ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

07:48 | 05/10/2023

ກອນຕູບ ກັບອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊາຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບເມືອປະເທດ

ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ
ຫວຽດນາມໄດ້ຈັດຕັ້ງການບິນ ເພື່ອ ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ Wuhan ກັບເມືອປະເທດ ຫວຽດນາມໄດ້ຈັດຕັ້ງການບິນ ເພື່ອ ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ Wuhan ກັບເມືອປະເທດ

ຕອນ​ບ່າຍ​ວັນ​ທີ 2 ຕຸລາ​, ຢູ່​ແຂວງ​ອັດ​ຕະປື (ລາວ), ຄະນະສະເພາະກິດແຂວງກອນຕູມ ນຳ​ໂດຍ ສະຫາຍນາງ ອີ ງອັກ, ຮອງ​ປະທານ​ຄະນະ​ກໍາມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ສະ​ເພາະ​ກິດແຂວງ ກອນ​ຕູມ ໄດ້ມີການພົບປະເຈລະຈາກັບຄະນະປະຕິບັດງານພິເສດແຂວງອັດຕະປື ນຳໂດຍທ່ານພົນຈັດຕະວາ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ຫົວໜ້າຄະນະປະຕິບັດງານພິເສດ ແຂວງອັດຕະປື.

ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ຄະນະສະເພາະກິດແຂວງກອນຕູມ ແລະ ຄະນະປະຕິບັດງານພິເສດແຂວງ ອັດຕະປື ລົງນາມໃນບົດບັນທຶກຊ່ວຍຈຳສົມທົບກັນປະຕິບັດໜ້າທີ່ລະດູແລ້ງ 2023 – 2024. ພາບ: vanhoavaphattrien.vn

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາວ່າ: ເຖິງວ່າຂໍ້ມູນຂ່າວສານກ່ຽວກັບສະຖານທີ່ຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນນັບມື້ນັບຫຍຸ້ງຍາກ, ແຕ່ລະດູແລ້ງ 2022 – 2023, ຄະນະປະຕິບັດງານພິເສດແຂວງອັດຕະປື ແລະ ບັນດາທ້ອງຖິ່ນຂອງແຂວງ ກໍໄດ້ຕັ້ງໜ້າຊີ້ນຳ ແລະ ຂົນຂວາຍມະຫາຊົນສະໜອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຂຸມ​ຝັງ​ສົບ​ຂອງນັກຮົບ​ເສຍ​ສະຫຼະ​ຊີ​ວິດ, ເຂົ້າ​ຮ່ວມ​ໃນ​ການ​ປົກ​ປັກ​ຮັກ​ສາ, ​ພາທາງ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ; ​ຊ່ວຍ​ເຫຼືອ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ກອງ K53 ​ເພື່ອ​ຊອກ​ຄົ້ນ ​ແລະ ທ້ອນໂຮມໄດ້ 6 ອັດຖິນັກຮົບທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ຢູ່​ແຂວງ ອັດ​ຕະປື.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳສົມົທບກັນປະຕິບັດພາລະກິດລະດູແລ້ງ 2023 – 2024. ຄາດວ່າ ປະມານເດືອນ ຕຸລາ 2023, ຄະນະສະເພາະກິດ ແຂວງກອນຕູມ ຈະສົ່ງກອງ K53 ໄປແຂວງອັດຕະປື ເພື່ອປະຕິບັດໜ້າທີ່​ຄົ້ນ​ຫາ, ​ທ້ອນ​ໂຮມ ​ແລະ ສົ່ງ​ອັດຖິນັກຮົບເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດກັບເມືຶອປະເທດ, ລະດູ​ແລ້ງ 2023 – 2024.

​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ອີ ງອັກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ກໍ່ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໃຫ້​ບັນດາ​ໝູ່ຄະນະ, ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ສົມທົບ​ກັນ​ຊອກ​ຫາອັດຖິນັກຮົບເສຍສະຫຼະຊີວິດ ໃນ​ລະດູ​ແລ້ງ 2022 – 2023.

ບູນມີ

ເຫດການ
302 Found

Found

The document has moved here.