜຶ່ງ; ສັນຍາ​ວ່າດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງ​ບົກ ຫວຽດນາມ - ລາວ; ຝຶກ​ແອບກ່ຽວກັບວຽກງານ​ການ​ທະຫານ, ການ​ເມືອງ, ການສືບສວນ, ​ຢາ​ເສບ​ຕິດ, ການຮັບປະກັນພະລາທິການດ້ານເຕັກນິກ.​..

ນອກຈາກນັ້ນ, ບັນດານັກສຳມະນາກອນລາວ ຍັງໄດ້ໄປທັດສະນະສຶກສາ, ເຂົ້າຮ່ວມການພົບປະ ແລກປ່ຽນບົດຮຽນກັບບັນດາກົມກອງ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້; ຢ້ຽມ​ຢາມເຂດ​ປູຊະນີຍະສະຖານປະຫວັດສາດຂອງ​ແຂວງ​ເທື່ອ​ທຽນ​ເຫ້ວ.

ຝຶກ​ອົບ​ຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ແກ່ພະນັກງານກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ

ການນໍາ​ກອງ​ບັນຊາ​ການ​ທະຫານຊາຍແດນແຂວງ ເທື່ອທຽນເຫວ້ ແລກປ່ຽນກັບບັນດານັກສຳມະນາກອນລາວ. ພາບ: ຫວໍຕ໊ຽນ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ສະຫາຍ ພັນ​ເອກພິເສດ ຟ້າ​ມຕຸ່ງ​ເລິມ, ຫົວໜ້າດ້ານການ​ເມືອງ​ກອງບັນຊາການທະຫານ​ຊາຍ​ແດນ​ແຂວງ​ເທື່ອ​ທຽນ​ເຫ້ວ ຮຽກຮ້ອງ​ໃຫ້​ຄະນະ​ຈັດ​ຕັ້ງຮັບປະກັນ​ທຸກ​ດ້ານຂອງ​ຊຸດຝຶກ​ອົບຮົມໃຫ້ເປັນຢ່າງດີທີ່ສຸດ; ບັນດານັກສຳມະນາກອນ ປະຕິບັດຕາມຂໍ້ກໍານົດຢ່າງເຂັ້ມງວດ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນບັນຫາດ້ານພາສາທີ່ນຳໃຊ້ໃນຊີວິດປະຈຳວັນ ແລະ ການຮ່ຳຮຽນ; ຕັ້ງໜ້າຄົ້ນຄວ້າ, ຮໍ່າຮຽນ, ກໍາແໜ້ນດ້ານວິຊາການ, ວິຊາສະເພາະໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ວຽກງານໃນສະພາບການໃໝ່.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ ໂດຍກອງ​ບັນຊາ​ການ​ທະຫານ​ຊາຍແດນແຂວງເທື່ອທຽນເຫວ້ ຈັດຕັ້ງ ເພື່ອແນໃສ່ຍົກ​ສູງ​ຄວາມຮູ້ດ້ານວິຊາການ, ວິຊາ​ສະ​ເພາະ​ ແລະ ບົດຮຽນປະສົບການໃນການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາຊາຍແດນໃຫ້ປະເທດເພື່ອນ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ຂອງສັງຄົມ​ຢູ່​ເຂດ​ຊາຍ​ແດນ; ປັບປຸງ, ເພີ່ມທະວີ​ນໍ້າໃຈສາມັກຄີມິດຕະພາບ ​ລະຫວ່າງ​ສອງ​ປະ​ເທດ, ສອງ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ກອງ​ບັນຊາ​ການ​ທະຫານຊາຍແດນແຂວງ ເທື່ອທຽນເຫວ້ ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.